08:00 | 21/03/2023

ດານັ້ງ ນອນໃນລາຍຊື່ສະໜາມບິນ 10 ແຫ່ງ ທີ່ປັບປຸງດີທີ່ສຸດໃນໂລກ

ດານັ້ງ ສົ່ງເສີມການລົງທຶນຈາກ ເອີລົບ ດານັ້ງ ສົ່ງເສີມການລົງທຶນຈາກ ເອີລົບ
ຈຳນວນຜູ້ໂດຍສານທີ່ຜ່ານສະໜາມບິນ ໂນ້ຍບ່າຍ ຄາດວ່າຈະເພີ່ມຂຶ້ນຢ່າງແຮງ ຈຳນວນຜູ້ໂດຍສານທີ່ຜ່ານສະໜາມບິນ ໂນ້ຍບ່າຍ ຄາດວ່າຈະເພີ່ມຂຶ້ນຢ່າງແຮງ

ດານັ້ງ, ເຊິ່ງເປັນນະຄອນຕາງໜ້າໜຶ່ງດຽວຂອງ ຫວຽດນາມ ທີ່ໄດ້ຮັບການເຊີດຊູໃນ The World’s Best Airports of 2023 ຂອງ Skytrax - ອົງການຈັດອັນດັບການຂົນສົ່ງທາງການບິນສາກົນ. ດານັ້ງ ໄດ້ຈັດອັນດັບນອນໃນບັນຊີລາຍຊື່ສະໜາມບິນທີ່ໄດ້ຮັບການປັບປຸງດີທີ່ສຸດໃນໂລກ (ອັນດັບ 3) ແລະ ສະໜາມບິນພາກພື້ນ ອາຊີ ທີ່ດີທີ່ສຸດ (ອັນດັບ 10).

ດານັ້ງ ນອນໃນລາຍຊື່ສະໜາມບິນ 10 ແຫ່ງ ທີ່ປັບປຸງດີທີ່ສຸດໃນໂລກ

ປະເພດສະໜາມບິນພາກພື້ນ ອາຊີ ດີທີ່ສຸດ ແມ່ນຮັບໃຊ້ການບິນຢູ່ພາຍໃນປະເທດ, ພາກພື້ນເປັນຕົ້ນ. ນີ້ກໍ່ແມ່ນສະໜາມບິນທີ່ສາມາດຕອບສະໜອງບາງສາຍການບິນຂະໜາດນ້ອຍທີ່ບິນຂ້າມທະວີບ, ແຕ່ເປັນຕົ້ນແມ່ນຮັບໃຊ້ສາຍການບິນທີ່ມີໄລຍະເສັ້ນທາງບິນສັ້ນ. ລາງວັນປະຈຳປີຂອງ Skytrax ເພື່ອແນໃສ່ເຊີດຊູບັນດາບໍລິສັດການບິນ, ສະໜາມບິນ, ການບໍລິການອື່ນໆ. ມາດຖານຂອງການຕີລາຄາລວມແມ່ນອີງຕາມຄວາມເພິ່ງພໍໃຈຂອງຜູ້ໂດຍສານທີ່ມາຈາກ 100 ປະເທດ ແລະ ວົງການນັກວິຊາສະເພາະກ່ຽວກັບການເຄື່ອນໄຫວໃນໄລຍະ 12 ເດືອນ. ການມອບລາງວັນ Skytrax ໄດ້ຮັບຖືວ່າ ຄືດັ່ງລາງວັນ Oscar ຂອງຂະແໜງການບິນ ແລະ ຈະໄດ້ຈັດຂຶ້ນໃນເດືອນ ມິຖຸນາ ປີ 2023 ຢູ່ ປາຣີ, ປະເທດ ຝລັ່ງ.

ຄຳຮຸ່ງ

Link: https://huunghivietlao.thoidai.com.vn/detail-article-16450.html

In bài biết