ສປປ ລາວ ວາງຄາດໝາຍຈະດຶງດູດ ນັກທ່ອງທ່ຽວ 2,7 ລ້ານຄົນປີ 2024
ເສດຖະກິດຍາມກາງຄືນຄືປັດໄຈຊ່ວຍໃຫ້ການທ່ອງທ່ຽວຫຼວງພະບາງ ເພີ່ມສີສັນ ແລະ ຄວາມຈັບໃຈຂອງນັກທ່ອງທ່ຽວ | |
ອາລະບຳ້ຮູບພາບທີ່ ເຮັດໃຫ້ນັກທ່ອງທ່ຽວຕ່າງປະເທດຢາກມາທ່ຽວ ຫວຽດນາມ |
ນັບຖອຍຫລັງເຫລືອພຽງ 4ເດືອນ ສປປ ລາວ ຈະເປັນເຈົ້າພາບ ຈັດກອງປະຊຸມສຸດຍອດທ່ອງທ່ຽວອາຊຽນ ຂະນະທີ່ ສປປ ລາວ ຕັ້ງເປົ້າໝາຍສູ້ຊົນໄວ້ວ່າພາຍໃນປ 2023 ຈະດຶງດູດ ແລະ ຕ້ອນຮັບນັກທ່ອງທ່ຽວໃຫ້ບັນລຸ 2,5 ລ້ານກວ່າຄົນ ແລະ ຄາດວ່າປີ 2024 ຈະດຶງ ດູດນັກທ່ອງທ່ຽວໃຫ້ໄດ້ 2,7 ຄົນ.
![]() |
ຫວ່າງບໍ່ດົນມານີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ລາຍງານວ່າ: ປັດຈຸບັນນີ້ພວກເຮົາ ໄດ້ ມີການກະກຽມຄວາມພ້ອມຢ່າງຮອບດ້ານແລ້ວ ໂດຍສະເພາະໄດ້ມີຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງບັນດາອະນຸກຳມະການຮັບຜິດຊອບບັນດາໜ້າວຽກຕ່າງໆ ລວມມີ 13 ອະນຸກຳມະການເຊິ່ງປະກອບມີຜູ້ຕາງໜ້າຈາກບັນດາກະຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງ, ໄດ້ລົງນາມກັບອາຊຽນຕ້າ ເພື່ອຮ່ວມກັນຈັດງານວາງສະແດງການທ່ອງທ່ຽວອາຊຽນ, ນັບຕັ້ງແຕ່ລາວ ເຂົ້າເປັນສະ ມາຊິກອາຊຽນ 23 ກໍລະກົດ 1997 ຂະແໜງການທ່ອງທ່ຽວລາວ ໄດ້ຮັບກຽດເປັນເຈົ້າພາບຈັດງານມະຫາກຳທ່ອງທ່ຽວອາຊຽນ ຫລື ເອີ້ນວ່າ: ASEAN Tourism Forum (ATF) ສອງຄັ້ງແລ້ວຄື: ໃນປີ 2004, ປີ 2013 ແລະ ໃນປີ 2024 ແມ່ນຄັ້ງທີ 3 ພາຍໃຕ້ຄໍາຂວັນ “ອາ ຊຽນ ເປັນຈຸດໝາຍປາຍທາງການທ່ອງທ່ຽວທີ່ມີຄຸນນະພາບ ແລະ ມີຄວາມຮັບຜິດຊອບເພື່ອເຮັດໃຫ້ອາຊຽນມີຄວາມຍືນຍົງ ໃນອະນາຄົດ” ຫລື “Quality and Respon-sible Tourism – Sustaining ASEAN Future” ສຳລັບການເປັນເຈົ້າພາບຈັດງານມະຫາກຳ ການທ່ອງທ່ຽວອາຊຽນ ATF 2024 ຂອງລາວ ຖືເປັນເຫດການໜຶ່ງທີ່ສຳຄັນຢ່າງຍິ່ງ, ເປັນການຍົກສູງບົດບາດຂອງລາວ.
ໃນເວທີສາກົນເວົ້າລວມ, ເວົ້າສະເພາະວຽກ ງານການທ່ອງທ່ຽວ ຂອງລາວ ໃຫ້ເປັນທີ່ີຮູ້ຈັກຢູ່ໃນພາກພື້ນ ແລະ ສາກົນ ເຊິ່ງປະເທດລາວເອງເເມ່ນມ ແຫລ່ງທຳມະຊາດທີ່ອຸດົມສົມບູນ ແລະ ສວຍງາມເໝາະແກ່ການພັດທະນາໃຫ້ເປັນແຫລ່ງທ່ອງທ່ຽວອະນຸລັກທຳມະຊາດ, ເປັນອຸດສາຫະກຳສີຂຽວປາສະຈາກໝອກຄວັນ, ອາຍພິດ ແລະ ເປັນບ່ອນພັກຜ່ອນແຫ່ງໃໝ່ ທີ່ມີຄວາມປະທັບໃຈຂອງນັກທ່ອງທ່ຽວຢູ່ໃນພາກພື້ນ ແລະ ໃນໂລກ, ລາວພວກເຮົາຍັງມີຮີດຄອງປະເພນີ, ວັດທະນະທຳ ແລະ ຂະນົບທຳນຽມຂອງປະຊາຊົນລາວບັນດາເຜົ່າທີ່ຫລາກຫລາຍ, ມີວັດວາອາຮາມ, ບູຮານສະຖານ ແລະ ສະຖານທີ່ປະຫວັດສາດທີ່ໜ້າສົນໃຈເຊັ່ນ: ຫລວງພະບາງເມືອງປະຫວັດສາດເມືອງມໍລະດົກທີ່ມີຊີວິດຊີວາ, ວັດພູຈຳປາສັກ ແລະ ທົ່ງໄຫ ຫີນ ແຂວງຊຽງຂວາງ ສະຖານບູ ຮານເກົ່າແກ່ທີ່ເປັນມໍລະດົກໂລກ. ນອກຈາກນີ້ ສຽງແຄນລາວ ກໍຖືກຮັບຮອງເປັນມໍລະດົກໂລກທາງດ້ານນາມມະທຳຂອງມວນມະນຸດຊາດ ເຊ່ິງເປັນສັນຍາລັກໜຶ່ງທີ່ມີຄຸນຄ່າທາງດ້ານຈິດໃຈ ຄຽງຄູ່ກັບປະຊາຊົນ ລາວບັນດາເຜົ່າມາແຕ່ດົນນານແລ້ວ.ດັ່ງທີ່ຮູ້ນໍາກັນ, ລັດຖະບານລາວ ເຮົາກໍໄດ້ວາງຄາດສູ້ຊົນດຶງດູນັກ ທ່ອງທ່ຽວໃຫ້ໄດ້ 2 ລ້ານ 5 ແສນ ຄົນ ພາຍໃນປີ 2023 ນີ້ ແລະ ສືບ ຕໍ່ປະບັດຄາດໝາຍປີ 2024 ໃຫ້ໄດ້ 2 ລ້ານ 7 ແສນຄົນ.
ຄຳຮຸ່ງ