08:49 | 09/05/2023

ທ່ານປະທານປະເທດ ວາງດອກໄມ້ຢູ່ສະຖານອານຸສອນລຸງໂຮ່ ຢູ່ນະຄອນລອນດອນ

ທ່ານປະທານປະເທດ ຫວໍວັນເຖືອງ ຢ້ຽມຢາມສະຖານທູດຫວຽດນາມ ປະຈຳ ລາວ ແລະປະຊາຄົມຊາວຫວຽດນາມ ອາໄສ ຢູ່ ລາວ ທ່ານປະທານປະເທດ ຫວໍວັນເຖືອງ ຢ້ຽມຢາມສະຖານທູດຫວຽດນາມ ປະຈຳ ລາວ ແລະປະຊາຄົມຊາວຫວຽດນາມ ອາໄສ ຢູ່ ລາວ
ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ພົບປະເຈລະຈາກັບຜູ້ນຳຂັ້ນສູງຂອງ ສປປ.ລາວ ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ພົບປະເຈລະຈາກັບຜູ້ນຳຂັ້ນສູງຂອງ ສປປ.ລາວ

ໂດຍສືບຕໍ່ລາຍການເຂົ້າຮ່ວມພິທີຂຶ້ນຄອງລາດຂອງກະສັດອັງກິດ Charles III, ທ່ານປະທານປະເທດ ຫວໍວັນເຖືອງ ແລະ ຄະນະຜູ້ແທນຫວຽດນາມ ໄດ້​ວາງ​ດອກ​ໄມ້​ຢູ່​ສະຖານອານຸສອນ​ລຸງ​ໂຮ່ ຢູ່​​ອາ​ຄານ New Zealand House, ຖະ​ໜົນ Hay Market, ລອນ​ດອນ.

ທີ່​ພິທີ​​, ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ ​ແລະ ບັນດາ​ສະມາຊິກ​ຄະນະ​ໄດ້​ວາງ​ພວງມາລາ​ດ້ວຍຄວາມເຄົາລົບ​ນັບຖື ​ຕໍ່​ຜູ້​ນຳ​ທີ່​ຮັກ​ແພງ​ຂອງ​ປະຊາຊົນ​ຫວຽດນາມ, ວິລະ​ຊົນ​ປົດ​ປ່ອຍ​ຊາດ, ບຸລຸດວັດທະນະທຳຜູ້ມີຊື່ສຽງຂອງ​ໂລກ.

ທ່ານປະທານປະເທດ ວາງດອກໄມ້ຢູ່ສະຖານອານຸສອນລຸງໂຮ່ ຢູ່ນະຄອນລອນດອນ

ຕາມ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ​ອັງ​ກິດ ຫງວຽນ​ຮ່​ວາງ​ລອງ ແລ້ວ, ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ທານ​ໂຮ່​ຈິ​ມິນ ໄດ້​ສ້າງ​ພື້ນ​ຖານ​ໃຫ້​ແກ່​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ ຫວຽດ​ນາມ ແລະ ອັງກິດ.

ຮ່ອງຮອຍປະຫວັດສາດດັ່ງກ່າວ ຢູ່​ອາ​ຄານ New Zealand House ແລະ ບັນດາສະຖານທີ່ສຳຄັນອື່ນໆຢູ່ ລອນດອນ - ເປັນບ່ອນຮັກສາຮອຍກ້າວຂອງປະທານ ໂຮ່ຈີມິນ, ມີຄວາມໝາຍສຳຄັນເພື່ອແນະນຳເຖິງເພື່ອນມິດ ອັງກິດ ແລະ ສາກົນ ກ່ຽວກັບປະຫວັດສາດ, ພາລະກິດປົດປ່ອຍຊາດ ຫວຽດນາມ ແລະ ພ້ອມກັນນັ້ນ ກໍເປັນການຊຸກຍູ້​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ 2 ປະ​ເທດ, ປະຊາຊົນ 2 ປະ​ເທດ ຫວຽດນາມ ​ແລະ ອັງກິດ.

ຄຳຮຸ່ງ

Link: https://huunghivietlao.thoidai.com.vn/detail-article-16569.html

In bài biết