ລາວ: ພັດທະນາການທ່ອງທ່ຽວ ແມ່ນໜຶ່ງໃນບັນດາບຸລິມະສິດແຖວໜ້າ ເພື່ອຟື້ນຟູເສດຖະກິດ
ການສົ່ງເສີມການເປີດຖ້ຽວບິນໂດຍກົງ ຈາກດານັງ ໄປອິນເດຍ ຕື່ມອີກ | |
ການທ່ອງທ່ຽວຫວຽດນາມ ປີ 2023: “ຍູ້ໄວການຟື້ນຟູ- ເພີ່ມຄວາມໄວໃນການພັດທະນາ” |
ຕາມກົມສະຖິຕິການທ່ອງທ່ຽວ (ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ) ແລ້ວ, ໃນ 3 ເດືອນຕົ້ນປີ 2023, ທົ່ວປະເທດໄດ້ຕ້ອນຮັບນັກທ່ອງທ່ຽວສາກົນ 830.000 ກວ່າເທື່ອຄົນ. ໄທເປັນປະເທດທີ່ມີນັກທ່ອງທ່ຽວໄປຫຼາຍທີ່ສຸດ ດ້ວຍຫຼາຍກ່ວາ 340.000 ເທື່ອຄົນ, ຮອງລົງມາແມ່ນຫວຽດນາມ ແລະ ຈີນ. ນອກຈາກນັ້ນ, ລາວຍັງໄດ້ຕ້ອນຮັບນັກທ່ອງທ່ຽວຈາກ ສ.ເກົາຫຼີ, ອາເມລິກາ ແລະ ເອີລົບ ເປັນຈຳນວນຫຼວງຫຼາຍ.
ຜົນໄດ້ຮັບຂ້າງເທິງນີ້ ໄດ້ສະແດງໃຫ້ເຫັນວ່າ ການແກ້ໄຂ ແລະ ນະໂຍບາຍຟື້ນຟູຂະແໜງການທ່ອງທ່ຽວ ເຊັ່ນ: ການເຮັດໃຫ້ຂັ້ນຕອນການເຂົ້າເມືອງງ່າຍຂຶ້ນ ຫຼື ຂະຫຍາຍເວລາວີຊາ ທີ່ລັດຖະບານລາວ ພວມປະຕິບັດແມ່ນໄປຖືກຕາມທິດທາງ ແລະ ເໝາະສົມ. ສິ່ງດັ່ງກ່າວຊ່ວຍໃຫ້ວິສາຫະກິດຂະແໜງການທ່ອງທ່ຽວ ແລະ ບໍລິສັດທ່ອງທ່ຽວໃນລາວ ມີໂອກາດພັດທະນາໃໝ່ຫຼາຍດ້ານ, ເພີ່ມລາຍຮັບ, ສ້າງວຽກເຮັດງານທຳໃຫ້ພະນັກງານຫຼາຍຂຶ້ນ.
![]() |
ລາວ ຄາດວ່າ ໃນປີ 2023 ຈະຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ 1,4 ລ້ານເທື່ອຄົນ ແລະ ນັກທ່ອງທ່ຽວພາຍໃນ 1,2 ເທື່ອລ້ານຄົນ, ສ້າງລາຍຮັບໃຫ້ໄດ້ຫຼາຍກວ່າ 340 ລ້ານໂດລາສະຫະລັດ.
ລາວ ຍັງໄດ້ກຳນົດການພັດທະນາການທ່ອງທ່ຽວ ເປັນໜຶ່ງໃນບັນດາບຸລິມະສິດແຖວໜ້າເພື່ອຟື້ນຟູເສດຖະກິດ, ສຸມໃສ່ຮູບແບບການທ່ອງທ່ຽວວັດທະນະທຳປະຫວັດສາດ; ການທ່ອງທ່ຽວທໍາມະຊາດ; ແນວໃດກໍດີ, ເພື່ອກາຍເປັນຂະແໜງເສດຖະກິດປາຍແຫຼມ ແລະ ນຳມາເຊິ່ງລາຍຮັບເງິນຕາຕ່າງປະເທດທີ່ສຳຄັນໃຫ້ປະເທດ, ການທ່ອງທ່ຽວລາວ ຕ້ອງປັບປຸງຄຸນນະພາບການບໍລິການໃຫ້ດີຂຶ້ນ ແລະ ເຮັດໃຫ້ສິນຄ້າທ່ອງທ່ຽວມີຄວາມຫຼາກຫຼາຍຕາມກຳນົດເວລາ ເພື່ອຕອບສະໜອງຄວາມຕ້ອງການ ແລະ ຄວາມຄາດໝາຍຂອງນັກທ່ອງທ່ຽວ. ຫວ່າງມໍ່ໆມານີ້, ລາວໄດ້ເລືອກເອົາປີ 2024 ເປັນປີທ່ອງທ່ຽວລາວ.
ຄຳຮຸ່ງ