ເພີ່ມພູນຄູນສ້າງມິດຕະພາບຫວຽດນາມ - ລາວ ໃນຂົງເຂດສາທາລະນະສຸກ
ເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາມ - ສ.ເກົາຫຼີ, ຫວຽດນາມ - ຍີ່ປຸ່ນ ໃນຂົງເຂດການແພດການຢາ | |
ເຊື່ອມຕໍ່ການຮ່ວມມືວິສາຫະກິດການຢາ, ການແພດລະຫວ່າງຫວຽດນາມ ແລະອິນເດຍ |
ສາທາລະນະສຸກຫວຽດນາມ ຢູ່ລາວ
ໂດຍຜ່ານຜ່າຄວາມຫຍຸ້ງຍາກໃນຊຸມມື້ທຳອິດຂອງການສ້າງຕັ້ງ, ມາຮອດປະຈຸບັນ, ໂຮງໝໍ ຮ່າໂນ້ຍ - ວຽງຈັນ ໄດ້ກາຍເປັນສະຖານທີ່ກວດ ແລະ ປິ່ນປົວທີ່ມີຊື່ສຽງຢູ່ລາວ ດ້ວຍຫຼາຍຂະແໜງສະເພາະເຊັ່ນ: ພະຍາດລຳໄສ້, ພະຍາດຫົວໃຈ, ທັນຕະແພດ, ກະດູກ . .. ໂຮງໝໍດັ່ງກ່າວມີຖັນແຖວແພດ, ໝໍ, ພະຍາບານ, ນັກວິຊາການຂອງໂຮງໝໍ 100 ກວ່າຄົນ (ໃນນັ້ນ 60% ແມ່ນຊາວຫວຽດນາມ), ໃນແຕ່ລະມື້ໄດ້ກວດ ແລະ ປິ່ນປົວພະຍາດໃຫ້ແກ່ຄົນເຈັບ 100 ກວ່າຄົນ ດ້ວຍອຸປະກອນ ແລະ ເຕັກນິກການແພດທີ່ກ້າວໜ້າ.
![]() |
ປະຊາຊົນລາວ ລໍຖ້າກວດພະຍາດ ຢູ່ໂຮງໝໍ ຮ່າໂນ້ຍ - ວຽງຈັນ (ລາວ). ພາບ: ວູກູຍ |
ນອກຈາກນັ້ນ, ໂຮງໝໍ ຮ່າໂນ້ຍ - ວຽງຈັນ ຍັງໄດ້ຮັບການໜູນຊ່ວຍດ້ານວິຊາສະເພາະຈາກບັນດາທ່ານສາດສະດາຈານ, ຮອງສາດສະດາຈານ, ປະລິນຍາເອກ, ບັນດາຜູ້ຊ່ຽວຊານດ້ານການແພດຊັ້ນນໍາຈາກໂຮງໝໍມະຫາວິທະຍາໄລການແພດຮ່າໂນ້ຍ.
“ມາທີ່ນີ້ເພື່ອກວດ ແລະ ປິ່ນປົວພະຍາດ, ຂ້າພະເຈົ້າໄດ້ຮັບການແນະນຳ,ເບິ່ງແຍງດູແລຢ່າງສຸດຈິດສຸດໃຈ, ພື້ນຖານດ້ານວັດຖຸກໍ່ທັນສະໄໝ”, ຄົນເຈັບ ທິບ ສິງແພງຄຳ ແບ່ງປັນ.
ເດືອນ ພຶດສະພາ 2023, ແຂວງ ເງ້ອານ ໄດ້ສົມທົບກັບແຂວງຊຽງຂວາງ, ສປປ ລາວ ໄດ້ນຳໂຄງການໂຮງໝໍມິດຕະພາບ ລາວ-ຫວຽດນາມ ຢູ່ແຂວງຊຽງຂວາງ ທີ່ໄດ້ຮັບທຶນຈາກລັດຖະບານຫວຽດນາມ ເຂົ້ານຳໃຊ້. ໂຮງໝໍມິດຕະພາບ ລາວ-ຫວຽດນາມ ແຂວງຊຽງຂວາງ ມີຂະໜາດຈຳນວນ 200 ຕຽງ, ດ້ວຍພື້ນຖານດ້ານວັດຖຸທີ່ກວ້າງຂວາງ, ເຕັກໂນໂລຊີ ແລະ ອຸປະກອນການແພດທີ່ທັນສະໄໝ; ຄ່ອຍໆສ້າງ ແລະ ພັດທະນາວິຊາສະເພາະລົງເລິກ, ຊ່ຽວຊານທີ່ເກັ່ງ ແລະ ເຄືອຂ່າຍການແພດທີ່ໄດ້ມາດຕະຖານແຫ່ງຊາດ ເປັນເທື່ອລະກ້າວ; ປະກອບສ່ວນຍົກສູງຄຸນນະພາບການກວດ ແລະ ປິ່ນປົວພະຍາດໃຫ້ປະຊາຊົນແຂວງຊຽງຂວາງ ເວົ້າລວມ ແລະ ປະຊາຊົນບັນດາແຂວງພາກຕາເວັນອອກສ່ຽງເໜືອຂອງລາວ ເວົ້າສະເພາະ.
ນອກນີ້, ຫວຽດນາມ ຍັງໄດ້ໃຫ້ການສະໜັບສະໜູນລາວ ສ້າງໂຮງໝໍມິດຕະພາບແຂວງຫົວພັນ. ກິດຈະການອາຄານ 9 ຊັ້ນໄດ້ສົມບູນແບບແລ້ວ ແລະ ປະຈຸບັນກຳລັງກໍ່ສ້າງບັນດາກິດຈະການຍ່ອຍອື່ນໆ. ຄາດວ່າໂຮງໝໍຈະສ້າງສຳເລັດໃນປີ 2024.
ຫວ່າງມໍ່ໆມານີ້, ໄດ້ມີໂຮງໝໍຫຼາຍພະແນກສາກົນ La Vie ອີກແຫ່ງໜຶ່ງ ສ້າງໂດຍຊາວລາວເຊື້ອຊາດຫວຽດນາມ ເພື່ອຮັບໃຊ້ຄົນເຈັບທັງຊາວຫວຽດນາມ ແລະ ຊາວລາວ ທີ່ອາໄສຢູ່ນະຄອນຫຼວງວຽງຈັນ. ໂຮງໝໍພວມກະກຽມເປີດນຳໃຊ້ ແລະ ໄດ້ຮັບການໜູນຊ່ວຍຈາກໂຮງໝໍມະຫາວິທະຍາໄລການແພດຮ່າໂນ້ຍ ແລະ ສະມາຄົມປະສານງານຊາວຫວຽດນາມຢູ່ຕ່າງປະເທດ (ALOV).
ຖ່າຍທອດເຕັກນິກໃໝ່ຫຼາຍດ້ານໃຫ້ແກ່ຂະແໜງສາທາລະນະສຸກຂອງລາວ
ທ່ານຮອງສາດສະດາຈານ, ດຣ ຫງວຽນເລີນຮຽວ, ຜູ້ອຳນວຍການໂຮງໝໍມະຫາວິທະຍາໄລການແພດຮ່າໂນ້ຍ ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ທາງໂຮງໝໍຈະສືບຕໍ່ໜູນຊ່ວຍໂຮງໝໍ La Vie ແບບທາງໄກໃນບັນດາກໍລະນີພະຍາດໜັກ ແລະ ສັບສົນ. ນອກນີ້, ໂຮງໝໍຍັງຈະສົ່ງຜູ້ຊ່ຽວຊານໄປຖ່າຍທອດເຕັກໂນໂລຊີ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ລາວ ຢູ່ຫວຽດນາມ, ພ້ອມທັງຮ່ວມມືໃນຂົງເຂດຄົ້ນຄວ້າວິທະຍາສາດ, ນຳໃຊ້ບັນດາເຕັກໂນໂລຊີໃໝ່...
“ຈະມີໂຄງການກ່ຽວກັບພະຍາດຫົວໃຈຢູ່ໂຮງໝໍ La Vie ໃນອະນາຄົດອັນໃກ້ໆນີ້. ບັນດາກໍລະນີພະຍາດຫົວໃຈວາຍຈະໄດ້ຮັບການປິ່ນປົວໂດຍໄວ, ເດັກນ້ອຍທີ່ມີພະຍາດຫົວໃຈມາແຕ່ກຳເນີດ ບໍ່ຈຳເປັນຕ້ອງໄປປິ່ນປົວຢູ່ຕ່າງປະເທດ”, ທ່ານຮອງສາດສະດາຈານ, ດຣ ຫງວຽນເລີນຮ໋ຽວ ແບ່ງປັນ.
![]() |
ໂຮງໝໍຫຼາຍຂະແໜງສາກົນ La Vie, ໂຮງໝໍມະຫາວິທະຍາໄລການແພດຮ່າໂນ້ຍ, ສະມາຄົມປະສານງານຊາວຫວຽດນາມຢູ່ຕ່າງປະເທດ (ALOV) ໄດ້ລົງນາມໃນສັນຍາຮ່ວມມື. ພາບ: ວູກູຍ |
ທ່ານເອກອັກຄະລັດຖະທູດ ຫງວຽນຝູບີ່ງ, ປະທານສະມາຄົມປະສານງານຊາວຫວຽດນາມ ອາໄສຢູ່ຕ່າງປະເທດ (ALOV), ໃຫ້ຮູ້ວ່າ: ສະມາຄົມຈະແມ່ນຂົວຕໍ່ໃຫ້ປະຊາຄົມຊາວ ຫວຽດນາມ ໄດ້ຮູ້ເຖິງບ່ອນທີ່ໜ້າເຊື່ອຖືເພື່ອຮັກສາສຸຂະພາບຂອງຕົນ ແລະ ຄອບຄົວ. ນີ້ຈະເປັນອ້ອມແຂນທີ່ກວ້າງຂອງສະມາຄົມ ເພື່ອເຊື່ອມຕໍ່ກັບປະຊາຊົນທີ່ຢູ່ຫ່າງໄກຈາກບ້ານເກີດເມືອງນອນ. ນອກນັ້ນ, ສະມາຄົມກໍ່ຈະຮຽກຮ້ອງບັນດານັກລົງທຶນເພື່ອເປີດກວ້າງບັນດາການເຄື່ອນໄຫວວິຊາສະເພາະຂອງໂຮງໝໍ.
“ສະມາຄົມສົມທົບກັບໂຮງໝໍ 2 ແຫ່ງ ຜັນຂະຫຍາຍບັນດາແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍ ແລະ ບັນດາຂໍ້ກຳນົດຂອງລັດທີ່ກ່ຽວຂ້ອງເຖິງຊາວຫວຽດນາມ ຢູ່ຕ່າງປະເທດ.
ບັນດາຝ່າຍສ້າງເງື່ອນໄຂສະດວກເພື່ອຊ່ວຍໃນການຮັກສາສຸຂະພາບ, ປັບປຸງຊີວິດການເປັນຢູ່ຂອງປະຊາຄົມຊາວຫວຽດນາມ ຢູ່ລາວ, ສົມທົບກັນປະຕິບັດບັນດາກໍລະນີລະອຽດໃຫ້ປະຊາຄົມຊາວ ຫວຽດນາມ ຢູ່ລາວ ທີ່ມີຄວາມຕ້ອງການດ້ານສຸຂະພາບ.
ບັນດາຝ່າຍຊຸກຍູ້ການໂຄສະນາ, ການພົບປະ, ແລກປ່ຽນ, ເຜີຍແຜ່ ແລະ ສະເໜີກັບໂຮງໝໍຫຼາຍຂະແໜງສາກົນ La Vie ກ່ຽວກັບບັນດາໜ້າທີ່ໜູນຊ່ວຍການສະໜອງການບໍລິການການແພດໃຫ້ຊາວຫວຽດນາມ ທີ່ກຳລັງດຳລົງຊີວິດ, ເຮັດວຽກ ແລະ ຮ່ຳຮຽນຢູ່ ລາວ.
ໂຮງໝໍມະຫາວິທະຍາໄລການແພດຮ່າໂນ້ຍ ໃຫ້ການສະໜັບສະໜູນຢ່າງມີປະສິດທິຜົນທີ່ສຸດໃຫ້ແກ່ ໂຮງໝໍຫຼາຍຂະແໜງສາກົນ La Vie ໃນວຽກງານວິຊາສະເພາະຂອງຕົນ.” ທ່ານເອກອັກຄະລັດຖະທູດ ຫງວຽນຝູບີ່ງແບ່ງປັນ.
ດ້ວຍບັນດາຜົນງານທີ່ບັນລຸໄດ້ທີ່ກ່າວມານັ້ນ, ນັກຊ່ຽວຊານຫຼາຍທ່ານຖືວ່າ, ນີ້ແມ່ນກຳລັງໜູນເພື່ອໃຫ້ບັນດາທ່ານໝໍ ຫວຽດນາມ ຢູ່ ລາວ ຍົກສູງຈິດໃຈຮັບໃຊ້ຄົນເຈັບໃຫ້ດີກ່ວາອີກ. ປິ່ນປົວພະຍາດໃຫ້ປະຊາຊົນກໍ່ແມ່ນວິທີການປະກອບສ່ວນເລັກໆນ້ອຍໆເພື່ອເພີ່ມພູນຄູນສ້າງໃຫ້ຄວາມສາມັກຄີ, ການພົວພັນມິດຕະພາບເປັນມູນເຊື້ອອັນຍາວນານຂອງປະຊາຊົນສອງປະເທດ ຫວຽດນາມ - ລາວ.
ດີງເລື້ອງ