01:00 | 16/10/2023

ກາ​ນາ​ດາ ຖື​ຫວຽດ​ນາມ ແມ່ນ​ຈຸດ​ໝາຍ​ນຳ​ໜ້າ​ໃນ​ຂົງ​ເຂດ​ການ​ຄ້າ​ສິນ​ຄ້າ

93 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ພັກ: ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ກາ​ນ​ພົວ​ພັນ​ຮ່ວມ​ມື ລະ​ຫວ່າງ ກາ​ນາ​ດາ ແລະ ຫວຽດ​ນາມ. 93 ປີ​ແຫ່ງ​ການ​ສ້າງ​ຕັ້ງ​ພັກ: ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັບ​ກາ​ນ​ພົວ​ພັນ​ຮ່ວມ​ມື ລະ​ຫວ່າງ ກາ​ນາ​ດາ ແລະ ຫວຽດ​ນາມ.
ສະມາຄົມ​ກາ​ນາ​ດາ - ຫວຽດນາມ ຢືນຢັນ​ບົດບາດ​ສຳຄັນ​ຂອງ​ຫວຽດນາມ ​ໃນ​ຂະ​ແໜງ​ທຸລະ​ກິດ​ກາ​ນາ​ດາ ສະມາຄົມ​ກາ​ນາ​ດາ - ຫວຽດນາມ ຢືນຢັນ​ບົດບາດ​ສຳຄັນ​ຂອງ​ຫວຽດນາມ ​ໃນ​ຂະ​ແໜງ​ທຸລະ​ກິດ​ກາ​ນາ​ດາ

ກອງປະຊຸມສຳມະນາດ້ວຍຫົວຂໍ້ “ຍາດແຍ່ງໄມ້ງັດ FTA ເພື່ອເຂົ້າ ອາຊຽນ: ໂອກາດ ກ່ຽວກັບອຸດສາຫະກຳ ແລະ ເຕັກໂນໂລຢີໃຫ້ແກ່ບັນດາວິສາຫະກິດ ການາດາ ຢູ່ ຫວຽດນາມ” ຫາກໍ່ດຳເນີນຢູ່ແຂວງ British Columbia (BC). ເຫດການໂດຍຫ້ອງການການຄ້າ ແລະ ຫ້ອງການວິທະຍາສາດ ເຕັກໂນໂລຢີ ສະຖານທູດ ຫວຽດນາມ ປະຈຳ ການາດາ ສົມທົບກັບກົມວຽກເຮັດງານທຳ, ພັດທະນາເສດຖະກິດ ແລະ ນະວັດຕະກຳ BC ແລະ ສະພາດຳເນີນທຸລະກິດ ການາດາ - ອາຊຽນ ຈັດຂຶ້ນ.

ຫວຽດນາມ ຕັ້ງ​ຢູ່​ອາ​ຊຽນ, ​ແມ່ນ​ພາກ​ພື້ນ​ທີ່​ມີ​ການ​ເຕີບ​ໂຕ​ເສດຖະກິດ​ໄວ​ທີ່​ສຸດ​ໃນ​ໂລກ, ​ແມ່ນ​ຈຸດໝາຍ​ອັນ​ດັບ​ໜຶ່ງ​ຂອງ​ສິນຄ້າ ​ແລະ ການ​ບໍລິການ​ຂອງ​ກາ​ນາ​ດາ​ໃນ​ບັນດາ​ປະ​ເທດ​ອາ​ຊຽນ, ຍ້ອນ​ອັດຕາ​ເຕີບ​ໂຕ​ເສດຖະກິດ​ສະ​ເລ່ຍ 7% ​ໃນ 30 ປີຜ່ານມາ. ຫວຽດນາມ ພວມ​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ​ແມ່ນ​ປະຕູ​ໃຫ້​ບັນດາ​ວິ​ສາ​ຫະກິດ​ກາ​ນາ​ດາ ທີ່​ຢາກ​ເຂົ້າ​ເຖິງ​ຕະຫຼາດ​ນີ້ ດ້ວຍ​ຈຳນວນ​ລູກ​ຄ້າ 660 ລ້ານ​ຄົນ.

ກາ​ນາ​ດາ ຖື​ຫວຽດ​ນາມ ແມ່ນ​ຈຸດ​ໝາຍ​ນຳ​ໜ້າ​ໃນ​ຂົງ​ເຂດ​ການ​ຄ້າ​ສິນ​ຄ້າ

ທີ່​ປຶກ​ສາ​ການ​ຄ້າ​ສະ​ຖານ​ທູດ​ຫວຽດ​ນາມ ເຈີນທູກິວ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ.

ການ​ພົວພັນ​ດ້ານ​ການ​ຄ້າ​ລະຫວ່າງ​ຫວຽດນາມ ​ແລະ ​ແຂວງ BC ​ໄດ້​ເລີ່​ມຟື້ນ​ຟູ​ຢ່າງ​ຕັ້ງໜ້າ, ​ໃນ​ປີ 2022, BC ​ໄດ້​ຮັບ​ການ​ເຕີບ​ໂຕ 63%. ອຸດສາຫະກຳ​ປ່າ​ໄມ້​ຂອງ BC ພວມ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຈາກ​ການ​ພົວພັນ​ກັບ ຫວຽດນາມ ຜ່ານ CPTPP, ດ້ວຍ​ການ​ສົ່ງ​ອອກ​ໄມ້​ອ່ອນ​ເພີ່ມ​ຂຶ້ນ​ເກືອບ 60% ​ໃນ 5 ປີຜ່ານມາ.

ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານລັດຖະມົນຕີການຄ້າ BC Jagrup Brar, ຖືວ່າ ເລື່ອງ ການາດາ ເພີ່ມທະວີການພົວພັນກັບບັນດາຄູ່ຮ່ວມມືທົ່ວໂລກ ຄື ຫວຽດນາມ ແມ່ນສຳຄັນທີ່ສຸດ. ຫວຽດນາມ ແມ່ນສະມາຊິກຂອງ ອາຊຽນ ແລະ ແມ່ນສະຖານທີ່ນັດພົບແຖວໜ້າສຳລັບສິນຄ້າ, ການບໍລິການຂອງ ການາດາ ໃນຈຳນວນບັນດາປະເທດ ອາຊຽນ.

ສ່ວນທ່ານ ຫງວຽນກວາງຈຸງ ຫົວໜ້າສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ BC ໄດ້ຕີລາຄາວ່າ ໂດຍແມ່ນສະມາຊິກຂອງສົນທິສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມ ປາຊີຟິກ (CPTPP), ບັນດານັກລົງທຶນ ແລະ ສົ່ງອອກຂອງທັງ ຫວຽດນາມ ແລະ ການາດາ ລ້ວນແຕ່ໄດ້ຮັບຜົນປະໂຫຍດຈາກການສຳຜັດກັບຕະຫຼາດເປີດກວ້າງ ແລະ ສະພາບແວດລ້ອມທີ່ໄດ້ຫຼຸດຜ່ອນອາສີອາກອນ ຕາມການກຳນົດ.

ຄຳຮຸ່ງ

Link: https://huunghivietlao.thoidai.com.vn/detail-article-17336.html

In bài biết