00:00 | 02/10/2023

ມີ​ກ່ວາ 1.500 ຄົນ ໃນ Festival ລະ​ດູ​ໃບ​ໄມ້ຫຼົ່ນ ຮ່າ​ໂນ້ຍ

ສີສັນ​ລະດູ​ໃບ​ໄມ້ຫຼົ່ນຢູ່​ເຂດ​ປ່າ​ຊາຍ​ເລນ​ທີ່​ມີ​ຊື່​ສຽງ​ຂອງ​ເມືອງ​ເຫ້ວ ສີສັນ​ລະດູ​ໃບ​ໄມ້ຫຼົ່ນຢູ່​ເຂດ​ປ່າ​ຊາຍ​ເລນ​ທີ່​ມີ​ຊື່​ສຽງ​ຂອງ​ເມືອງ​ເຫ້ວ
ເອກ​ອ້າງ​ທະ​ນົງ​ໃຈ​ຕໍ່ 77 ລະ​ດູ​ໃບ​ໄມ້ຫຼົ່ນ​ແຫ່ງ​ເອ​ກະ​ລາດ ເອກ​ອ້າງ​ທະ​ນົງ​ໃຈ​ຕໍ່ 77 ລະ​ດູ​ໃບ​ໄມ້ຫຼົ່ນ​ແຫ່ງ​ເອ​ກະ​ລາດ

ພິທີໄຂ Festival ລະດູໃບໄມ້ຫຼົ່ນ ຮ່າໂນ້ຍ ປີ 2023 ໄດ້ດຳເນີນໃນຕອນຄ່ຳວັນທີ 29 ກັນຍາຢູ່ບໍລິເວນຖະໜົນຍ່າງ ຮ່ວານກຽມ (ຮ່າໂນ້ຍ). ລາຍການໂດຍນະຄອນຮ່າໂນ້ຍ ຈັດຂຶ້ນເພື່ອແນໃສ່ໂຄສະນາບັນດາສະຖານທີ່ທ່ອງທ່ຽວ, ຜະລິດຕະພັນທ່ອງທ່ຽວ ຍາມລະດູໃບໄມ້ຫຼົ່ນຮ່າໂນ້ຍ ເພື່ອດຶງດູດແຂກທ່ອງທ່ຽວມາ ຮ່າໂນ້ຍ. Festival ລະດູໃບໄມ້ຫຼົ່ນ ຮ່າໂນ້ຍ 2023 ດ້ວຍຫົວຂໍ້ ລະດູໃບໄມ້ຫຼົ່ນຮ່າໂນ້ຍ - ສະຖານທີ່ແຫ່ງຄວາມຮັກ”

ມີ​ກ່ວາ 1.500 ຄົນ ໃນ Festival ລະ​ດູ​ໃບ​ໄມ້ຫຼົ່ນ ຮ່າ​ໂນ້ຍ

Festival ລະດູໃບໄມ້ຫຼົ່ນ ຮ່າໂນ້ຍ ປີ 2023 ມີຫຼາຍການເຄື່ອນໄຫວທີ່ອຸດົມສົມບູນ ຄື: ງານວາງສະແດງພາບຖ່າຍລະດູໃບໄມ້ຫຼົ່ນຮ່າໂນ້ຍ, ການສະແດງ ສຸດເສື້ອຍາວ ແຕ່ງງານຕາມການເວລາ”, ແນະນຳ ເຂົ້າເໝົ້າຮ່າໂນ້ຍ, ມໍລະດົກອະຊີບຕັດຫຍິບເສື້ອຍາວ ແຈງຊ້າ, Carnaval ລະດູໃບໄມ້ຫຼົ່ນ ຮ່າໂນ້ຍ… ກ່າວຄຳເຫັນໄຂ Festival ລະດູໃບໄມ້ຫຼົ່ນ ຮ່າໂນ້ຍ 2023, ທ່ານ ຫງວຽນແມັງກວຽນ, ຮອງປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ເນັ້ນໜັກວ່າ:

ດ້ວຍເປົ້າໝາຍນຳການທ່ອງທ່ຽວກາຍເປັນຂະແໜງເສດຖະກິດປາຍແຫຼມເທື່ອລະກ້າວ, ນະຄອນພວມມານະພະຍາຍາມເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຂອງທັດສະນີຍະພາບມໍລະດົກ ແລະ ສ້າງຜະລິດຕະພັນການທ່ອງທ່ຽວໃໝ່ຕິດພັນກັບເຄື່ອງໝາການທ່ອງທ່ຽວນະຄອນຫຼວງ. ໂຄງການປີ 2023 ແມ່ນເຫດການ ທີ່ໄດ້ຮັບການຈັດຂຶ້ນເພື່ອແນໃສ່ປະກອບສ່ວນເຂົ້າໃນວິວັດທະນາການເຕີບໂຕ, ພັດທະນາການທ່ອງທ່ຽວຂອງນະຄອນຫຼວງຢ່າງຮອບດ້ານ, ທັງດ້ານຂອບຂະໜາດ ແລະ ຄຸນນະພາບການບໍລິການ, ເພີ່ມຈຳນວນ ແລະ ຄຸນນະພາບແຂກທ່ອງທ່ຽວ ແລະ ຮັບປະກັນລັກສະນະຍືນຍົງ.

ຄຳຮຸ່ງ

Link: https://huunghivietlao.thoidai.com.vn/detail-article-17208.html

In bài biết