00:00 | 06/08/2023

ສປປ.ລາວ ສົ່ງເສີມການຜະລິດພາຍໃນ, ຫຼຸດຜ່ອນການນໍາເຂົ້າ

ເວທີສົນທະນາອອນໄລ ກ່ຽວກັບການນໍາເຂົ້າ ແລະ ສົ່ງອອກຜະລິດຕະພັນກະເສດໄປຕະຫຼາດຈີນ ເວທີສົນທະນາອອນໄລ ກ່ຽວກັບການນໍາເຂົ້າ ແລະ ສົ່ງອອກຜະລິດຕະພັນກະເສດໄປຕະຫຼາດຈີນ
ການນໍາເຂົ້າ ແລະສົ່ງອອກ ຂອງຫວຽດນາມກັບຈີນ ບັນລຸ 100 ຕື້ USD ການນໍາເຂົ້າ ແລະສົ່ງອອກ ຂອງຫວຽດນາມກັບຈີນ ບັນລຸ 100 ຕື້ USD

ທ່ານນາງ ຈັນສຸກ ແສງພະຈັນ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າລາວ ກ່າວວ່າ: ກະຊວງໄດ້ສົມທົບກັບກະຊວງແຜນການ ແລະ ການລົງທຶນຂອງລາວ ເພື່ອຊຸກຍູ້ໃຫ້ບັນດາວິສາຫະກິດລາວ ຫັນມາການຈຳໜ່າຍຜະລິດຕະພັນທີ່ຜະລິດພາຍໃນປະເທດ ແທນທີ່ຈະເປັນສິນຄ້ານຳເຂົ້າ.

ຕາມນັ້ນແລ້ວ, ກະຊວງອຸດສາຫະກຳ ແລະ ການຄ້າຂອງລາວ ຈະຮ່ວມມືກັບກະຊວງກະສິກຳ ແລະ ປ່າໄມ້ຂອງລາວ ເພື່ອຄວບຄຸມການນຳເຂົ້າສິນຄ້າທີ່ລາວສາມາດຜະລິດໄດ້. ສອງ​ກະຊວງ​ຍັງ​ໄດ້​ເຫັນ​ດີ​ເປັນ​ເອກະພາບກັນ​ຫຼຸດ​ຜ່ອນ​ການ​ສົ່ງ​ອອກ​ວັດຖຸ​ດິບ ​ແລະ ແບ່ງປັນການສະໜອງ​ໃຫ້​ບັນດາ​ອຸດສາຫະກຳ​ພາຍ​ໃນ​ປະ​ເທດ ​ເພື່ອ​ໜູນ​ຊ່ວຍ​ການ​ສົ່ງ​ອອກ​ບັນດາ​ລາຍການວິນຄ້າ​ທີ່​ມີ​ມູນ​ຄ່າ​ສູງ.

ສປປ.ລາວ ສົ່ງເສີມການຜະລິດພາຍໃນ, ຫຼຸດຜ່ອນການນໍາເຂົ້າ

ນອກ​ນີ້, ບັນດາ​ກະຊວງ, ຂະ​ແໜງ​ການ​ພ້ອມ​ກັບ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ຂອງ​ລາວ​ ຈະ​ຂຶ້ນ​ແຜນ​ຈັດ​ຕັ້ງ​ງານ​ຕະຫຼາດນັດ​ສົ່ງ​ເສີມ​ຜະລິດ​ຕະພັນ​ກະ​ເສດ, ​ໃຫ້​ຄຳ​ໝັ້ນ​ສັນຍາ​ສ້າງ​ແຜນການ​ເຄື່ອນ​ໄຫວລວມ.

ທ່ານ​ນາງ ຈັນ​ສຸກ ກ່າວ​ອີກ​ວ່າ: ​ເພື່ອ​ສະໜັບສະໜູນ​ວິ​ສາ​ຫະກິດ​ຂະໜາດ​ນ້ອຍ, ຂະໜາດ​ກາງ (MSMEs), ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ລາວ ຈະ​ສະໜອງບ້ວງ​ເງິນ​ກູ້​ຢຶມບຸລິມະສິດ ​ດ້ວຍ​ອັດຕາ​ດອກ​ເບັ້ຍຕໍ່າ ​ແລະ ຊ່ວຍ​ເຫຼືອ​ດ້ານ​ເຕັກນິກ ​ເພື່ອ​ຊ່ວຍ​ໃຫ້ MSMEs ປັບປຸງ​ການ​ຜະລິດ​ໃຫ້​ມີ​ຄຸນ​ນະພາ​ບສູງ. ນີ້​ຈະ​ເຮັດ​ໃຫ້​ວິ​ສາ​ຫະ​ກິດ​ພາຍ​ໃນ​ປະ​ເທດ​ ມີ​ຄວາມ​ສາ​ມາດ​ແກ່ງແຍ່ງ​ທັງ​ໃນ​ຕະ​ຫຼາດ​ພາຍ​ໃນ​ ແລະ​ ສາ​ກົນ.

ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ​ລາວ ຈະ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ທະນາຄານ​ແຫ່ງ​ລັດລາວ ​ເພື່ອຈົດທະບຽນ​ວິ​ສາ​ຫະກິດ​ນຳ​ເຂົ້າ ​ແລະ ສົ່ງ​ອອກ​ທຸກ​ແຫ່ງ​ພາຍ​ໃນ 6 ​ເດືອນຈະມາເຖິງ ​ແລະ ພັດທະນາ​ຖານ​ຂໍ້​ມູນ​ສັງລວມ ​ເພື່ອ​ໃຫ້​ສາມາດ​ດັດປັບການ​ຄ້າ​ສອງຝ່າຍ​ໃນ​ທົ່ວ​ປະ​ເທດໃຫ້ດີກວ່າໃນໄລຍະຈະມາເຖິງ.

ຄຳຮຸ່ງ

Link: https://huunghivietlao.thoidai.com.vn/detail-article-16728.html

In bài biết