ລັດຖະບານລາວ ປະດັບຫລຽນ ໃຫ້ແກ່ສະພາກາແດງ ຫວຽດນາມ
ອາຣັບບີ ຊະອຸດິ ໜູນຊ່ວຍຊາວ ຫວຽດນາມ ຜູ້ທີ່ປະສົບກັບຄວາມຫຍຸ້ງຍາກ | |
ຍົກສູງທັກສະປິ່ນປົວໃຫ້ພະນັກງານ ສະພາກາແດງ ແຂວງສາລະວັນ (ລາວ) |
ໃນທ້າຍເດືອນ ເມສາ 2023 ທີ່ຜ່ານມາ, ທ່ານ ສຈ.ດຣ. ພູທອນ ເມືອງປາກ ປະທານອົງການກາແດງແຫ່ງຊາດລາວ ໄດ້ຮັບມອບຫມາຍຕາງໜ້າໃຫ້ລັດຖະບານ ສປປ ລາວ ເປັນກຽດປະດັບຫລຽນໄຊມິດຕະພາບໃຫ້ 01 ກົມກອງ ແລະ ຫລຽນກາມິດຕະພາບໃຫ້ 03 ກົມກອງ ທີ່ມີຜົນງານດີເດັ່ນປະກອບ ສ່ວນເຂົ້າໃນການພົວພັນຮ່ວມມື ລະຫວ່າງ ອົງການກາແດງແຫ່ງຊາດລາວ ແລະ ສະພາກາແດງຫວຽດ ນາມ ໃນໄລຍະຜ່ານມາ.
![]() |
ລັດຖະບານລາວ ປະດັບຫລຽນ ໃຫ້ແກ່ສະພາກາແດງ ຫວຽດນາມ. |
ສະນັ້ນ, ໃນໂອກາດແຫ່ງເດືອນມະນຸດສະທໍາ ປະຈໍາປີ 2023 ທີ່ສະພາກາ ແດງແຫ່ງຊາດຫວຽດນາມ ຈັດຕັ້ງຂຶ້ນທີ່ແຂວງ ເກີນເທີ ຄັ້ງນີ້ຈຶ່ງເປັນໂອກາດສຳຄັນ ແລະ ເປັນກຽດຢ່າງຍິງ ທີ່ໄດ້ນຳເອົາວາລະປະດັບຫລຽນໄຊ-ຫລຽນກາມິດຕະພາບ ເຂົ້າໃນພິທີອັນມີຄຸນຄ່າຄັ້ງນີ້. ໃຫ້ກຽດເຂົ້າຮ່ວມໃນພິທີດັ່ງກ່າວຂອງ ທ່ານ ຫວໍ ວັນເຖືອງ ປະທານປະເທດ ສສ ຫວຽດນາມ, ທັງເປັນປະທານກິດຕິມະສັກຂອງ ສະພາກາແດງແຫ່ງຊາດຫວຽດນາມ, ທ່ານ ທັງ ລືກວາງ ຮອງນາຍົກຜູ້ຊີ້ນຳວຽກງານພົວພັນຕ່າງປະເທດ, ມີພະນັກງານບັນດາກະຊວງ, ກາແດງແຂວງ, ສະມາຊິກ ແລະ ອາສາສະໝັກກາແດງຫວຽດນາມ, ນັກທຸລະກິດ, ຜູ້ຊົງຄຸນວຸທິ ແລະ ກາແດງເພື່ອນມິດຕ່າງໆເຂົ້າຮ່ວມ, ພ້ອມກັນນັ້ນ ຄະນະຍັງໄດ້ຮ່ວມພິທີປູກຕົ້ນໄມ້ມະນຸດສະທຳຮ່ວມກັບປະທານປະເທດ ແລະ ການນຳພັກ-ລັດຂອງ ສສ ຫວຽດນາມ ແລະ ບັນດາກາແດງເພື່ອນມິດ ທີ່ເຂົ້າຮ່ວມ ທີ່ສະຖານທີບໍລິເວນມະຫາ ວິທະຍາໄລ ເກີນເທີ.
ໃນໂອກາດແຫ່ງເດືອນມະນຸດສະທຳ ປະຈຳປີ 2023 ສະພາກາແດງຫວຽດນາມ ໄດ້ຕັ້ງເປົ້າລະ ດົມທຶນຈາກທຸກຊັ້ນຄົນໃນສັງຄົມໃຫ້ໄດ້ 17 ລ້ານໂດລາສະຫະລັດ ເພື່ອປະກອບສ່ວນເຂົ້າໃນວຽກງານມະ ນຸດສະທຳ ກໍຄືວຽກງານກາແດງ ເພື່ອກຽມພ້ອມຊ່ວຍເຫລືອຜູ້ທີ່ໄດ້ຮັບເຄາະຮ້າຍ ຈາກໄພພິບັດຕ່າງໆທີ່ອາດເກີດຂຶ້ນໃນອະນາຄົດ, ແຕ່ປະຈຸບັນມີການບໍລິຈາກນັບທັງວັດຖຸສິ່ງຂອງ ແລະ ທຶນ ໄດ້ເກີນເປົ້າໝາຍທີ່ຕັ້ງໄວ້ແລ້ວ.
ຄຳຮຸ່ງ