ແຂວງ ເກີນເທີ ພົບປະແລກປ່ຽນມິດຕະພາບຢູ່ລາວ, ຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ
ເກີນເທີ: ຈັດຕັ້ງການພົບປະແລກປ່ຽນທາງອອນລາຍເຊື່ອມຕໍ່ລຸ້ນໜຸ່ມຫວຽດນາມ - ສິງກະໂປ | |
ເກີນເທີ: ມອບຂອງຂວັນທີ່ຈຳເປັນໃນການພົບປະມິດຕະພາບບຸນເຕັດ Chol Thnam Tmay |
ໃນຂອບເຂດການເຄື່ອນໄຫວວຽກງານແຕ່ວັນທີ 5 – 9 ກັນຍາ, ຄະນະສະມາຄົມມິດຕະພາບ ຫວຽດນາມ - ລາວ ນະຄອນເກີນເທີ ໄດ້ເຂົ້າຢ້ຽມຢາມ ແລະ ເຮັດວຽກກັບທ່ານ ພູຂົງ ບັນນະວົງ - ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ນະຄອນຫຼວງວຽງຈັນ ດ້ວຍບັນຍາກາດອັນອົບອຸ່ນ ແລະ ສາມັກຄີມິດຕະພາບ.
ທີ່ການພົບປະ, ທ່ານນາງ ຫງວຽນທິກິມລຽນ, ອະດີດຮອງປະທານສະຫະພັນແມ່ຍິງ ຫວຽດນາມ, ປະທານສະມາຄົມມິດຕະພາບ ຫວຽດນາມ - ລາວ ນະຄອນເກີນເທີ ໄດ້ສະແດງຄວາມຍົກສູງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງ ຫວຽດນາມ ແລະ ລາວ ທີ່ໄດ້ຮັບການເພີ່ມພູນຄູນສ້າງມາຫຼາຍລຸ້ນຄົນ, ໂດຍສະເພາະແມ່ນການນຳຜູ້ຍິ່ງໃຫຍ່ຂອງສອງປະເທດ, ທ່ານປະທານ ໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ໄດ້ສ້າງໄວ້.
![]() |
ທ່ານນາງ ຫງວຽນທິກິມລຽນ ຫວັງວ່າ ໃນໄລຍະຈະມາເຖິງ, ພັກ, ອຳນາດການປົກຄອງ ນະຄອນຫຼວງວຽງຈັນ ກໍ່ຄືສ່ວນຕົວ ທ່ານ ພູຂົງ ບັນນະວົງ ຈະສືບຕໍ່ເອົາໃຈໃສ່, ຊຸກຍູ້ວຽກງານການຕ່າງປະເທດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ - ລາວ ເວົ້າລວມ, ແຂວງ ເກີນເທີ ແລະ ບັນດາທ້ອງຖິ່ນລາວ ເວົ້າສະເພາະ ໃນຂົງເຂດການເມືອງ, ເສດຖະກິດ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ການລົງທຶນ - ພັດທະນາເສດຖະກິດ, ມິດຕະພາບ ແລະ ການຮັບປະກັນຊີວິດສັງຄົມ...
ນະຄອນ ເກີນເທີ ຈະສືບຕໍ່ພັດທະນາການພົວພັນກັບບັນດາອົງການຜູ້ຕາງໜ້າການທູດລາວ ປະຈຳ ຫວຽດນາມ ເພື່ອສົມທົບກັນຈັດຕັ້ງບັນດາການພົບປະມິດຕະພາບ, ການສຳມະນາ, ເວທີປາໄສ, ການໂອ້ລົມ, ແລກປ່ຽນວັດທະນະທຳໃນໂອກາດວັນຊາດ, ສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງປະຊາຊົນສອງປະເທດ. ສ່ວນສະມາຄົມມິດຕະພາບ ຫວຽດນາມ - ລາວ ນະຄອນເກີນເທີ ກໍ່ຈະໜູນຊ່ວຍການເຊື່ອມຕໍ່, ສ້າງເງື່ອນໄຂສະດວກໃຫ້ບັນດານັກສຶກສາລາວທີ່ໄປຮ່ຳຮຽນ ແລະ ຜູ້ທີ່ໄປເຮັດວຽກຢູ່ ຫວຽດນາມ.
![]() |
ທີ່ການພົບປະ, ທ່ານ ພູຂົງ ບັນນະວົງ ໄດ້ສະແດງຄວາມຂອບໃຈຕໍ່ຄວາມຮັກແພງ ແລະ ການສະໜັບສະໜູນຂອງການນຳນະຄອນເກີນເທີ ທີ່ມີຕໍ່ບັນດາແຂວງ ແລະ ທ້ອງຖິ່ນຂອງລາວ ໃນໄລຍະມໍ່ໆມານີ້, ໂດຍສະເພາະແມ່ນວຽກງານຖ່າຍທອດວິທະຍາສາດເຕັກນິກ, ໜູນຊ່ວຍອຸປະກອນການແພດເພື່ອປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19.
ທ່ານ ພູຂົງ ບັນນະວົງ ເຊື່ອໝັ້ນວ່າ ດ້ວຍທ່າໄດ້ປຽບ ແລະ ຄວາມສາມາດບົ່ມຊ້ອນທີ່ມີຢູ່ແລ້ວ, ສອງທ້ອງຖິ່ນຈະເພີ່ມທະວີການຮ່ວມມືໃນຫຼາຍຂົງເຂດໃນໄລຍະຈະມາເຖິງ; ພ້ອມກັນນັ້ນ, ພວກຂ້າພະເຈົ້າກໍ່ຫວັງວ່າ ການນຳ ແລະ ປະຊາຊົນສອງທ້ອງຖິ່ນຈະສືບຕໍ່ຮັກສາ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ ແລະ ລາວ ໃຫ້ສວຍສົດງົດງາມຕະຫຼອດໄປ.
ຄຳຮຸ່ງ