09:40 | 15/09/2023

ຫວຽດນາມ ແມ່ນໜຶ່ງໃນ 3 ປະເທດໃຫຍ່ອັນດັບໜຶ່ງຂອງອາຊຽນ ໃນການດຶງດູດ FDI ໃນດ້ານເຕັກໂນໂລຢີ

ຫາຍຟ່ອງ ນໍາໜ້າປະເທດ ໃນການດຶງດູດ FDI ຫາຍຟ່ອງ ນໍາໜ້າປະເທດ ໃນການດຶງດູດ FDI
ຍາຈາງ ແມ່ນໜຶ່ງໃນ 10 ສະຖານທີ່ດໍານ້ຳທະເລງາມທີ່ສຸດໃນໂລກຂອງປີ 2020 ຍາຈາງ ແມ່ນໜຶ່ງໃນ 10 ສະຖານທີ່ດໍານ້ຳທະເລງາມທີ່ສຸດໃນໂລກຂອງປີ 2020

ໂດຍບໍ່ຫົວຊາຕໍ່ການທ້າທາຍດ້ານການຄ້າພວມເກີດຂຶ້ນຢ່າງຮ້າຍແຮງ, ຫວຽດນາມ ສືບຕໍ່ນຳໜ້າໃນການດຶງດູດ FDI ທີ່ມີຄຸນນະພາບ. ນີ້ແມ່ນຂ້ໍສັງເກດຂອງພາກສ່ວນຄົ້ນຄວ້າທົ່ວໂລກຂອງທະນາຄານ HSBC ໃນບົດລາຍງານ “ທັດສະນະຂອງ ອາຊຽນ - ແຫຼ່ງທຶນ FDI: ຄົງຕົວໃນການປະເຊີນໜ້າກັບສິ່ງທ້າທາຍ” ໄດ້ປະກາດໃນວັນທີ 12 ກັນຍາ.

ຫວຽດນາມ ແມ່ນໜຶ່ງໃນ 3 ປະເທດໃຫຍ່ອັນດັບໜຶ່ງຂອງອາຊຽນ ໃນການດຶງດູດ FDI ໃນດ້ານເຕັກໂນໂລຢີ

ຫວຽດນາມ ​ແມ່ນ​ໜຶ່ງ​ໃນ 3 ປະ​ເທດ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ອາ​ຊຽນ ​ໃນ​ການ​ດຶງ​ດູດ FDI ​ໃນ​ດ້ານ​ເຕັກ​ໂນ​ໂລ​ຢີ

ບັນດານັກຊ່ຽວຊານຂອງ HSBC ໃຫ້ຮູ້ວ່າ, ອາຊຽນ ໄດ້ດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ໃນທົ່ວໂລກໃນລະດັບສູງສະຖິຕິເກືອບ 17% ໃນປີ2022, ເກືອບທົບ 2 ເທົ່າເມື່ອທຽບໃສ່ 4 ປີກ່ອນນີ້. ໃນນັ້ນ, ມີກວ່າ 65% ຍອດທຶນ FDI ຂອງພາກພື້ນໄດ້ລົງທຶນເຂົ້າສິງກະໂປ, ເທົ່າກັບລະດັບຄິດສະເລ່ຍ 25% GDP ຂອງປະເທດນີ້. ມາເລເຊຍ ແລະ ຫວຽດນາມ ກໍ່ດຶງດູດເງິນລົງທຶນ FDI ຫຼາຍພໍສົມຄວນ. ມາຮອດຈຸດເວລານີ້, FDI ໃໝ່ທີ່ລົງທຶນເຂົ້າຂະແໜງຜະລິດຂອງຫວຽດນາມ ໃນປີ 2023 ໄດ້ເພີ່ມຂຶ້ນສູງກວ່າແຕ່ລະປີໄລຍະ 3 ປີມໍ່ໆມານີ້. ໂດຍບໍ່ຫົວຊາຕໍ່ສະພາບຊຸດໂຊມດ້ານການຄ້າ, ທ່າອ່ຽງນີ້ໄດ້ນຳມາເຊິ່ງຄວາມຫວັງຟື້ນຕົວໃຫ້ແກ່ ຫວຽດນາມ ເມື່ອວົງວຽນເສດຖະກິດປ່ຽນແປງ.

ມີສອງຕ່ອງໂສ້ການສະຫນອງທີ່ໄດ້ຮັບຜົນປະໂຫຍດຫຼາຍທີ່ສຸດ: ອຸດສາຫະກໍາເຕັກໂນໂລຢີແລະຍານພາຫະນະໄຟຟ້າ (EV). ຂະນະ​ທີ່ ສິງກະ​ໂປ, ມາ​ເລ​ເຊຍ ​ແລະ ຫວຽດນາມ ​ແມ່ນ 3 ປະ​ເທດ​ທີ່​ມີ​ຜົນງານ​ດີ​ເດັ່ນ​ໃນ​ຂົງ​ເຂດ​ເຕັກ​ໂນ​ໂລ​ຢີ, ອິນ​ໂດ​ເນ​ເຊຍ ​ແລະ ​ໄທ ​ແມ່ນ​ສອງ​ປະ​ເທດ​ທີ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຕົ້ນຕໍ​ໃນ​ດ້ານ​ພາຫະນະ​ໄຟຟ້າ.

ນັບແຕ່ເມື່ອປະຕິບັດການປ່ຽນແປງໃໝ່ໃນປີ 1986, ຫວຽດນາມ ໄດ້ຮັບແຫຼ່ງທຶນ FDI ຫຼາຍພໍສົນຄວນ.

ຄຳຮຸ່ງ

Link: https://huunghivietlao.thoidai.com.vn/detail-article-16982.html

In bài biết