15:22 | 04/10/2023

ຄະນະຜູ້ແທນຂັ້ນສູງຂອງປະເທດບຣູໄນ ໄດ້ໄປຢ້ຽມຢາມລະນຶກເຖິງພົນລະເມືອງຢູ່ລາວ

ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ພົບປະສອງຝ່າຍກັບລັດຖະມົນຕີກະຊວງການຕ່າງປະເທດ  ອິນໂດເນເຊຍ ແລະ ບຣູໄນ ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ພົບປະສອງຝ່າຍກັບລັດຖະມົນຕີກະຊວງການຕ່າງປະເທດ ອິນໂດເນເຊຍ ແລະ ບຣູໄນ
ປະທານ VUFO ສົ່ງຈົດໝາຍອວຍພອນການພົວພັນ ຫວຽດນາມ-ບຣູໄນ ຄົບຮອບ 30 ປີ ປະທານ VUFO ສົ່ງຈົດໝາຍອວຍພອນການພົວພັນ ຫວຽດນາມ-ບຣູໄນ ຄົບຮອບ 30 ປີ

ໃນໂອກາດເດີນທາງ ມາຢ້ຽມຢາມທາງລັດຖະກິດ ຢູ່ ສປປ ລາວ ລະຫວ່າງ ວັນທີ 2-4 ຕຸລາ 2023 ນີ້, ໃນຕອນເຊົ້າຂອງວັນທີ 3 ຕຸລາ, ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ດາຣູຊາ​ລາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ​ແລະ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຂົ້າວາງ ພວງມາລາ ຢູ່ຕໍ່ໜ້າອະນຸສາວະ ລີນັກຮົບນິລະນາມ (ດາວແດງ) ນະຄອນຫລວງວຽງຈັນ.

ຄະນະຜູ້ແທນຂັ້ນສູງຂອງປະເທດບຣູໄນ ໄດ້ໄປຢ້ຽມຢາມລະນຶກເຖິງພົນລະເມືອງຢູ່ລາວ

ຄະນະຜູ້ແທນຂັ້ນສູງຂອງປະເທດບຣູໄນ ໄດ້ໄປຢ້ຽມຢາມລະນຶກເຖິງພົນລະເມືອງຢູ່ລາວ. (ພາບ: KPL)

ການວາງພວງມາລາໃນຄັ້ງນີ້, ເພື່ອສະແດງຄວາມໄວ້ອາໄລ ​ເຖິງດວງວິນຍານຂອງບັນດາ ນັກຮົມນິລະນາມ, ວິລະຊົນ ຜູ້ທີ່ເສຍສະລະຊີວິດ, ເລືອດເນື້ອ ເພື່ອພາລະກິດປະຕິວັດ ຢ່າງອົງອາດກ້າຫານ ພາຍໃຕ້ການນຳພາ-ຊີ້ນຳ ຂອງພັກປະຊາຊົນ ປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະ ແລະ ປະກາດເອກະລາດ, ສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975.

Link: https://huunghivietlao.thoidai.com.vn/detail-article-17244.html

In bài biết