00:00 | 25/07/2023

ວາງອອກນຳໃຊ້ ອາຄານໂຮງຮຽນມິດຕະພາບ ລາວ-ຫວຽດນາມ ແຂວງສະຫວັນນະເຂດ (ລາວ)

ການພົບປະເຈລະຈາ ລະຫວ່າງກອງບັນຊາການທະຫານ ແຂວງກວາງຈິ - ແຂວງສະຫວັນນະເຂດ ການພົບປະເຈລະຈາ ລະຫວ່າງກອງບັນຊາການທະຫານ ແຂວງກວາງຈິ - ແຂວງສະຫວັນນະເຂດ
ກອງປະຊຸມພົບປະ ລະຫວ່າງ ຕຳຫຼວດແຂວງກວ້າງຈິ ແລະ ຕຳຫຼວດແຂວງ ສາລະວັນ, ແຂວງສະຫວັນນະເຂດ ກອງປະຊຸມພົບປະ ລະຫວ່າງ ຕຳຫຼວດແຂວງກວ້າງຈິ ແລະ ຕຳຫຼວດແຂວງ ສາລະວັນ, ແຂວງສະຫວັນນະເຂດ

ເຂົ້າ​ຮ່ວມ​ງານ​​ຄັ້ງ​ນີ້ ມີ​ຜູ້ຕາງໜ້າ​ສະຖານ​ກົງສຸນ​ໃຫຍ່​ຫວຽດນາມ ປະຈຳ​ແຂວງ​ສະຫວັນ​ນະ​ເຂດ; ຜູ້ຕາງໜ້າ​ສະມາຄົມ​ຊາວ​ຫວຽດນາມ ​ແລະ ສະມາຄົມ​ນັກທຸລະກິດ​ແຂວງ​ສະຫວັນ​ນະ​ເຂດ ​ແລະ ຜູ້ຕາງໜ້າ​ການ​ນຳ​ບັນດາ​ກົມ, ອົງການ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ຂອງ​ຫວຽດນາມ ​ແລະ ລາວ.

ວາງອອກນຳໃຊ້ ອາຄານໂຮງຮຽນມິດຕະພາບ ລາວ-ຫວຽດນາມ ແຂວງສະຫວັນນະເຂດ (ລາວ)

ວັນທີ 3 ກໍລະກົດ, ຢູ່ແຂວງ ສະຫວັນນະເຂດ ໄດ້ຈັດພິທີເປີດນຳໃຊ້ໂຄງການ ອາຄານອະເນກປະສົງ ໂຮງຮຽນມິດຕະພາບ ລາວ - ຫວຽດນາມ ແຂວງ ສະຫວັນນະເຂດ. ນີ້ແມ່ນໂຄງການໄດ້ຮັບການລົງທຶນກໍ່ສ້າງຈາກແຫຼ່ງທຶນຊ່ວຍເຫຼືອລ້າ ໂດຍນະຄອນ ດ່າໜັງ ມອບໃຫ້ໂຮງຮຽນມິດຕະພາບ ລາວ - ຫວຽດນາມ ແຂວງ ສະຫວັນນະເຂດ ເປັນຂອງຂວັນ ເມື່ອປີກາຍ ດ້ວຍເງິນລົງທຶນທັງໝົດ 200.000 USD. ກ່າວຄຳເຫັນທີ່ພິທີ, ທ່ານນາງ ລິນທອງ ແສງຕາວັນ, ຮອງເຈົ້າແຂວງໆສະຫວັນນະເຂດ, ໃຫ້ຮູ້ວ່າ ໂຄງການ ອາຄານອະເນກປະສົງ ໄດ້ຮັບການກໍ່ສ້າງ ແລະ ນຳເຂົ້າໃຊ້ງານນັ້ນ ຈະປະກອບສ່ວນຢ່າງໃຫຍ່ຫຼວງແກ່ການພັດທະນາຂອງຂະແໜງການສຶກສາຂອງແຂວງ ສະຫວັນນະເຂດ. ກິດຈະກຳດັ່ງກ່າວສະແດງໃຫ້ເຫັນຄວາມເອົາໃຈໃສ່ຂອງພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ເວົ້າລວມ ແລະ ນະຄອນ ດ່າໜັງ ເວົ້າສະເພາະ ໃນການເພີ່ມທະວີການຮ່ວມມືໃນຂົງເຂດການສຶກສາລະຫວ່າງສອງປະເທດເວົ້າລວມ ແລະ ສອງທ້ອງຖິ່ນເວົ້າສະເພາະ.

ຄຳຮຸ່ງ

Link: https://huunghivietlao.thoidai.com.vn/detail-article-16721.html

In bài biết