00:00 | 21/09/2023

ຄະນະປະຕິບັດງານກົມໃຫຍ່ການເມືອງ ກອງທັບປະຊາຊົນລາວ ມາຢ້ຽມຢາມ, ຊອກຮູ້ສະພາບຕົວຈິງຢູ່ບໍລິສັດ 715

ຄະນະຜູ້ແທນຂັ້ນສູງກອງທັບປະຊາຊົນລາວ ມາຢ້ຽມຢາມ ແລະເຮັດວຽກຢູ່ກອງບັນຊາການທະຫານນະຄອນຫຼວງຮ່າໂນ້ຍ ຄະນະຜູ້ແທນຂັ້ນສູງກອງທັບປະຊາຊົນລາວ ມາຢ້ຽມຢາມ ແລະເຮັດວຽກຢູ່ກອງບັນຊາການທະຫານນະຄອນຫຼວງຮ່າໂນ້ຍ
ທ່ານຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ທ່ານຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

ນີ້ແມ່ນການເຄື່ອນໄຫວຂອງຄະນະຊີ້ນຳກໍ່ສ້າງການເມືອງຮາກຖານ ແລະພັດທະນາ 3 ຈຸດສຸມຂອງແຂວງໄຊສົມບຸນ, ເຊິ່ງກອງທັບປະຊາຊົນລາວ ໄດ້ແຮກສ່ຽວກັບແມ່ທັບນ້ອຍ 15, ກອງທັບປະຊາຊົນຫວຽດນາມ.

ຢູ່ທີ່ບໍລິສັດ 715, ຄະນະປະຕິບັດງານໄດ້ຢ້ຽມຢາມ ແລະເຮັດວຽກຢູ່ສຸກສາລາເສນາຮັກຂອງບໍລິສັດ 715; ມາຢ້ຽມຢາມຕ່ອງໂສ້ການປຸງແຕ່ງຢາງພາລາ ແລະຮູບແບບປູກໝາກນັດທີ່ສະມັດຕະພາບສູງຂອງກົມກອງ.

ຄະນະປະຕິບັດງານກົມໃຫຍ່ການເມືອງ ກອງທັບປະຊາຊົນລາວ ມາຢ້ຽມຢາມ, ຊອກຮູ້ສະພາບຕົວຈິງຢູ່ບໍລິສັດ 715

ຄະນະປະຕິບັດງານມາຢ້ຽມຊົມ ແລະຊອກຮູ້ກ່ຽວກັບຮູບແບບການປູກໝາກນັດທີ່ສະມັດຕະພາບສູງ. ພາບ: qdnd/ຕວນເຊີນ

ກ່າວຄຳເຫັນທີ່ການເຮັດວຽກກັບການນຳບໍລິສັດ 715, ສະຫາຍພົນຈັດຕະວາ ບົວໄລ ພົມມະວົງ ຂອບໃຈຕໍ່ຄວາມເອົາໃຈໃສ່, ໜູນຊ່ວຍຂອງກອງທັບປະຊາຊົນຫວຽດນາມ ເວົ້າລວມ ແລະແມ່ທັບນ້ອຍ 15 ເວົ້າສະເພາະ ໃນວຽກງານກໍ່ສ້າງການເມືອງຮາກຖານ - ການພັດທະນາຊົນນະບົດຮອບດ້ານຂອງກະຊວງປ້ອງກັນປະເທດລາວ. ສະຫາຍພົນຈັດຕະວາ ບົວໄລ ພົມມະວົງ ຕີລາຄາສູງຕໍ່ການເຄື່ອນໄຫວຂອງສຸກສາລາເສນາຮັກບໍລິສັດ 715 ດ້ວຍລະບົບອຸປະກອນຄົບຊຸດ ແລະບັນດາພະນັກງານ, ແພດໝໍທີ່ມີລະດັບວິຊາສະເພາະສູງ; ລະບົບການຜະລິດ ແລະປຸງແຕ່ງຢາງພາລາຄົບຊຸດ ແລະຮັບປະກັນປັດໃຈເປັນມິດກັບສິ່ງແວດລ້ອມ.

ພິເສດ ສະຫາຍພົນຈັດຕະວາ ບົວໄລ ພົມມະວົງ ຕີລາຄາສູງຮູບແບບການປູກໝາກນັດທີ່ສະມັດຕະພາບສູງຂອງບໍລິສັດ 715 ແລະຫວັງວ່າຜ່ານການເຄື່ອນໄຫວຮ່ວມມືກັບແມ່ທັບນ້ອຍ 15, ຮູບແບບນີ້ຈະໄດ້ຮັບການຖ່າຍທອດເພື່ອໃຫ້ເພື່ອນລາວປະຕິບັດຢູ່ປະເທດຕົນ.

ຕາມແຜນການແລ້ວ, ວັນທີ 22 ກັນຍາ, ຄະນະປະຕິບັດງານກົມໃຫຍ່ການເມືອງກອງທັບປະຊາຊົນລາວ ຈະລົງນາມໃນບົດບັນທຶກຊ່ວຍຈຳກ່ຽວກັບການແຮກສ່ຽວກັບແມ່ທັບນ້ອຍ 15 ກອງທັບປະຊາຊົນຫວຽດນາມ ແລະຕ້ອນຮັບນັກສໍາມະນະກອນທີ່ຮຽນຈົບກ່ຽວກັບກະສິກໍາຢູ່ຫວຽດນາມ ດ້ວຍທຶນການສຶກສາຂອງແມ່ທັບນ້ອຍ 15.

Link: https://huunghivietlao.thoidai.com.vn/detail-article-17098.html

In bài biết