00:00 | 01/08/2023

ຫວຽດນາມ ​ກາຍ​ເປັນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ທີ່​ສຸດ​ຂອງ​ ກຳປູ​ເຈຍ

ໜັງສືພິມ​ກຳປູ​ເຈຍ ລົງຂ່າວກ່ຽວກັບເຫດການ 45 ປີ​ແຫ່ງ​ໄຊຊະນະ​​ລະບອບດັບສູນເຊື້ອຊາດ ໂດຍ​ການ​ຊ່ວຍ​ເຫຼືອ​ຂອງ​ຫວຽດນາມ ໜັງສືພິມ​ກຳປູ​ເຈຍ ລົງຂ່າວກ່ຽວກັບເຫດການ 45 ປີ​ແຫ່ງ​ໄຊຊະນະ​​ລະບອບດັບສູນເຊື້ອຊາດ ໂດຍ​ການ​ຊ່ວຍ​ເຫຼືອ​ຂອງ​ຫວຽດນາມ
ຫວຽດ​ນາມ ຢືນຢັນແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ທີ່​ສຸດ​ຂອງຈີນ ຢູ່ ອາ​ຊຽນ ຫວຽດ​ນາມ ຢືນຢັນແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ທີ່​ສຸດ​ຂອງຈີນ ຢູ່ ອາ​ຊຽນ

ໃນ 5 ເດືອນຕົ້ນປີ 2023, ຫວຽດນາມ ກາຍເປັນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງ ກຳປູເຈຍ ໃນກຸ່ມ ອາຊຽນ ດ້ວຍຍອດວົງເງິນການຄ້າສອງຝ່າຍກວມເອົາເກືອບ 50% ຍອດວົງເງິນການຄ້າລະຫວ່າງ ກຳປູເຈຍ ກັບບັນດາປະເທດໃນພາກພື້ນ ອາຊຽນ.

ໃນບົດຂ່າວລົງວັນທີ 8 ກໍລະກົດ, ສື່ເອເລັກໂຕນິກ sbm.news ຂອງ ກຳປູເຈຍ, ໄດ້ຄັດສະເໜີແຫຼ່ງຂ່າວຈາກກະຊວງການຄ້າ ກຳປູເຈຍ, ໂດຍໃຫ້ຮູ້ວ່າ ໃນໄລຍະດັ່ງກ່າວ, ຍອດວົງເງິນການຄ້າສອງຝ່າຍລະຫວ່າງ ຫວຽດນາມ - ກຳປູເຈຍ ບັນລຸກວ່າ 2,8 ຕື້ USD, ເພີ່ມຂຶ້ນເກືອບ 3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022.

ຫວຽດນາມ ​ກາຍ​ເປັນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ທີ່​ສຸດ​ຂອງ​ ກຳປູ​ເຈຍ

ຈຳນວນສິນຄ້າສົ່ງອອກຂອງ ກຳປູເຈຍ ໄປຍັງ ຫວຽດນາມ ບັນລຸປະມານ 1,3 ຕື້ USD, ໃນຂະນະທີ່ ກຳປູເຈຍ ນຳເຂົ້າສິນຄ້າຈາກ ຫວຽດນາມ ລວມມູນຄ່າກວ່າ 1,5 ຕື້ USD. ດ້ວຍທ່າເຕີບໂຕດ້ານການຄ້າທີ່ເປັນໜ້າຊື່ນຊົມໃນຊຸມເດືອນຕົ້ນປີນີ້, ຫວຽດນາມ ບໍ່ພຽງແຕ່ແມ່ນຄູ່ຮ່ວມມືໃຫຍ່ທີ່ສຸດຂອງ ກຳປູເຈຍ ໃນ ອາຊຽນ ເທົ່ານັ້ນ, ຫາກຍັງແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 3 ຂອງ ກຳປູເຈຍ ໃນໂລກ ອີກດ້ວຍ, ເຊິ່ງຖັດຈາກ ຈີນ ແລະ ອາເມລິກາ.

ຕາມ​ສື່​ມວນ​ຊົນ​ກຳປູ​ເຈຍ​ແລ້ວ, ມູນ​ຄ່າ​ສິນຄ້າ​ທີ່​ສົ່ງ​ອອກ​ຈາກ​ກຳປູ​ເຈຍ ​ໄປ​ຫວຽດນາມ ​ເພີ່ມ​ຂຶ້ນ​ຕົ້ນຕໍ​ແມ່ນຈາກ​ການ​ສົ່ງ​ອອກ​ຜະລິດ​ຕະພັນ​ກະ​ເສດ, ຍ້ອນ​ການ​ເກັບ​ກ່ຽວ​ຢູ່​ປະ​ເທດ​ນີ້​ເພີ່ມ​ຂຶ້ນ​ທຸກ​ປີ. ສິນຄ້າສົ່ງອອກຕົ້ນຕໍຂອງກຳປູເຈຍ ໄປຫວຽດນາມລວມມີ ເຂົ້າສາ່ນ, ຢາງພາລາ, ໝາກມ່ວງຫິມະພານ, ມັນຕົ້ນ, ສາລີ, ໝາກກ້ວຍ, ໝາກມ່ວງ, ຢາສູບ ແລະ ຊັບພະຍາກອນທຳມະຊາດ.

ຄຳຮຸ່ງ

Link: https://huunghivietlao.thoidai.com.vn/detail-article-16735.html

In bài biết