ຜ່ານພຶດຕິກຳຕົວລ່າເມກຢູຖ້ຳເກຍ ຢູ່ ຮ່ວາບິ່ງ
ຄົ້ນຫາຄວາມງາມຢູ່ລຸ້ງເວິນໃນແຂວງຮ່ວາບິ່ງ | |
ທ່ານຮອງນາຍົກລັດຖະມົນຕີເຈືອງຮ່ວາບິ່ງ: ວິສາຫະກິດພັດທະນາ, ປະເທດຈະພັດທະນາ |
ຖ້າຢາກລ່າເມກແຕ່ພຽງແຕ່ມີເວລາຫວ່າງຍາມທ້າຍອາທິດ, ແທນທີ່ຈະເລືອກເອົາຕາຊົວ (ແຂວງເຊີນລາ) ທີ່ມີຫຼາຍຄົນມາທ່ຽວເຮັດໃຫ້ເຮົາຮູ້ສຶກອຶດອັດ ຄັບແຄບບຽດກັນ, ທຸກຄົນອາດຈະໄປຍັງຖ້ຳເກຍຢູ່ ຮ່ວາບິ່ງເພື່ອລ່າເມກ.
ໃນຈຸດເວລານີ້, ການລ່າເມກແມ່ນການລົງພຶດຕິກຳຕົວຈິງທີ່ເປັນໜ້າປະທັບໃຈໃຫ້ແກ່ແຂກທ່ອງທ່ຽວຜູ້ໃດທີ່ມີຄວາມມັກຮັກຕໍ່ການທ່ອງທ່ຽວ, ມັກຮັກການຄົ້ນຫາຄວາມງາມແບບທຳມະຊາດ.
ນາງ ເລທິແທັງເຕິມ (ບ້ານເກີດຢູ່ລາວກາຍ, ເຮັດວຽກຢູ່ຮ່າໂນ້ຍ) ໄດ້ຮູ້ຈັກເຖິງຖ້ຳເກຍ - ເຊິ່ງແມ່ນສະຖານທີ່ລ່າເມກຢູ່ຕາແສງປ່າກໍ່ (ແຂວງຮ່ວາບິ່ງ) ດັ່ງນັ້ນ ລາວໄດ້ຊອກຮູ້ກ່ຽວກັບສະຖານທີ່ແຫ່ງນີ້ຫຼາຍກ່ວາອີກ. ນາງ ເລທິແທັງເຕິມ ເວົ້າກັບວາລະສານທ່ອງທ່ຽວນະຄອນໂຮ່ຈີມິນວ່າ:
“ຜ່ານການຊອກຮູ້, ຂ້າພະເຈົ້າເຫັນໄດ້ວ່າຍັງຮົກເຮື້ອປະຖົມປະຖານ ແລະ ຍັງບໍ່ທັນພັດທະນາ. ຖ້າເດີນທາງໃນທ້າຍອາທິດ, ແນ່ນອນວ່າບໍ່ມີຄົນຫຼາຍຄືຢູ່ຕາຊົວ. ດັ່ງນັ້ນ, ຂ້າພະເຈົ້າຕັດສິນໃຈວ່າ ຈະເລືອກເອົາຖ້ຳເກຍແມ່ນສະຖານທີ່ທ່ອງທ່ຽວແທນຕາຊົວ”.
ຕາມເຕິມແລ້ວ, ນີ້ແມ່ນການທ່ອງທ່ຽວແມ່ນພະຈົນໄພ ຍ້ອນເປັນຄັ້ງທຳອິດໄດ້ໄປຄືຈັ່ງຊີ້. ເສັ້ນທາງ ຮ່າໂນ້ຍ - ຖ້ຳເກຍ ຍາວກ່ວາ 150 ກີໂລແມັດ ແລະ ເດີນທາງໃນວັນທີ່ມີອາກາດໝອກຫຼາຍ, ຝົນຕົກຈັ່ງຊັ້ນຈິ່ງເຮັດໃຫ້ໜາວຈັດ. ນາງອາຍຸ 23 ປີກໍ່ບໍ່ຄິດວ່າ ມື້ນີ້ຈະໄດ້ໄປລ່າເມກ, ເຖິງຢ່າງໃດກໍ່ຕາມ, ໝາກຜົນທີ່ນາງຄົນນີ້ໄດ້ຮັບແມ່ນລື່ນກາຍຄາດໝາຍ.
![]() |
ພາຍຫຼັງເດີນທາງມາໄດ້ໄລຍະໜຶ່ງ, ແທັງເຕີມ ໄດ້ມາຮອດກິ່ວ ດ່າຈັ້ງ (ຮ່ວາບິ່ງ). ເຕິມໄດ້ພັກຜ່ອນ, ກິນນ້ຳຢູ່ຮ້ານ ແລະ ຖ່າຍຮູບທິວທັດທຳມະຊາດຂອງກິ່ວ. ຮ້ານມີຫຼາຍມູມເພື່ອຖ່າຍຮູບ, ຖ່າຍຮູບຢູ່ແຫ່ງນີ້ຈະເຫັນໄດ້ພູຫີນປູນ.
ຫຼັງຈາກນັ້ນ, ເຕິມໄດ້ເດີນທາງໄປຍັງ homestay ຕຽນຈາງ. ເສັ້ນທາງນີ້ຍາວປະມານ 40 ກີໂລແມັດ, ເຕິມພ້ອມກັບເພື່ອນຂອງຕົນໄດ້ຜັກຜ່ອນ ແລະ ກິນເຂົ້າຢູ່ ແຫ່ງນີ້.
ຮອດຕອນຄ່ຳ, ເຂົາເຈົ້າໄປຕະຫຼາດກາງຄືນ ປ່າກໍ່. ເຕິມແບ່ງປັນວ່າ: ຂ້າພະເຈົ້າໄດ້ກະກຽມເຄື່ອງຂອງໝົດທຸກຢ່າງແລ້ວ, ເຖິງຢ່າງໃດກໍ່ຕາມ ເມື່ອມາຕະຫຼາດຂ້າພະເຈົ້າຍັງຮູ້ສຶກຜິດຫວັງນ້ອຍໜຶ່ງເພາະວ່າຢູ່ແຫ່ງນີ້ມີແຕ່ອາຫານທຳມະດາ. ແຕ່ວ່າ ບັນດາການເຄື່ອນໄຫວສະແດງສິລະປະພົບປະແລກປ່ຽນຢູ່ແຫ່ງນີ້ມ່ວນຫຼາຍ. ຖ້າມາແຫ່ງນີ້ໃນວັນເສົາແຕ່ບໍ່ແວ່ຢາມຕະຫຼາດກາງຄືນແມ່ນເສຍດາຍທີ່ສຸດ. ມາຕະຫຼາດກາງຄືນ ປ່າກໍ່, ທຸກຄົນຈະມີໂອກາດລົງພຶດຕິກຳຕົວຈິງຄວາມງາມທາງດ້ານວັດທະນະທຳຂອງຊາວເຜົ່າມົ້ງ ດ້ວຍການເປົ່າແຄນ, ການຟ້ອນ, ຈູດກອງໄຟ.
ໃນການເດີນທາງນີ້, ເຕິມຮູ້ສຶກມັກຕະຫຼາດກາງຄືນ ປ່າກໍ່ ຂອງຊາວເຜົ່າມົ້ງທີ່ສຸດ. ໄປເຂົ້າຮ່ວມຕະຫຼາດກາງຄືນ, ເຕິມມີໂອກາດໄດ້ຮູ້ຈັກເຖິງຄວາມງາມທາງດ້ານວັດນະທະນຳຂອງຊົນເຜົ່າມົ້ງຜ່ານບັນດາວາດຟ້ອນ, ການເປົ່າແຄນ… ຍິ່ງໄປກ່ວານັ້ນ, ຢູ່ແຫ່ງນີ້ຊາວທ້ອງຖິ່ນມີຄວາມລຽບງ່າຍ ແລະ ຮັກແພງແຂກຄົນທີ່ສຸດ.
ຄຳຮຸ່ງ