ທ່ຽວຕາດນໍ້າແຮງ ຊົມທຳມະຊາດຕິດພັນກັບວິທີຊີວິດທ້ອງຖິ່ນ
ອົງການທ່ອງທ່ຽວແຫ່ງຊາດຫວຽດນາມວາງແຜນການໂຄສະນາປີ 2024 | |
ວິສາຫະກິດລາວ ແລະ ໄທ ມີຄວາມສົນໃຈໃນການລົງທຶນການທ່ອງທ່ຽວທາງທະເລຢູ່ກວາງຈີ ສສ ຫວຽດນາມ |
ເສັ້ນທາງປູຢາງ 4 ກິໂລ ແມັດ, ຈາກນັ້ນເຂົ້າໄປເປັນເສັ້ນ ທາງຍົກລະດັບປູຫີນແຮ່ ແລະ ດິນແດງທຽວໄດ້ໃນລະດູແລ້ງເທົ່ານັ້ນ. ຕາດນໍ້າເປັນແຫລ່ງທ່ອງທ່ຽວທີ່ສວຍງາມອີກແຫ່ງໜຶ່ງຂອງເມືອງ ຮຸນແຂວງອຸດົມໄຊ ອຸດົມສົນບູນດ້ວຍທຳມະຊາດ, ຊີວະນາໆພັນ ແລະ ເປັນນ້ຳຕົກຕາດສັກສິດເຊິ່ງທ່ີຄົນທ້ອງຖ່ິນເຄີຍເຄົາລົບນັບຖືວ່າມີເຈົ້າຖິ່ນເຈົ້າຖານປົກປັກຮັກສາທີ່ບໍ່ຄວນລົບລູ່ ໂດຍສະເພາະບ່ໍໃຫ້ຂ້າໂຕແບ້ ແລະ ໂຕໝາຖິ້ມລົງນ້ຳ ອາດເຮັດໃຫ້ລະບົບນ້ຳແຫ້ງລົງ ຕາມການເຊື່ອຖືຂອງຊາວບ້ານແຕ່ບູຮານນະການ ແລະ ຍັງເຊື່ອຖືກັນມາເຖິງທຸກວັນນີ້.
![]() |
ລັກສະນະຂອງຕາດປະກອບມີ ຫລາຍພັກເປັນຊັ້ນ ແລະ ມີລັກສະນະເນີນຂຶ້ນໄປ ປະກອບມີສາມຕາດລຽນກັນຂຶ້ນຄື: ຕາດທີ 1: ມີຄວາມ ສູງປະມານ 13 ແມັດ, ຕາດທີ 2: ມີຄວາມສູງ ປະມານ 8 ແມັດ ແລະ ຕາດທີ 3: ສູງປະມານ 5 ແມັດ. ຕາດ ນ້ຳ ແຮງມີຄວາມຍາວທັງໝົດປະມານ 20 ແມັດ, ແມ່ນ້ຳນີ້ໄຫລອອກມາຈາກບ້ານນ້ຳຍື່ງ ໄປສູ່ບ້ານສີບຸນເຮືອງ ທີ່ອຸດົມໄປດ້ວຍລະບົບນິເວດວິທະຍາ ແລະ ຊີວະນາໆພັນ ແຕ່ລະພັກສາມາດລົງຫລິ້ນອາບນ້ຳໄດ້.
![]() |
ນອກຈາກນີ້ຍັງສາມາດທ່ຽວຊົມວິຖີຊີວິດ, ຊົມການ ຜະລິດກະສິກຳຂອງຊາວບ້ານ ທີ່ມີຄວາມຜູກພັນກັບຕາດແຫ່ງນີ້ມາແຕ່ດົນນານ. ຕາດນ້ຳແຮງເປັນນ້ຳຕົກຕາດທ່ີເກີດຂຶ້ນມາໂດຍທຳມະຊາດ ແລະ ໄດ້ຄົ້ນພົບເຫັນໃນສະຕະວັດທີ 3, ໃນສະໄໝກ່ອນແມ່ນທ້າວແຊນມີ ເປັນຜູ້ນຳພາມາຕັ້ງບ້ານປະກອບມີ 15 ຄອບຄົວ, ໄດ້ຕັ້ງຊື່ວ່າບ້ານ ແຊມມີ ຫລັງຈາກນັ້ນມາໄດ້ຕັ້ງຊື່ວ່າ ບ້ານນ້ຳແຮງ ເພາະວ່ານ້ຳໄຫລຕົກລົງຕາດມີຄວາມແຮງ ແລະ ສົ່ງສຽງດັງສະໜັ່ນໄປໄກ, ສຽງນໍ້າດັງແຮງ, ຊາວບ້ານກໍ່ໄດ້ໃສ່ຊື່ວ່າຕາດນ້ຳແຮງ.ອີກສາເຫດໜຶ່ງທີ່ວ່າຕາດ ນ້ຳແຮງນັ້ນ ຍ້ອນ ວ່າແຕ່ກ່ອນນັ້ນ ມີປ່າດົກໜາປົກຫຸ້ມອຸດົມສົມບູນດ້ວຍປ່າໄມ້ໃຫຍ່, ເຄືອເຂົາ ແລະ ຢູ່ບໍລິເວນໜ້າຕາດມີເຄືອໝາກແຫລະເສັ້ນໜຶ່ງໃຫຍ່ຢ່ອນລົງມາໜ້າຕາດ ເວລານ້ຳຕົກໂຕນຕາດຖືກ ເຄືອເຂົາດັ່ງກ່າວນັ້ນມັນກະເດັນອອກທັບໃສ່ນ້ຳໂຕນຕາດກາຍເປັນ ສຽງດັງແຮງອອກໄປໄກຫລາຍກິໂລແມັດ, ບາງເທືອກໍ່ໄດ້ຍິນສຽງດັງໄປຮອດເມືອງຮຸນ. ດ້ວຍເຫດນັ້ນປະຊາຊົນເມືອງຮຸນ ຈິ່ງພາກັນເອີ້ນຊື່ຕາດນີ້ວ່າ ຕາດນ້ຳແຮງ.
ຄຳຮຸ່ງ