ງານມະໂຫລານຟິມຮູບເງົາ Cannes 2023: ເຈິ່ງແອັງຮູ່ງ ຍາດໄດ້ລາງວັນຜູ້ກຳກັບການສະແດງທີ່ດີເດັ່ນ
ງານບຸນລະດູບານໃໝ່ ກົນເຊີນ - ກຽບບາກ ປີ 2023 ຈະດຳເນີນແຕ່ວັນທີ 4 – 13 ກຸມພາ ປີ 2023 | |
ດ່ານັ້ງ ເລີ່ມເຄື່ອງໄຫວງານບຸນຍິງບັ້ງໄຟດອກສາກົນ 2023 (DIFF 2023) |
ທ່ານ ເຈິ່ງແອັງຮູ່ງ, ຜູ້ກຳກັບການສະແດງມີເຊື້ອຊາດ ຫວຽດນາມ ແລະ ຝລັ່ງ ຍາດໄດ້ລາງວັນຜູ້ກຳກັບການສະແດງດີເດັ່ນ ໃນຟິມຮູບເງົາທີ່ມີຫົວຂໍ້ວ່າ “La passion de Dodin Bouffant” ຂອງຄະນະກຳມະການງານມະໂຫລານຟິມຮູບເງົາ Cannes, ພ້ອມນັ້ນ, ຜູ້ກຳກັບການສະແດງ ຟ້າມທຽນເອີນ, ຍາດໄດ້ລາງວັນ ມືກ້ອງຄຳ ໃນຟິມຮູບເງົາ “ຢູ່ໃນຝັກຫຼອກ” ໃນພິທີອັດງານມະໂຫລານຟິມຮູບເງົາ ຈັດຂຶ້ນໃນຕອນຄ່ຳວັນທີ 27 ພຶດສະພາ, ຢູ່ນະຄອນ Cannes, ປະເທດ ຝລັ່ງ.
![]() |
ທ່ານ ເຈິ່ງແອັງຮູ່ງ ໄດ້ຮັບລາງວັນລາງວັນຜູ້ກຳກັບການສະແດງທີ່ດີເດັ່ນຢູ່ Cannes 2023 |
ໂດຍໄດ້ເກີດປີ 1962, ຢູ່ນະຄອນ ດານັ້ງ, ຜູ້ກຳກັບການສະແດງ ເຈິ່ງແອັງຮູ່ງ, ແມ່ນຜູ້ກຳກັບການສະແດງເຊື້ອຊາດ ຫວຽດນາມ ຍາດໄດ້ລາງວັນສາກົນຫຼາຍທີ່ສຸດນັບແຕ່ກ່ອນມາ. ລາວໄດ້ຢັ້ງຢືນຊື່ສຽງໃນພື້ນຖານຟິມຮູບເງົາ ເອີລົບ ແລະ ທົ່ວໂລກ, ໃນນັ້ນມີຫຼາຍຟິມຮູບເງົາໄດ້ຖ່າຍທຳຢູ່ ຫວຽດນາມ.
ໃນຂະນະນັ້ນ, ລາງວັນມືກ້ອງຄຳ ຂອງຜູ້ກຳກັບການສະແດງ ຟ້າມທຽນເອີນ, ໂດຍສະຫະພັນບັນດານັກຖ່າຍທຳຟິມຮູບເງົາມອບໃຫ້. ຟ້າມທຽນເອີນ ເຄີຍຍາດໄດ້ລາງວັນຜູ້ກຳກັບການສະແດງໃຫ້ຟິມຮູບເງົາເລື່ອງສັ້ນ “ຈົ່ງຕື່ນ ແລະ ກຽມພ້ອມ” ກໍ່ໃນງານມະໂຫລານນີ້ເມື່ອປີ 2019.
ຄຳຮຸ່ງ