13:47 | 16/10/2023

ກອງປະຊຸມທະເລ ອາຊຽນ ​ຄັ້ງ​ທີ 45 (MTWG) ຈັດຂຶ້ນຢູ່ ຫວຽດນາມ

ຄະນະ​ກຳມະການ​ເອີ​ລົບ (EC) ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ຫວຽດນາມ ​ໃນ​ການ​ຕ້ານການຂຸດຄົ້ນສິນທະເລຢ່າງຜິດກົດໝາຍIUU ຄະນະ​ກຳມະການ​ເອີ​ລົບ (EC) ຕີ​ລາຄາ​ສູງ​ບັນດາ​ຄວາມ​ມານະ​ພະຍາຍາມ​ຂອງ​ຫວຽດນາມ ​ໃນ​ການ​ຕ້ານການຂຸດຄົ້ນສິນທະເລຢ່າງຜິດກົດໝາຍIUU
ສວຍໂອກາດເພື່ອ​ຍົກ​ອອກ “ບັດເຫຼືອງ” ສຳລັບອາຫານທະເລຫວຽດນາມ ສວຍໂອກາດເພື່ອ​ຍົກ​ອອກ “ບັດເຫຼືອງ” ສຳລັບອາຫານທະເລຫວຽດນາມ

ແຕ່ວັນທີ 17-19 ຕຸລາ, ກອງປະຊຸມກຸ່ມວຽກງານຄົມມະນາຄົມທາງທະເລຄັ້ງທີ 45 ຂອງ ອາຊຽນ (MTWG) ຈະຈັດຂຶ້ນຢູ່ນະຄອນ ໂຮ່ຈີມິນ. ກອງປະຊຸມປີນີ້ໂດຍກົມເດີນທະເລ ຫວຽດນາມ ເປັນຫົວໜ້າກຸ່ມ ແລະ ເປັນເຈົ້າພາບຈັດຂຶ້ນ. ກອງປະຊຸມຈະປຶກສາຫາລືກ່ຽວກັບການປະຕິບັດແຜນຍຸດທະສາດຄົມມະນາຄົມຂົນສົ່ງ ກົວລາລຳເປີ 2016-2025, ບັນດາຂໍ້ລິເລີ່ມໃໝ່ໃນຂົງເຂດຄົມມະນາຄົມທາງທະເລ ແລະ ການພັດທະນາແບບຍືນຍົງພາຍຫຼັງໂລກລະບາດໂຄວິດ-19, ກໍ່ຄືລະດັບຄວາມຄືບໜ້າໃນການປະຄິບັດແຜນການກະທຳ 2022-2023 ກ່ຽວກັບການຈາລະຈອນສິນຄ້າ ແລະ ການຄຸ້ມຄອງສິ່ງເສດເຫຼືອຈາກກ່ຳປັ່ນ.

ກອງປະຊຸມທະເລ ອາຊຽນ ​ຄັ້ງ​ທີ 45 (MTWG) ຈັດຂຶ້ນຢູ່ ຫວຽດນາມ

ກອງປະຊຸມທະເລ ອາຊຽນ ​ຄັ້ງ​ທີ 45 (MTWG) ຈັດຂຶ້ນຢູ່ ຫວຽດນາມ

ຕາມການນຳຂອງກົມການເດີນທະເລ ຫວຽດນາມ ແລ້ວ, ດ້ວຍບົດບາດເປັນປະທານກອງປະຊຸມ MTWG 45, ຫວຽດນາມ ຫວັງວ່າ ບັນດາປະເທດ ອາຊຽນ ຈະສືບຕໍ່ຮ່ວມເດີນທາງ, ຕັ້ງໜ້າແລກປ່ຽນເພື່ອມຸ່ງໄປເຖິງເປົ້າໝາຍເພີ່ມທະວີການຮ່ວມມື 2 ຝ່າຍ, ຫຼາຍຝ່າຍ, ສ້າງປະຖົມປັດໃຈເພື່ອພັດທະນາຂະແໜງການເດີນທະເລໂລກ ເວົ້າລວມ ແລະ ອາຊຽນ ເວົ້າສະເພາະ.

ຄຳຮຸ່ງ

Link: https://huunghivietlao.thoidai.com.vn/detail-article-17533.html

In bài biết