14:00 | 13/02/2023

ນັກຊ່ຽວຊານຕີລາຄາສູງໝາກຜົນການຢ້ຽມຢາມ ສິງກະໂປ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ

ສື່ມວນຊົນ ເຢຍລະມັນ ລົງຂ່າວເປັນຈຳນວນຫຼາຍກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ສື່ມວນຊົນ ເຢຍລະມັນ ລົງຂ່າວເປັນຈຳນວນຫຼາຍກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຕ້ອນຮັບປະທານກຸ່ມບໍລິສັດ Adidas ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຕ້ອນຮັບປະທານກຸ່ມບໍລິສັດ Adidas
ນັກຊ່ຽວຊານຕີລາຄາສູງໝາກຜົນການຢ້ຽມຢາມ ສິງກະໂປ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ (ພາບ: TTXVN)

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ຫາກໍ່ສິ້ນສຸດການຢ້ຽມຢາມ ສິງກະໂປ ແຕ່ວັນທີ 08-10 ກຸມພາ ຢ່າງເປັນທາງການ. ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ, ທ່ານຮອງສາດສະດາຈານ ຫວູມິງເຄືອງ, ຫົວໜ້ານັກຊ່ຽວຊານໂຮງຮຽນ ຫຼີກຸງຢູ່ ຂຶ້ນກັບມະຫາວິທະຍາໄລແຫ່ງຊາດ ສິງກະໂປ, ຕີລາຄາໝາກຜົນບຸກທະລຸຂອງການຢ້ຽມຢາມຄັ້ງນີ້ວ່າ ໄດ້ສ້າງຄວາມໄວ້ເນື້ອເຊື່ອໃຈຢ່າງໃຫຍ່ຫຼວງໃຫ້ແກ່ບັນດາວິສາຫະກິດ ສິງກະໂປ. ມີວິສາຫະກິດຫຼາຍແຫ່ງ, ກຸ່ມບໍລິສັດໃຫຍ່ຂອງ ສິງກະໂປ ສະແດງຄວາມສົນໃຈເຖິງການລົງທຶນເຂົ້າ ຫວຽດນາມ. ຕາມທ່ານ ຫວູມິງເຄືອງ ແລ້ວ, ການຢ້ຽມຢາມນີ້ແມ່ນການສະຫຼຸບຜົນງານຂອງການຮ່ວມມືລະຫວ່າງ 2 ປະເທດໃນໄລຍະ 50 ປີຜ່ານມາ, ຍາມໃດ 2 ຝ່າຍກໍ່ມີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ, ມີຄວາມຕັດສິນໃຈດ້ານການເມືອງສູງ ແລະ ຄວາມສາມາດບົ່ມຊ້ອນຮ່ວມມືຢ່າງໃຫຍ່ຫຼວງ.

ທ່ານ​ຮອງ​ສາດ​ສະ​ດາ​ຈານ​ຖື​ວ່າ ສິງ​ກະ​ໂປ​ມີ​ຄວາມ​ປ​ະ​ທັບ​ໃຈ​ຕໍ່​ຍຸດ​ທະ​ສາດ​ຂອງ​ຫວຽດ​ນາມ ກ່ຽວ​ກັບ​ພະ​ລັງ​ງານ​ສີ​ຂຽວ ແລະ ຮັບ​ປະ​ກັນ​ຄ​ວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງາ​ນ​ກໍ່​ຄື​ເປົ້າ​ໝາຍຫຼຸດ​ການ​ປ່ອຍ​ທາດ​ພິດ​ລົງ 0 ໃນ​ປີ 2050. ທ່ານ​ກໍ່​ໃຫ້​ຂໍ້​ສັງ​ເກດ​ວ່າ ບັນ​ຫາ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ການ​ລົງ​ທຶນ​ເຂົ້າ​ຂະ​ແໜງ​ພະ​ລັງ​ງານ​ສະ​ອາດ​ລະ​ຫວ່າງ ຫວຽດ​ນາມ ແລະ ສິງ​ກະ​ໂປ​ຈ​ະ​ບັນ​ລຸ​ບາດ​ກ້າວ​ສຳ​ຄັນ.

Link: https://huunghivietlao.thoidai.com.vn/detail-article-16271.html

In bài biết