00:00 | 17/11/2023

ຄົນເຈັບທາງກະໂຫຼກຫົວຢູ່ ຫວຽດນາມ ມີໂອກາດປິ່ນປົວຫຼາຍຂື້ນ

ຫວຽດນາມ ລົງທຶນເຂົ້າລາວ ຈຳນວນເງິນຫຼາຍກວ່າ 5,47 ຕື້ USD ຫວຽດນາມ ລົງທຶນເຂົ້າລາວ ຈຳນວນເງິນຫຼາຍກວ່າ 5,47 ຕື້ USD
ຜູ້ຊ່ຽວຊານອັງກິດ ຈະດຳເນີນການຜ່າຕັດກະໂຫຼກຫົວໃຫ້ເດັກຫວຽດນາມ ໂດຍບໍ່ເສຍຄ່າ ຜູ້ຊ່ຽວຊານອັງກິດ ຈະດຳເນີນການຜ່າຕັດກະໂຫຼກຫົວໃຫ້ເດັກຫວຽດນາມ ໂດຍບໍ່ເສຍຄ່າ
ຄົນເຈັບທາງກະໂຫຼກຫົວຢູ່ ຫວຽດນາມ ມີໂອກາດປິ່ນປົວຫຼາຍຂື້ນ
ທ່ານ ຫງວຽນ​ຫງອກ​ຮຸ່ງ, ຮອງ​ປະ​ທານ​ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ຫວຽດ​ນາມ (ຂວາມື) ໄດ້​ຕ້ອນ​ຮັບ​ທ່ານ​ນາງ Katrin Kandel, CEO ​ອົງ​ການ ​Facing the World. (ພາບ: ດິງຮວາ)

ທ່ານ​ນາງ Katrin Kandel ​ໃຫ້​ຮູ້​ວ່າ, ​ແຕ່​ວັນ​ທີ 16-30 ພະຈິກ, Facing the World ​ໄດ້​ສົ່ງຄະນະ​ຜູ້​ຊ່ຽວຊານ​ຜ່າ​ຕັດກະໂຫຼກຫົວ​ຈາກ ອັງກິດ ​ໄປ​ເຮັດ​ວຽກ​ຢູ່ ຫວຽດນາມ. ບັນດາ​ຜູ້​ຊ່ຽວຊານ​ຈະ​ສົມທົບ​ກັບ​ໂຮງໝໍ​ຫວຽດ​ດຶກ, ໂຮງໝໍ​ຮົ່ງ​ຫງອກ, ​ແລະ ໂຮງໝໍ​ທະຫານ​ສູນ​ກາງ 108 ​ເພື່ອ​ດຳ​ເນີນ​ການ​ຜ່າຕັດ​ໃຫ້​ເດັກ​ໂດຍ​ບໍ່​ເສຍ​ຄ່າ ​ແລະ ​ແລກປ່ຽນວິຊາສະເພາະກັບ​ຄະນະ​ທ່ານໝໍ ຫວຽດນາມ. ນອກ​ນັ້ນ, FTW ຍັງມີ​ແຜນກະກຽມກ່ອນ​ຈະແລກປ່ຽນ​ກັບ​ບັນດາ​ຄູ່​ຮ່ວມ​ມື​ເພື່ອໜູນ​ຊ່ວຍ​ຄົນເຈັບ​ເປັນ​ພະຍາດ​ມະ​ເຮັງ​ຢູ່ ຫວຽດນາມ.

ທ່ານ​ຮອງ​ປະທານ VUFO ຫງວຽນ​ຫງອກ​ຮຸ່ງ ​ໄດ້​ຮັບ​ຮູ້​ການ​ປະກອບສ່ວນ​ຂອງ​ອົງການ FTW ​ໃນ​ການ​ໜູນ​ຊ່ວຍ​ຄົນ​ເຈັບ​ຢູ່ ຫວຽດນາມ. VUFO ເປັນເອກະພາບຈະສືບຕໍ່ຮ່ວມມືກັບ FTW ໃນການຈັດການລະບຽບການບໍລິຫານ ແລະ ຜັນຂະຫຍາຍບັນດາການເຄື່ອນໄຫວໃນໄລຍະທີ່ຈະມາເຖິງ.

ດີງເລື້ອງ

Link: https://huunghivietlao.thoidai.com.vn/detail-article-17685.html

In bài biết