ນັກສຶກສາລາວ 19 ຄົນ ສຳເລັດການຮຽນພາສາຫວຽດ 9 ເດືອນ ຢູ່ ຫວຽດນາມ
ຊຸດຝຶກອົບຮົມພາສາຫວຽດ ສຳລັບພະນັກງານ ແລະ ທະຫານປະຊາຊົນຂອງ ສປປ ລາວ ຈະດຳເນີນແຕ່ເດືອນມີນາ 2023 | |
ຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ເປີດຊຸດຮຽນພາສາຫວຽດນາມ ໃຫ້ພະນັກງານຄະນະເລຂາທິການສະພາແຫ່ງຊາດລາວ |
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຮສ. ປອ. ມາຍຊວນເຈືອງ, ຮອງເລຂາພັກ, ອຳນວຍການມະຫາວິທະຍາໄລ ໄດ້ຕີລາຄາສູງບັນດາຄວາມມານະພະຍາຍາມຂອງນັກສຶກສາລາວ ໃນໄລຍະ 9 ເດືອນທີ່ມາຮ່ຳຮຽນຢູ່ ຫວຽດນາມ. ພ້ອມດຽວກັນນີ້, ທ່ານ ມາຍຊວນເຈືອງ ກໍ່ປາດຖະໜາວ່າ ບັນດານັກສຶກສາຕ່າງປະເທດ ຈະເສີມຂະຫຍາຍບັນດາຄວາມຮູ້ທີ່ໄດ້ສະສົມມາໃນໄລຍະຮ່ຳຮຽນ, ປະກອບສ່ວນສ້າງສາບ້ານເກີດເມືອງນອນລາວ.
![]() |
ຕາງໜ້າໃຫ້ບັນດານັກສຶກສາລາວ, ນັກສຶກສາ ຄອນສາຫວັນ ໄຊຍະສານ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ບັນດາຄູອາຈານ ແລະ ນັກສຶກສາຫວຽດນາມ ທີ່ຍາມໃດກໍ່ໃຫ້ການຊ່ວຍເຫຼືອ, ໜູນຊ່ວຍ ແລະ ລະດົມສົ່ງເສີມນັກສຶກສາລາວ ເພື່ອເຮັດສຳເລັດໜ້າທີ່ການສຶກສາຂອງຕົນ, ມີເວລາຝຶກ ແລະ ແລກປ່ຽນພາສາ ແລະ ວັດທະນະທຳຢ່າງມີປະສິດທິຜົນ ແລະ ມີຄວາມໝາຍຢູ່ຫວຽດນາມ.
ຢູ່ທີ່ນີ້, ນັກສຶກສາລາວ ໄດ້ມີຄວາມໝັ້ນໃຈໃນການສະແດງ 3 ລາຍການ ຮ້ອງເພງ, ໂ້ອນ ແລະ ສະແດງລະຄອນດ້ວຍພາສາຫວຽດ, ເຊິ່ງເປັນການສະແດງເຖິງຄວາມກ້າງໜ້າໃນການຮ່ຳຮຽນ ພາຍຫຼັງທີ່ໄດ້ຮຽນຢູ່ໂຮງຮຽນ ແລະ ເປັນການສະແດງຄວາມຮູ້ບຸນຄຸນ ເຖິງບັນດາຄູອາຈານ ແລະ ນັກສຶກສາ ຫວຽດນາມ.
ໃນຕອນທ້າຍພິທີ, ທ່ານ ມາຍຊວນເຈືອງ ແລະ ຜູ້ຕາງໜ້າການນຳຂອງບັນດາຫົວໜ່ວຍ ໄດ້ມອບໃບຢັ້ງຢືນສຳເລັດຊຸດຮຽນ, ໃບຢັ້ງຢືນຜູ້ຮ່ວມງານ, ຂອງຂວັນໃຫ້ບັນດານັກສຶກສາຕ່າງປະເທດ ແລະ ບັນດາຜູ້ເຂົ້າຮ່ວມໃນການສອນພາສາຫວຽດນາມ ຢູ່ໂຮງຮຽນ.
ຄຳຮຸ່ງ