16:15 | 15/11/2023

ການ​ເຕົ້າ​ໂຮມ​ ແລະ ​ແຜ່ກະຈາຍສິ່ງຍອດຢ້ຽມທາງດ້ານວັດທະນະທຳບັນດາເຜົ່າທີ່ມີປະຊາກອນໜ້ອຍ

ສະເຫຼີມສະຫຼອງວັນປົດປ່ອຍນະຄອນຫຼວງຄົບຮອບ 69 ປີ (10 ຕຸລາ 1954 - 10 ຕຸລາ 2023): ເປີດງານວາງສະແດງ ສະເຫຼີມສະຫຼອງວັນປົດປ່ອຍນະຄອນຫຼວງຄົບຮອບ 69 ປີ (10 ຕຸລາ 1954 - 10 ຕຸລາ 2023): ເປີດງານວາງສະແດງ "ເມືອງເກົ່າ ຖະໜົນເກົ່າ"
ພົນເອກ ຫວໍ​ ງວຽນ ​ຢາ​ບ ຜ່ານການຍອມຮັບຂອງນາຍພົນຝ່າຍຕາເວັນຕົກ ພົນເອກ ຫວໍ​ ງວຽນ ​ຢາ​ບ ຜ່ານການຍອມຮັບຂອງນາຍພົນຝ່າຍຕາເວັນຕົກ

​ໃນ​ໂອກາດ​ນີ້ ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ ສະຫາຍ ​ເລ​ຮວ່າຍ​ຈູງ - ​ເລຂາທິການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ; ທ່ານນາງ ຈີ້ງທິຖຸຍ, ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ; ຜູ້ຕາງໜ້າການນຳສູນກາງ, ບັນດາກະຊວງ, ຂະແໜງການ, ການນຳຂອງ 11 ທ້ອງຖີ່ນທີ່ມີ 14 ຊົນເຜົ່າສ່ວນໜ້ອຍດຳລົງຊີວິດຢູ່ ລວມມີ ແຂວງ ລາຍເຈົາ, ດ້ຽນບຽນ, ກາວບັ່ງ, ໄທງວຽນ, ຮ່າຢາງ, ລາວກາຍ, ອຽນບ໋າຍ, ຕວຽນກວາງ, ເຊີນລາ. ເງ້ອານ ແລະ ກອນຕູມ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ 600 ​ນັກ​ສະ​ແດງ​ອາ​ຊີບ, ນັກສິລະປະກອນບັນດາ​ຊົນ​ເຜົ່າ ແລະ ນັກ​ສະ​ແດງ​ມະຫາຊົນ​ທີ່​ເປັນ​ນັກຮຽນ, ນັກ​ສຶກ​ສາ​ໃນທ້ອງ​ຖິ່ນຖານ​ພ້ອມ​ກັບພໍ່ແມ່​ພີ່​ນ້ອງ ແລະ ນັກ​ທ່ອງ​ທ່ຽວ​ນັບ​ສິບພັນ​ຄົນ. ພິ​ເສດ, ​ໃນເຫດການຍັງ​ມີ​ການ​ເຂົ້າ​ຮ່ວມ​ຂອງບັນດາ​ຄະນະ​ຜູ້​ແທນ​ທີ່ມາເເຕ່ແຂວງ​ຢຸນໜານ, ຈີນ ​ແລະ 3 ​ແຂວງ​​ຂອງປະເທດ​ລາວ.

ການ​ເຕົ້າ​ໂຮມ​ ແລະ ​ແຜ່ກະຈາຍສິ່ງຍອດຢ້ຽມທາງດ້ານວັດທະນະທຳບັນດາເຜົ່າທີ່ມີປະຊາກອນໜ້ອຍ
ແຂກມາຢ້ຽມຊົມວັດບິກດົ້ງ

ດ້ວຍຫົວຂໍ້ “ສີສັນວັດທະນະທຳ - ເຕົ້າໂຮມ ແລະ ແຜ່ກະຈາຍ”, ວັນບຸນວັດທະນະທຳບັນດາເຜົ່າທີ່ມີປະຊາກອນບໍ່ຮອດ 10.000 ຄົນ ຄັ້ງທີ 1 ແລະ ສັບປະດາທ່ອງທ່ຽວ-ວັດທະນະທຳ ລາຍເຈົາປີ 2023 ໄດ້ຖືກໄຂຂຶ້ນໃນຕອນຄ່ຳວັນທີ 3 ພະຈິກ ຢູ່ແຂວງ ລາຍເຈົາ . ເປັນຄັ້ງທຳອິດ, ວັນບຸນໄດ້ສ້າງເຂດວັດທະນະທຳທີ່ມີຄວາມໝາຍເປັນພິເສດ, ຄວາມພາກພູມໃຈ ແລະ ເອກອ້າງທະນົງໃຈ ແມ່ນສະແດງໃຫ້ເຫັນຢ່າງຈະແຈ້ງຜ່ານໃບໜ້າສີຕາຂອງນັກສິລະປະການ, ນັກກິລາມະຫາຊົນ, ພໍ່ແມ່ພີ່ນ້ອງບັນດາເຜົ່າສ່ວນໜ້ອຍ. ນີ້ແມ່ນໂອກາດ ເພື່ອໃຫ້ເຂົາເຈົ້າໄດ້ພົບປະ, ແລກປ່ຽນ ແລະ ແບ່ງປັນປະສົບການບົດຮຽນໃນການອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳພື້ນເມືອງ. ທ່ານນາງ ຈີ້ງທິຖຸຍ, ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໃຫ້ຮູ້.

“ວັດທະນະທຳພື້ນເມືອງຂອງບັນດາເຜົ່າສ່ວນໜ້ອຍແມ່ນມໍລະດົກວັດທະນະທຳອັນລ້ຳຄ່າ, ບໍ່ພຽງແຕ່ແມ່ນຊັບສົມບັດຂອງດິນແດນ, ປະຊາຊົນ ຫຼື ທ້ອງຖິ່ນເທົ່ານັ້ນ ຫາກຍັງແມ່ນຊັບສົມບັດອັນລ້ຳຄ່າຂອງປະເທດຊາດ, ປະກອບສ່ວນເພີ່ມທະວີຄວາມອຸດົມສົມບູນ, ຄວາມຫຼາກຫຼາຍສີສັນ ແລະ ເປັນເອກະພາບຂອງພື້ນຖານວັດທະນະທຳ ຫວຽດນາມ ອີກດ້ວຍ”.

ດີງເລື້ອງ

Link: https://huunghivietlao.thoidai.com.vn/detail-article-17560.html

In bài biết