00:00 | 01/09/2023

ສາຍ​ການ​ບິນ​ໂດຍ​ກົງ ນະ​ຄອນ​ໂຮ່​ຈີ​ມິນ - Perth ປະກອບສ່ວນ​ຍົກ​ສູງ​ລະດັບ​ການ​ພົວພັນ ຫວຽດນາມ - ອົດ​ສະ​ຕາ​ລີ

ອາ​ເມ​ລິ​ກາ ຕີ​ລາຄາ​ສູງ​ການ​ພົວພັນ​ກັບ​ຫວຽດນາມ ອາ​ເມ​ລິ​ກາ ຕີ​ລາຄາ​ສູງ​ການ​ພົວພັນ​ກັບ​ຫວຽດນາມ
ຫວຽດນາມ ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ການ​ເມືອງ​ລະດັບ​ສູງ​ຂອງ​ສະຫະ​ປະຊາ​ຊາດ ກ່ຽວ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ ຫວຽດນາມ ​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ການ​ເມືອງ​ລະດັບ​ສູງ​ຂອງ​ສະຫະ​ປະຊາ​ຊາດ ກ່ຽວ​ກັບ​ການ​ພັດທະນາ​ແບບ​ຍືນ​ຍົງ
ສາຍ​ການ​ບິນ​ໂດຍ​ກົງ ນະ​ຄອນ​ໂຮ່​ຈີ​ມິນ - Perth ປະກອບສ່ວນ​ຍົກ​ສູງ​ລະດັບ​ການ​ພົວພັນ ຫວຽດນາມ - ອົດ​ສະ​ຕາ​ລີ
(ພາບ: baoquocte.vn)

ວັນທີ 1 ກັນຍາ, ບໍລິສັດໃຫ່ຍການບິນແຫ່ງຊາດ ຫວຽດນາມ (Vietnam Airlines) ໄດ້ຈັດພິທີປະກາດສາຍການບິນໂດຍກົງໃໝ່ລະຫວ່າງນະຄອນ ໂຮ່ຈີມິນ ແລະ ນະຄອນ Perth, ຊື່ງຄາດວ່າ ຈະນຳເຂົ້າເຄື່ອນໄຫວນັບແຕ່ວັນທີ 7 ທັນວາທີ່ຈະມາເຖິງ. ນີ້ແມ່ນເຫດການທີ່ມີຄວາມໝາຍ ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ-ອົດສະຕາລີ.

ກ່າວຄຳເຫັນທີ່ພິທີ, ທ່ານ Roger Cook, ເຈົ້າຄອງລັດ ອົດສະຕາລີ ຕາເວັນຕົກ ຢືນຢັນວ່າ ການເປີດສາຍການບິນໃໝ່ລະຫວ່າງ ຫວຽດນາມ ແລະ Perth ໄດ້ເປີດຫຼາຍໂອກາດໃຫ້ແກ່ທັງສອງຈຸດນັດພົບ ກໍ່ຄືຊ່ວຍຊຸກຍູ້ເສດຖະກິດ ແລະ ສ້າງວຽກເຮັດງານທຳໃຫ້ແກ່ພາກພື້ນ. ສ່ວນທ່ານນາງ Rita Saffioti, ຮອງເຈົ້າຄອງລັດ ອົດສະຕາລີ ຕາເວັນຕົກ ໃຫ້ຂໍ້ສັງເກດວ່າ ຫວຽດນາມ ແມ່ນຕະຫຼາດການທ່ອງທ່ຽວທີ່ຫາກໍ່ພົ້ນເດັ່ນຂຶ້ນສຳລັບລັດ ອົດສະຕາລີ ຕາເວັນຕົກ, ດ້ວຍຈຳນວນແຂກທ່ອງທ່ຽມມາຢ້ຽມຢາມ 10.000 ຄົນ (ໄລ່ຮອດເດືອນມີນາປີ 2023). ສາຍການບິນໃໝ່ຈະເພີ່ມຈຳນວນແຂກທ່ອງທ່ຽວມາແຫ່ງນີ້ຕື່ມອີກ ຊື່ງຄາດວ່າ ແມ່ນ 43.000 ເທື່ອຄົນໃນແຕ່ລະປີ.

ແຕ່ລະອາທິດ, Vietnam Airlines ຈະມີ 3 ຖ້ຽວບິນໄປ-ກັບດ້ວຍເຮືອບິນທັນສະໄໝລຸ້ນໃໝ່ Boeing 787.

ດີງເລື້ອງ

Link: https://huunghivietlao.thoidai.com.vn/detail-article-16993.html

In bài biết