16:55 | 22/02/2023

ທ່ານປະທານາທິບໍດີ ຕວກກີ ໄດ້ລົງພື້ນທີ່ສະແດງຄວາມຂອບໃຈຄະນະກູ້ໄພຫວຽດນາມ

ຄະນະກູ້ໄພກູ້ຊີບ ຫວຽດນາມຢູ່ ຕວກກີ: ບໍ່ໄດ້ຫວັ່ນໄຫວກັບຄວາມຫຍຸ້ງຍາກ, ຕັ້ງໃຈທີ່ຈະດຳເນີນ ພາລະກິດອັນສູງສົ່ງຢ່າງສໍາເລັດ ຄະນະກູ້ໄພກູ້ຊີບ ຫວຽດນາມຢູ່ ຕວກກີ: ບໍ່ໄດ້ຫວັ່ນໄຫວກັບຄວາມຫຍຸ້ງຍາກ, ຕັ້ງໃຈທີ່ຈະດຳເນີນ ພາລະກິດອັນສູງສົ່ງຢ່າງສໍາເລັດ
ສະຖານທູດຫວຽດນາມ ໜູນຊ່ວຍໜ່ວຍກູ້ໄພ ແລະ ເຮັດວຽກງານປົກປ້ອງພົນລະເມືອງ ສະຖານທູດຫວຽດນາມ ໜູນຊ່ວຍໜ່ວຍກູ້ໄພ ແລະ ເຮັດວຽກງານປົກປ້ອງພົນລະເມືອງ

ປະ​ທາ​ນາ​ທິ​ບໍ​ດີ ຕວກ​ກີ ໄດ້​ສະແດງຄວາມຂອບ​ໃຈ​ບັນ​ດາ​ປະ​ເທດ​ສຳ​ລັບ​ການ​ຊ່ວຍ​ເຫຼືອ ແລະ ຫນູນ​ຊ່ວຍບັນ​ດາ​ຄວາມ​ພະ​ຍາ​ຍາມ​ຊອກ​ຫາ ແລະ ກູ້​ໄພ​ຢູ່ ຕວກ​ກີ.

ທ່ານ Recep Tayyip Erdogan ​ເນັ້ນ​ໜັກ​ວ່າ ​ເຫດ​ແຜ່ນ​ດິນ​ໄຫວ​ຄັ້ງ​ນີ້ ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ສຳ​ຄັນ​ຂອງ​ຄວາມ​ສາ​ມັກ​ຄີ​ສາ​ກົນ.

ປະ​ທາ​ນາ​ທິ​ບໍ​ດີ Recep Tayyip Erdogan ກ່າວ​ວ່າ ຕວກ​ກີ ຈະບໍ່ມີວັນ​ລືມຄວາມ​ເປັນມິດ​ຕະ​ພາບ​ນັ້ນ.

ທ່ານປະທານາທິບໍດີ ຕວກກີ ໄດ້ລົງພື້ນທີ່ສະແດງຄວາມຂອບໃຈຄະນະກູ້ໄພຫວຽດນາມ

ທ່ານປະທານາທິບໍດີ ຕວກກີ ໄດ້ມາຢ້ຽມຢາມສະແດງຄວາມຂອບໃຈຄະນະກູ້ໄພຫວຽດນາມ ຫວຽດນາມ

ມາ​ຮອດ​ປະຈຸ​ບັນ, ຄະນະກູ້ໄພຂອງກອງທັບ​ປະຊາຊົນ​ຫວຽດນາມ ​ໄດ້​ດຳ​ເນີນ​ການ​ຊອກ​ຄົ້ນ​ຢູ່ 31 ຈຸດ​ຢູ່​ເມືອງ Antakya, ​ໄດ້​ຊ່ວຍ​ປະ​ເທດຕວກ​ກີ ຊອກ​ຄົ້ນໄດ້ 15 ຈຸດທີ່​ມີ​ຜູ້​ປະສົບ​ເຄາະ​ຮ້າຍຕິດຄ້າງຢູ່ໃຕ້ຊາກຫັກພັງ​ຈາກ​ແຜ່ນ​ດິນ​ໄຫວ, ​ໃນ​ນັ້ນ​ມີ 2 ຈຸດ​ທີ່​ມີ​ສັນຍານສິ່ງ​ມີ​ຊີວິດ​ຢູ່ ໂດຍ radar ທະລຸຝາ.

ຄະນະກູ້ໄພຂອງກອງທັບ​ປະຊາຊົນ​ຫວຽດນາມ ໄດ້ຄົ້ນພົບ ແລະ ນຳເອົາສົບຂອງຜູ້ເຄາະຮ້າຍອອກຈາກຊາກຫັກພັງ ທັງໝົດ 28 ຄົນ. ພ້ອມ​ກັນ​ນັ້ນ, ຄະນະ​ກູ້​ໄພ​ກອງທັບ​ປະຊາຊົນ​ຫວຽດນາມ ກໍ່​ໄດ້​ສົມທົບ​ກັບ ​ບາ​ເຣນ ​ແລະ ​ເມັກ​ຊິກ ​ເພື່ອ​ຊອກ​ຫາ 3 ຈຸດ ​ໂດຍ​ມີ 10 ສົບ​ຜູ້​ປະສົບ​ເຄາະ​ຮ້າຍ; ​ໄດ້​ຊ່ວຍ​ໃຫ້​ອີກ 3 ຄອບຄົວ​​ໄດ້ມີທີ່​ພັກ​ອາ​ໄສທີ່ໝັ້ນຄົງ.

ຄຳຮຸ່ງ

Link: https://huunghivietlao.thoidai.com.vn/detail-article-16324.html

In bài biết