ປະທານປະເທດ ຫວໍວັນເຖືອງ ສິ້ນສຸດການຢ້ຽມຢາມ ສປປ.ລາວ ຢ່າງເປັນທາງການ
ທ່ານປະທານປະເທດ ຫວໍວັນເຖືອງ ຢ້ຽມຢາມສະຖານທູດຫວຽດນາມ ປະຈຳ ລາວ ແລະປະຊາຄົມຊາວຫວຽດນາມ ອາໄສ ຢູ່ ລາວ | |
ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ພົບປະເຈລະຈາກັບຜູ້ນຳຂັ້ນສູງຂອງ ສປປ.ລາວ |
ຕອນບ່າຍວັນທີ 11 ເມສາ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ຄະນະຜູ້ແທນຂັ້ນສູງພັກ, ລັດ ຫວຽດນາມ ໄດ້ກັບມາຮອດຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມສປປ.ລາວໃນລະຫວ່າງວັນທີ 10 – 11 ເມສາ ຕາມຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດ ລາວ, ປະທານປະເທດ ສປປ.ລາວ ທອງລຸນ ສີສຸລິດຢ່າງຈົບງາມ.
ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 10 ເມສາ, ຢູ່ນະຄອນຫຼວງວຽງຈັນ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ໄດ້ຈັດງານລ້ຽງຮອງຮັບ ທ່ານປະທານປະເທດ ຫວໍວັນເຖືອງ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ທີ່ມາເຄື່ອນໄຫວຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
![]() |
ທ່ານປະທານປະເທດ ຫວໍວັນເຖືອງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ທີ່ພິທີຕ້ອນຮັບ |
ຕອບສຳພາດຕໍ່ສື່ມວນຊົນເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ໃຫ້ຮູ້ວ່າ: ນີ້ແມ່ນການຢ້ຽມຢາມຕ່າງປະເທດຄັ້ງທຳອິດພາຍຫຼັງດຳລົງຕຳແໜ່ງປະທານປະເທດ ຂອງທ່ານຫວໍວັນເຖືອງ, ສະແດງໃຫ້ເຫັນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງທີ່ສຸດໃຫ້ແກ່ການພົວພົນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ - ລາວ.
ການເລືອກຕັ້ງປະເທດລາວ ແມ່ນຈຸດໝາຍປາຍທາງທຳອິດໃນຖານະຕຳແໜ່ງໃໝ່ ຂອງທ່ານປະທານປະເທດ ຫວໍວັນເຖືອງ ໄດ້ສະແດງໃຫ້ເຫັນວ່າ: ນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມ ແມ່ນຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງສຸດໃຫ້ແກ່ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ.
ໃນສະພາບການທີ່ສັບສົນຢູ່ໃນໂລກ ແລະ ໃນພາກພື້ນ, ດ້ວຍຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ, ການຢ້ຽມຢາມຂອງທ່ານປະທານປະເທດ ໄດ້ສະແດງໃຫ້ເຫັນການສະໜັບສະໜູນຢ່າງແໜ້ນແຟ້ນ ແລະ ຮອບດ້ານຂອງ ຫວຽດນາມ ໃຫ້ແກ່ ລາວ.
ການຢ້ຽມຢາມລວມມີ 18 ການເຄື່ອນໄຫວທີ່ແຕກຕ່າງກັນ, ໃນນັ້ນມີການ ເຈລະຈາ, ພົບປະ ກັບບັນດາການນຳ,ອະດີດການນຳພັກ, ລັດ, ລັດຖະບານ, ສະພາແຫ່ງຊາດລາວ. ການຢ້ຽມຢາມບັນລຸໄດ້ໝາກຜົນລະອຽດ ແລະ ຮອບດ້ານຫຼາຍຢ່າງ. ສອງຝ່າຍສືບຕໍ່ຢັ້ງຢືນຄວາມຕັດສິນໃຈພັດທະນາການພົວພັນສາມັກຄີແບບພິເສດລະຫວ່າງ ຫວຽດນາມ - ລາວເວົ້າລວມ, ກໍ່ຄືການພົວພັນຢ່າງສະໜິດແໜ້ນ ແລະ ຄວາມໄວ້ເນື້ອເຊື່ອໃຈຢູ່ໃນລະດັບສູງທີ່ສຸດລະຫວ່າງການນຳຂັ້ນສູງສອງປະເທດເວົ້າສະເພາະຢ່າງບໍຢຸດຢັ້ງ.
ຄຳຮຸ່ງ