00:00 | 10/10/2023

ຊຸກຍູ້ຂະບວນການຂອງນັກສຶກສາຫວຽດນາມ ປະຈຳ ໂຮນລັງ

ເອກອັກຄະລັດຖະທູດ ແລະພະນັກງານສະຖານທູດຫວຽດນາມ ປະຈຳ ເຢຍລະມັນ ໄດ້ໄປຍັງສະຖານທູດລາວ ປະຈຳ Berlin ເພື່ອອວຍພອນປີໃໝ່ລາວ ເອກອັກຄະລັດຖະທູດ ແລະພະນັກງານສະຖານທູດຫວຽດນາມ ປະຈຳ ເຢຍລະມັນ ໄດ້ໄປຍັງສະຖານທູດລາວ ປະຈຳ Berlin ເພື່ອອວຍພອນປີໃໝ່ລາວ
ຫວຽດນາມ ຮຽກຮ້ອງຊຸກຍູ້ບັນດາຄຳໝັ້ນສັນຍາຂອງກອງປະຊຸມ Berlin ກ່ຽວກັບສະພາບການ ລີເບຍ ຫວຽດນາມ ຮຽກຮ້ອງຊຸກຍູ້ບັນດາຄຳໝັ້ນສັນຍາຂອງກອງປະຊຸມ Berlin ກ່ຽວກັບສະພາບການ ລີເບຍ

ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່​ມີ​ຜູ້​ແທນ​ເກືອບ 50 ຄົນ​ທີ່​ຕາງໜ້າ​ໃຫ້ 8 ສາຂາສະມາຄົມ​ນັກ​ສຶກສາ ​ແລະ ຊາວ​ໜຸ່ມ, ນັກ​ສຶກສາ​ຫວຽດນາມ ຈຳນວນ 3.500 ຄົນທີ່​ພວມ​ຮ່ຳຮຽນ​ຢູ່​ທົ່ວ​ລາຊະ​ອານາຈັກ ໂຮນລັງ.

ກອງ​ປະຊຸມ​ໃຫຍ່​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງ​ຈົບງາມ, ​ກອງ​ປະຊຸມ​ໃຫຍ່ໄດ້ໃຫ້ຄວາມເຊື່ອຖືເລືອກຕັ້ງ​​​ເອົາ ​ນັກ​ສຶກສາ 17 ຄົນເຂົ້າ​ຮ່ວມ​ຄະນະ​ບໍລິຫານ​ງານ​ສະມາຄົມ​ນັກ​ສຶກສາ ​ປະຈຳ ໂຮນລັງ ຊຸດທີ V, ອາຍຸການ 2023 – 2025.

ທ່ານ​ເອກ​ອັກຄະ​ລັດຖະທູດ ໂງ​ເຮື່ອງນາມ, ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ ປະຈຳ​ ລາຊະ​ອານາຈັກໂຮນລັງ ​ໄດ້​ເຂົ້າ​ຮ່ວມ​ກ່າວຄຳປາໄສຊີ້ນຳ ​ແລະ ມອບ​ດອກ​ໄມ້​ຊົມເຊີຍ​ກອງ​ປະຊຸມໃຫຍ່.

ຊຸກຍູ້ຂະບວນການຂອງນັກສຶກສາຫວຽດນາມ ປະຈຳ ໂຮນລັງ
ທ່ານ​ເອກ​ອັກຄະ​ລັດຖະທູດໂງ່ເຮື່ອງນາມ, ​ເອກ​ອັກຄະ​ລັດຖະທູດ​ວິສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ ປະຈຳ​ລາຊະ​ອານາຈັກ ໂຮນລັງ ​ໄດ້​ເຂົ້າ​ຮ່ວມ​ກ່າວຄຳປາໄສຊີ້ນຳ ​ແລະ ມອບ​ດອກ​ໄມ້​ຊົມເຊີຍກອງ​ປະຊຸມໃຫຍ່.

ທ່ານ​ເອກ​ອັກຄະ​ລັດຖະທູດ ​ໄດ້​ຮັບ​ຮູ້ ​ແລະ ຕີ​ລາຄາ​ສູງ​ບັນດາ​ບັນດາ​ນັກ​ສຶກສາ ຫວຽດນາມ ລຸ້ນຕ່າງໆທີ່​ໄດ້​ຮ່ຳຮຽນ​ຢູ່ ໂຮນລັງ​, ບັນດາ​ນັກ​ສຶກສາ​ທີ່​ມີ​ຈິດ​ໃຈ​, ມີການຮ່ຳຮຽນ​ດີ, ບັນລຸ​ໄດ້​ບັນດາ​ຜົນງານ​ທີ່​ໜ້າ​ປະ​ທັບ​ໃຈ, ມີນັກສຶກສາຫຼາຍຄົນບັນລຸ​ໄດ້​ຜົນສຳ​ເລັດ​ຫລາຍ​ຢ່າງ​ໃນ​ພາລະກິດ​ໃນ​ຕໍ່ໜ້າຂອງຕົນ, ບາງ​ຄົນ​ໃນ​ປະຈຸ​ບັນ​ໄດ້​ຮັບ​ຕຳ​ແໜ່​ງສູງ​ໃນ​ລະ​ບົບ​ການ​ເມືອງ​ຢູ່​ຫວຽດ​ນາມ, ມີ​​ຕຳ​ແໜ່ງ​ທີ່​ດີ​ຢູ່​ບໍ​ລິ​ສັດ, ອົງ​ການ​ຈັດ​ຕັ້ງ​ຂອງ​ຕ່າງ​ປະ​ເທດ.

ທ່ານ​ເອກ​ອັກຄະ​ລັດຖະທູດ ​ໄດ້ຍ້ອງຍໍ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ດີ​ເດັ່ນ, ມີ​ຫົວຄິດ​ປະດິດ​ສ້າງ ​ແລະ ມີ​ຄວາມ​ໝາຍ​ໃນ​ຫຼາຍ​ດ້ານ​ໃນ​ໄລຍະ​ຜ່ານ​ມາ​ຄື: ຂະບວນການ​ອາສາ​ສະໝັກ, ບັນດາ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ຕ້ານ​ໂລກ​ລະບາດ Covid, ນະວັດຕະກຳ '' ​ໂຄງການຂໍ້ລິເລີ່ມຊາວ​ໜຸ່ມ ຫວຽດນາມ ​ໃນ​ທົ່ວ ​ເອີ​ລົບ InnoCity”, ງານ​ຕະຫຼາດນັດວຽກເຮັດງານທຳນັກ​ສຶກສາ; ລາຍ​ການ​ຕ້ອນ​ຮັບ​ນັກ​ສຶກ​ສາ​ໃຫມ່ ... ບັນດາຂະບວນການ​ກິ​ລາ​ທີ່ຟົດຟື້ນ​ເຊັ່ນ​: ວັນບຸນ​ກິ​ລາ​, ໂຄງ​ການບຳລຸງສ້າງ​ທັກສະ​ສໍາ​ລັບ​ນັກ​ສຶກ​ສາ ...

ທ່ານ​ເອກ​ອັກຄະ​ລັດຖະທູດ ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ສູງຕໍ່ບັນດາ​ນັກ​ສຶກສາ​ທີ່​ກອງ​ປະຊຸມໃຫຍ່​ໄດ້ເລືອກ​ຕັ້ງເຂົ້າຮ່ວມ​ເປັນ​ຄະນະ​ບໍລິຫານ​ງານ​ອາຍຸການ 2023 - 2025, ປະທານ​ສະມາຄົມ, ບັນດາຮອງ​ປະທານ ​ແລະ ບັນດາກຳມະການ​ໃໝ່​ຈະ​ມີຄວາມເຊື່ອຖື, ມີຄວາມສຸດຈິດໃຈ, ມີ​ຄວາມ​ຮັບຜິດຊອບ, ປະດິດ​ສ້າງ, ປ່ຽນແປງໃໝ່... ເພື່ອນຳພາ​ຂະບວນ​ການຂອງ​ນັກ​ສຶກສາ​ຫວຽດນາມ ປະຈຳ ໂຮນລັງ ໃນ​ໄລຍະ​ຈະ​ມາ​ເຖິງ.

ດີງເລື້ອງ

Link: https://huunghivietlao.thoidai.com.vn/detail-article-17334.html

In bài biết