15:54 | 20/02/2023

ຫວຽດນາມ ເຊື່ອໝັ້ນວ່າ ກູບາ ສືບຕໍ່ປົກປັກຮັກສາຜົນປະໂຫຍດຂອງບັນດາປະເທດພວມພັດທະນາ

ທ່ານຫງວຽນຝູຈ້ອງ ເລຂາທິການໃຫ່ຍພັກກອມມູນິດ ຫວຽດນາມ ໄດ້ໂອ້ລົມທາງໂທລະສັບ ກັບ ທ່ານເລຂາທີໜຶ່ງພັກກອມມູນິດ ກູບາ, ປະທານປະເທດສາທາລະນະລັດ ກູບາ ທ່ານຫງວຽນຝູຈ້ອງ ເລຂາທິການໃຫ່ຍພັກກອມມູນິດ ຫວຽດນາມ ໄດ້ໂອ້ລົມທາງໂທລະສັບ ກັບ ທ່ານເລຂາທີໜຶ່ງພັກກອມມູນິດ ກູບາ, ປະທານປະເທດສາທາລະນະລັດ ກູບາ
ການສະເໜີ IMF ຮ່ວມເດີນທາງກັບ ຫວຽດນາມ ເພື່ອປະຕິບັດເປົ້າໝາຍກາຍເປັນປະເທດພວມພັດທະນາທີ່ມີພື້ນອຸດສາຫະກຳທັນສະໄໝ ການສະເໜີ IMF ຮ່ວມເດີນທາງກັບ ຫວຽດນາມ ເພື່ອປະຕິບັດເປົ້າໝາຍກາຍເປັນປະເທດພວມພັດທະນາທີ່ມີພື້ນອຸດສາຫະກຳທັນສະໄໝ

ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ດັ້ງ​ຮ​ວ່າງ​ຢາງ ໃຫ້ຮູ້ວ່າ: ​ຫວຽດ​ນາມ ຕີ​ລາ​ຄາ​ສູງ​ບົດ​ບາດ​ຂອງ ກູ​ບາ ໃນ​ການ​ຊຸກ​ຍູ້​ລັດ​ທິ​ຫຼາຍ​ຝ່າຍ, ເປັນຄັນທຸງ​ນຳພາ​ບັນດາປະ​ເທດ​ພວມ​ພັດ​ທະ​ນາ, ຍາມ​ໃດ​ກໍ​ມາ​ນະ​ພະ​ຍາ​ຍາມ​ເພື່ອຄວາມ​ສັນ​ຕິ​ພາບ ແລະ ພັດ​ທະ​ນາ. ທ່ານ​ເອກ​ອັກຄະ​ລັດຖະທູດ​ ໄດ້ສະແດງຄວາມຊົມ​ເຊີຍ ​ແລະ ​ເຊື່ອ​ໝັ້ນ​ວ່າ ກູ​ບາ ຈະ​ດຳລົງ​ຕຳ​ແໜ່​ງປະທານ ກູ່ມ G77 ​ແລະ ຈີນ ຢ່າງ​ສຳ​ເລັດ​ຜົນ, ສືບ​ຕໍ່​ປົກ​ປັກ​ຮັກສາ​ຜົນ​ປະ​ໂຫຍ​ດຂອງ​ບັນດາ​ປະ​ເທດ​ພວມ​ພັດທະນາ, ປາດ​ຖະໜາ​ວ່າ 2 ປະ​ເທດ ຈະ​ສືບ​ຕໍ່​ຮັກສາ​ການ​ພົວພັນ​ຢ່າງ​ແໜ້ນ​ແຟ້ນ ​ແລະ ສົມທົບ​ກັນ​ຢ່າງ​ມີ​ປະສິດທິ​ຜົນ​ຢູ່​ບັນດາ​ເວທີ​ປາ​ໄສ ສປຊ.

ຫວຽດນາມ ເຊື່ອໝັ້ນວ່າ ກູບາ ສືບຕໍ່ປົກປັກຮັກສາຜົນປະໂຫຍດຂອງບັນດາປະເທດພວມພັດທະນາ

ຫວຽດນາມ ເຊື່ອໝັ້ນວ່າ ກູບາ ຈະສືບຕໍ່ປົກປັກຮັກສາຜົນປະໂຫຍດຂອງບັນດາປະເທດພວມພັດທະນາ. (ພາບ: TTXVN)

ທ່ານ​ເອກ​ອັກຄະ​ລັດຖະທູດ Pedro Luis Predoso Cuesta, ຫົວໜ້າ​ຄະນະ​ຜູ້​ແທນ​ກູ​ບາ ປະຈຳ​ ສປຊ ຢືນຢັນ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ຄວາມ​ສາມັກຄີ​ພິ​ເສດ​ລະຫວ່າງ ກູ​ບາ ​ແລະ ຫວຽດນາມ ​ໃນ​ຕະຫຼອດ​ໄລຍະປະຫວັດສາດ ​ແລະ ​ເນັ້ນ​ໜັກ​ວ່າ ສອງປະ​ເທດ​ຈະ​ສືບ​ຕໍ່​ສົມທົບ​ ​ແລະ ໜູນ​ຊ່ວຍ​ເຊິ່ງກັນ ​ແລະ ກັນ​ໃນ​ບັນດາ​ບັນຫາ​ທີ່ສອງ​ຝ່າຍ​ມີ​ຄວາມ​ສົນ​ໃຈ.

“G77 ​ແລະ ​ຈີນ” ​ແມ່ນ​ກຸ່ມ​ລວມມີສະມາຊິກ 134 ປະ​ເທດ​ທີ່​ພວມ​ພັດທະນາ, ​ໄດ້​ສ້າງ​ຕັ້ງ​ຂຶ້ນ​ໃນ​ປີ 1964 ​ໂດຍ​ມີ​ເປົ້າ​ໝາຍ​ຊຸກຍູ້​ຜົນ​ປະ​ໂຫຍ​ດດ້ານ​ເສດຖະກິດ​ລວມ, ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ຂອງ​ບັນດາ​ປະ​ເທດ​ສະມາຊິກ​ໃນ​ດ້ານ​ເສດຖະກິດ, ການ​ພັດທະນາ​ແບບ​ຍືນ​ຍົງ​ທີ່ສຳຄັນ ​ໃນ​ຂອບ​ອົງການ ສປຊ ​ແລະ ຊຸກຍູ້ການຮ່ວມມື ໃຕ້-ໃຕ້. ຫວຽດນາມ ​ແມ່ນ​ໜຶ່ງ​ໃນ 77 ສະມາຊິກ​ກໍ່​ຕັ້ງ​ຂອງ​ກຸ່ມ.

ຄຳຮຸ່ງ

Link: https://huunghivietlao.thoidai.com.vn/detail-article-16310.html

In bài biết