ຫວຽດນາມ ຖືເປັນສຳຄັນການຊຸກຍູ້ການຮ່ວມມືກັບນະຄອນ New York, ແມ່ນສູນການຄ້າ ແລະ ການເງິນແຖວໜ້າຂອງໂລກ
The New York Times: ເຂດທົ່ງພຽງແມ່ນ້ຳແດງທາງພາກເໜືອ ນອນໃນບັນຊີລາຍຊື່ສະຖານທີ່ທ່ອງທ່ຽວ 52 ແຫ່ງໃນປີ 2022 | |
ຮ່າໂນ້ຍມອບຜ້າອັດປາກ 2 ໂຕນ ໃຫ້ແກ່ນະຄອນ New York |
ວັນທີ 22 ກັນຍາ (ຕາມເວລາທ້ອງຖິ່ນ), ເນື່ອງໃນໂອກາດເຂົ້າຮ່ວມສັບປະດາຂັ້ນສູງ ຊຸດທີ 78 ສະມັດຊາສະຫະປະຊາຊາດ ຢູ່ນະຄອນນິວຢອກ, ອາເມລິກາ, ທ່ານ ຟ້າມມີງຈິ໊ງ ນາຍົກລັດຖະມົນຕີຫວຽດນາມ ໄດ້ມີການພົບປະກັບທ່ານ Eric Adams ເຈົ້າຄອງນະຄອນນິວຢອກ.
ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມີງຈິ໊ງ ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນຕໍ່ການຊຸກຍູ້ການພົວພັນຮ່ວມມືກັບນິວຢອກ, ເຊິ່ງແມ່ນສູນການຄ້າ, ການເງິນແຖວໜ້າຂອງໂລກ ແລະຈະຮັບປະກັນສິດຜົນປະໂຫຍດໃຫ້ບັນດານັກລົງທຶນ, ການດຳເນີນທຸລະກິດຂອງອາເມລິກາ ເວົ້າລວມ ແລະນະຄອນນິວຢອກ ເວົ້າສະເພາະຢູ່ຫວຽດນາມ.
![]() |
ທ່ານນາຍົກລັດຖະມົນຕີ ຟ້າມມີງຈິ໊ງ ແລະ ເຈົ້າຄອງນະຄອນນິວຢອກ ທ່ານ Eric Adams ໄດ້ມີການພົບປະຢ່າງສະໜິດສະໜົມ |
ເນັ້ນໜັກວ່າ ນະຄອນນິວຢອກ ແມ່ນໜຶ່ງໃນບັນດາຂົງເຂດທີ່ມີປະຊາຄົມຊາວຫວຽດນາມ ອາໄສຢຸ່, ຮໍ່າຮຽນ ແລະເຮັດວຽກເປັນຈຳນວນຫຼວງຫຼາຍ, ທ່ານນາຍົກລັດຖະມົນຕີ ຂອບໃຈອຳນາດການປົກຄອງນະຄອນນິວຢອກ ທີ່ໄດ້ເອົາໃຈໃສ່ເຖິງປະຊາຄົມຊາວຫວຽດນາມ ຢູ່ປະເທດປະຈຳຖິ່ນ ແລະຖືວ່າ ຄວາມສາມາດບົ່ມຊ້ອນເພື່ອຊຸກຍູ້ການຮ່ວມມືຫຼາຍດ້ານລະຫວ່າງນະຄອນນິວຢອກ ກັບບັນດາທ້ອງຖິ່ນ, ອົງການຂອງຫວຽດນາມ ຍັງມີຫຼາຍຢູ່. ທ່ານນາຍົກລັດຖະມົນຕີ ສະແດງຄວາມປິຕິຊົມຊື່ນຕໍ່ເລື່ອງນະຄອນໂຮ່ຈີມິນ ແລະນະຄອນນິວຢອກ ໄດ້ລົງນາມໃນບົດບັນທຶກວ່າດ້ວຍການສ້າງຕັ້ງການພົວພັນມິດຕະພາບ ແລະການຮ່ວມມື, ຖືວ່ານີ້ແມ່ນພະຍານຫຼັກຖານທີ່ມີຊີວິດຊີວາໃຫ້ເຫັນການພົວພັນອັນດີງາມລະຫວ່າງຫວຽດນາມ-ອາເມລິກາ ເວົ້າລວມ ກໍ່ຄືລະຫວ່າງທ້ອງຖິ່ນຕ່າງໆຂອງສອງປະເທດເວົ້າສະເພາະ, ພ້ອມທັງປາດຖະໜາວ່າ ການພົວພັນຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດໃນໄລຍະຈະມາເຖິງຈະມີຫຼາຍກວ່ານີ້ຕື່ມອີກ.
ສ່ວນທ່ານ Eric Adams ເຈົ້າຄອງນະຄອນນິວຢອກ ກໍ່ຢັ້ງຢືນວ່າ ນະຄອນນິວຢອກ ຖືເປັນສໍາຄັນ ແລະພ້ອມແລ້ວທີ່ຈະເພີ່ມທະວີການພົວພັນມິດຕະພາບ ແລະການຮ່ວມມືກັບຫວຽດນາມ ຢ່າງມີປະສິດທິຜົນ ແລະແທດຈິງກວ່າອີກ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາລວມຂອງການພົວພັນສອງປະເທດ ກໍ່ຄືການພົວພັນລະຫວ່າງນະຄອນນິວຢອກ ແລະນະຄອນໂຮ່ຈີມິນ. ພ້ອມທັງຢັ້ງຢືນວ່າ ຈະມີມາດຕະການໜູນຊ່ວຍນະຄອນໂຮ່ຈີມິນ, ເພື່ອປະກອບສ່ວນນໍານະຄອນໂຮ່ຈີມິນ ໃຫ້ກາຍເປັນສູນການເງິນທີ່ເຂັ້ມແຂງຂອງພາກພື້ນ ແລະສາກົນ.
ຄຳຮຸ່ງ