ຫວຽດນາມ ຍາມໃດກໍ່ຖື ອາເມລິກາ ແມ່ນຄູ່ຮ່ວມມືອັນດັບໜຶ່ງ ໃນພາກພື້ນ
ຫວຽດນາມ ແລະອາເມລິກາ ຮ່ວມແຮງຮ່ວມໃຈແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ | |
ຫວຽດນາມ ແລະອາເມລິກາ ມຸ່ງໄປເຖິງການສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານ |
ໃນການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ແບ່ງປັນບັນດາຜົນງານພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ ໃນຊຸມປີຜ່ານມາ; ຢືນຢັນນະໂຍບາຍການຕ່າງປະເທດເອກະລາດ ແລະ ເປັນເຈົ້າຕົນເອງ ເພື່ອຄວາມສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ, ຫັນເປັນຫຼາຍຝ່າຍ ແລະ ຄວາມຫຼາກຫຼາຍ, ເປັນເພື່ອນມິດທີ່ດີ, ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ເປັນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ຍາມໃດຫວຽດນາມ ກໍ່ຊຸກຍູ້ການພັດທະນາເສດຖະກິດເອກະລາດ ແລະ ເປັນເຈົ້າຕົນເອງ, ພ້ອມກັນນັ້ນ ກໍໄດ້ເຊື່ອມໂຍງເຂົ້າກັນຢ່າງເລິກເຊິ່ງ, ຮອບດ້ານ, ແທດຈິງ ແລະ ມີປະສິດທິຜົນ.
![]() |
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈີງ ຕ້ອນຮັບຜູ້ຕາງໜ້າດ້ານການຄ້າຂອງ ສະຫະລັດ ອາເມລິກາ ທ່ານນາງ Katherine Tai |
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືສໍາຄັນການພົວພັນຄູ່ຮ່ວມມືຮອບດ້ານກັບ ສະຫະລັດ ອາເມລິກາ ແລະ ປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານ ລະຫວ່າງສອງປະເທດໃຫ້ນັບມື້ນັບແທດຈິງ, ໝັ້ນຄົງ, ເຂົ້າສູ່ລ່ວງເລິກ ບົນພື້ນຖານການເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ລະບອບການເມືອງຂອງກັນ ແລະ ກັນ; ຊຸກຍູ້ເປີດກ້ວາງການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ ເຊັ່ນ: ການຫັນປ່ຽນດີຈີຕອນ, ການຫັນປ່ຽນສີຂຽວ, ກະສິກຳຍືນຍົງ, ການຫັນປ່ຽນພະລັງງານ ແລະ ຮັກສາສະພາບແວດລ້ອມ, ພ້ອມການແກ້ໄຂບັນດາບັນຫາໃນການພົວພັນເສດຖະກິດ, ການຄ້າ, ຈາກນັ້ນ ກໍສ້າງເງື່ອນໄຂສະດວກໃຫ້ປະເພດສິນຄ້າສົ່ງອອກຂອງຫວຽດນາມ ເຂົ້າຕະຫຼາດ ສະຫະລັດອາເມລິກາ.
![]() |
ກ່ຽວກັບການຮ່ວມມືສອງຝ່າຍ, ທ່ານ ຟ້າມມິງຈີງ ໄດ້ຢືນຢັນ ຫວຽດນາມ ຈະສົມທົບຢ່າງແໜ້ນແຟ້ນ ກັບສະຫະລັດ ອາເມລິກາ ແລະ ບັນດາພື້ນຖານເສດຖະກິດສະມາຊິກ APEC ມຸ່ງໄປສູ່ຄວາມສຳເລັດຂອງ ປີ APEC 2023.
ສ່ວນຜູ້ຕາງໜ້າດ້ານການຄ້າຂອງ ສະຫະລັດ ອາເມລິກາ ທ່ານນາງ Katherine Tai ຢືນຢັນວ່າ ສະຫະລັດອາເມລິກາ ຍາມໃດກໍ່ຖື ຫວຽດນາມ ເປັນຄູ່ຮ່ວມມືທີ່ສຳຄັນຢູ່ພາກພື້ນ; ປາດຖະໜາຢາກສືບຕໍ່ຊຸກຍູ້ການຮ່ວມມືເສດຖະກິດ, ການຄ້າສອງຝ່າຍ, ເພີ່ມທະວີການແລກປ່ຽນກ່ຽວກັບແຮງງານ, ສະພາບແວດລ້ອມ, ການຄ້າດີຈີຕອນ, ກະສິກຳ ແລະ ຊັບສິນທາງປັນຍາ…
ຄຳຮຸ່ງ