ກຳປັ່ນກອງທັບເຮືອ ຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຫຼາຍຝ່າຍສາກົນຢູ່ມາເລເຊຍ ແລະ ອິນໂດເນເຊຍ
Army Games 2021: ທີມກອງທັບເຮືອຫວຽດນາມ ຄວ້າໄດ້ຫຼຽນເງິນໃນການແຂ່ງຂັນຊິງ "ຂັນທະເລ” | |
ກອງປະຊຸມ ອອນລາຍ ກອງບັນຊາການກອງທັບເຮືອ ບັນດາປະເທດສະມາຊິກ ອາຊຽນ ຄັ້ງທີ 14 |
ຕອນເຊົ້າວັນທີ 14 ພຶດສະພາ, ກຳປັ່ນເລກ 20 ຂຶ້ນກັບກອງພັນນ້ອຍ 172, ເຂດ 3 ກອງທັບເຮືອປະຊາຊົນ ຫວຽດນາມ ໂດຍທ່ານພັນເອກ ຫວຽນກວກກວາງ, ຮອງຜູ້ບັນຊາການໃຫຍ່ທະຫານເຮືອເຂດ 3, ເປັນຫົວໜ້າຄະນະ, ໄດ້ເດີນທາງອອກຈາກນະຄອນ ດ່ານັ້ງ ເຂົ້າຮ່ວມບັນດາການເຄື່ອນໄຫວຫຼາຍຝ່າຍສາກົນຢູ່ ມາເລເຊຍ ແລະ ອິນໂດເນເຊຍ. ການເດີນທາງນີ້ປະຕິບັດຕາມຄຳເຊີນຂອງກອງທັບເຮືອ ມຽນມາ ແລະ ອິນໂດເນເຊຍ ເພື່ອແນໃສ່ປັບປຸງ ແລະ ເພີ່ມທະວີສາຍພົວພັນມິດຕະພາບ, ການຮ່ວມມືອັນດີງາມພວມມີຢູ່ລະຫວ່າງກອງທັບ ແລະ ກອງທັບເຮືອ ຫວຽດນາມ ກັບກອງທັບ ແລະ ກອງທັບເຮືອບັນດາປະເທດ.
![]() |
ໃນການເດີນທາງ 5.000 ໄມ້ທະເລ, ພະນັກງານ ແລະ ນັກຮົບກຳປັ່ນໄດ້ສົມທົບກັນຝຶກຊ້ອມການເດີນທະເລໄລຍະຍາວ, ຍົກສູງກຳລັງຈັດຕັ້ງການຮ່ວມບັນຊາ, ຄວາມສາມາດກ່ຽມພ້ອມການສູ້ຮົບ; ຈັດການລາດຕາເວັນ, ໄປສືບກຳແໜ້ນສະພາບການຢູ່ບັນດາເຂດທະເລໃນການເດີນທະເລ.
ຕາມແຜນການແລ້ວ, ຢູ່ ມາເລເຊຍ, ກຳປັ່ນເລກ 20 ແລະ ຄະນະປະຕິບັດງານຈະເຂົ້າຮ່ວມການເຄື່ອນໄຫວຫຼາຍຢ່າງໃນຂອບເຂດງານວາງສະແດງການບິນອາວະກາດ ແລະ ການເດີນເຮືອສາກົນ Langkawi (LIMA); ເຂົ້າຮ່ວມການເຄື່ອນໄຫວພົບປະແລກປ່ຽນວັດທະນະທຳ, ກິລາຢູ່ ມຽນມາ ແລະ ອິນໂດເນເຊຍ.
ຄຳຮຸ່ງ