ບັນດາສະຖານທີ່ຂອງ ຫວຽດນາມ ຍາດໄດ້ລາງວັນ ລາງວັນການທ່ອງທ່ຽວໂລກ 2023
ຄ້າຍພັກແລ້ງ ຫວຽດນາມ 2023: ເຊື່ອມຕໍ່ຊາວໜຸ່ມ ຫວຽດນາມ ອາໄສຢູ່ຕ່າງປະເທດ ກັບກົກເຄົ້າເຫງົ້າກໍ, ວັດທະນະທຳ ຫວຽດນາມ | |
ຫວຽດນາມ ແມ່ນຈຸດນັດພົບທີ່ນິຍົມໃນລະດູການທ່ອງທ່ຽວລະດູຮ້ອນ 2023 ຂອງຊາວ ສ.ເກົາຫຼີ |
ຫວຽດນາມ ມີຄວາມພິເສດດີເລີດລື່ນກາຍຫຼາຍປະເທດເພື່ອຄ້ວາໄດ້ລາງວັນ “ຈຸດນັດພົບແຖວໜ້າຢູ່ ອາຊີ” ຢູ່ World Travel Awards 2023.
ຫວຽດນາມ ແມ່ນປະເທດມີຫຼາຍສະຖານທີ່, ທິວທັດທຳມະຊາດທີ່ຫຼາກຫຼາຍ, ປະຊາຊົນຮັກແພງແຂກຄົນ ແລະ ບັນດາການບໍລິການທ່ອງທ່ຽວລະດັບສາກົນ. ດ້ວຍຂໍ້ສັງເກດດັ່ງກ່າວ, ລາງວັນການທ່ອງທ່ຽວໂລກ (WTA) ໄດ້ເຊີດຊູ ຫວຽດນາມ ແມ່ນ “ຈຸດນັດພົບແຖວໜ້າຂອງ ອາຊີ” ປີ 2023. ຕໍ່ໄປນີ້, VOV5 ຂໍລວບລວມບາງສະຖານທີ່ທີ່ໄດ້ຮັບການເຊີດຊູຈາກ WTA 2023.
![]() |
ປີນີ້, ນະຄອນຫຼວງ ຮ່າໂນ້ຍ ໄດ້ຮັບການເຊີດຊູ ເປັນ 3 ຄັ້ງ, ເຊິ່ງລວມມີລາງວັນ: “ນະຄອນແຖວໜ້າ ອາຊີ”, “ນະຄອນແຖວໜ້າ ອາຊີ ສຳລັບການພັກຜ່ອນໄລຍະສັ້ນ”. ນອກຈາກນັ້ນ, ພະແນກທ່ອງທ່ຽວ ຮ່າໂນ້ຍ ກໍ່ໄດ້ຮັບການເຊີດຊູ ແມ່ນ “ອົງການຄຸ້ມຄອງການທ່ອງທ່ຽວ ນະຄອນ ແຖວໜ້າ”. (ພາບ: : haycafe.vn) |
![]() |
ຕອນເຊົ້າຂອງລະດູໃບໄມ້ຫຼົ່ນ ຢູ່ໜອງ ຮວ່ານກ໋ຽມ (ພາບ: Giang Trịnh/FB Hà Nội Fan) |
![]() |
ນະຄອນ ໂຮ່ຈີມິນ ໄດ້ຮັບການເຊີດຊູ ແມ່ນ “ນະຄອນ ທ່ອງທ່ຽວສົມທົບກັບເຮັດວຽກດີທີ່ສຸດ” ແລະ “ຈຸດນັດພົບຂອງການຈັດງານບຸນ ແລະ ເຫດການແຖວໜ້າຢູ່ ອາຊີ” (ພາບ: dantri.com.vn) |
![]() |
ໂດຍນອນໃນໃຈກາງເມືອງ 1, ນະຄອນ ໂຮ່ຈີມິນ, ໂບດ ດຶກບ່າ ສວຍງາມ, ໃຫຍ່ໂຕມະໂຫຖານ ດ້ວຍສະຖາປັດຕະຍາກຳຂອງ ຝລັ່ງ, ແມ່ນໜຶ່ງໃນບັນດາສັນຍາລັກຂອງນະຄອນ (ພາບ: reatimes.vn) |
![]() |
ແຂວງ ຮ່າຢາງ ໄດ້ຮັບການເຊີດຊູແມ່ນ “ຈຸດນັດພົບຂອງການທ່ອງທ່ຽວທີ່ຫາກໍ່ພົ້ນເດັ່ນຢູ່ ອາຊີ”. ນີ້ເປັນຄັ້ງທຳອິດທີ່ ຮ່າຢາງ ໄດ້ຮັບລາງວັນ WTA (ພາບ: toquoc.vn) |
![]() |
ຄ່ຳຄືນທີ່ສວຍງາມຢູ່ ໂຮ້ຍອານ (ພາບ: Pullman Dananang Beach Resort) |
![]() |
ເປັນຄັ້ງທຳອິດ, ເມືອງເກາະ ຝູກວັກ ໄດ້ຮັບລາງວັນ “ເກາະແຫ່ການງທ່ອງທ່ຽວທີ່ຫລູຫລາແຖວໜ້າ ອາຊີ”. ປີ 2022, WTA ກໍໄດ້ເຊີດຊູ ຝູກວັກ ເປັນ “ເກາະມີທິວທັດທຳມະຊາດແຖວໜ້າໃນພາກພື້ນ” (ພາບ: Sun Property) |
ຄຳຮຸ່ງ