14:07 | 06/02/2023

ຫວຽດນາມ ຮັບຕຳແໜ່ງເປັນປະທານໜູນວຽນ ຄະນະກຳມະການ ອາຊຽນ ຢູ່ ຕວກກີ

ຫວຽດນາມ ໄດ້ຮັບຕຳແໜ່ງສຳຄັນໃນສະມາຄົມຕຳຫຼວດບັນດາປະເທດ ອາຊຽນ ຫວຽດນາມ ໄດ້ຮັບຕຳແໜ່ງສຳຄັນໃນສະມາຄົມຕຳຫຼວດບັນດາປະເທດ ອາຊຽນ
ເວທີປາໄສທະເລ ອາຊຽນ ຄັ້ງທີ 12 ແລະ ເວທີປາໄສທະເລ ອາຊຽນ ເປີດກ້ວາງຄັ້ງທີ 10 ເວທີປາໄສທະເລ ອາຊຽນ ຄັ້ງທີ 12 ແລະ ເວທີປາໄສທະເລ ອາຊຽນ ເປີດກ້ວາງຄັ້ງທີ 10

ຫວ່າງ​ມໍ່ໆ​ມາ​ນີ້ 2023, ຢູ່​​ນະຄອນຫຼວງ Ankara, ປະ​ເທດ ຕວກກີ, ຄະນະ​ກຳມະການ ອາ​ຊຽນ ຢູ່ Ankara (AAC) ​ໄດ້​ຈັດ​ພິທີ​ມອບ​ຮັບ​ບົດບາດ​ເປັນ​ປະທານໜູນວຽນ AAC ຈາກ​ທ່ານ​ເອກ​ອັກຄະ​ລັດຖະທູດ​ໄທ ໃຫ້ແກ່ ທ່ານ​ເອກ​ອັກຄະ​ລັດຖະທູດຫວຽດນາມ ປະຈຳຕວກກີ ໂດເຊີນຫາຍ.

ກ່າວ​ຄຳ​ເຫັນ​ທີ່​ການຮັບ​ຕຳ​ແໜ່​ງ​​ເປັນປະທານ AAC, ​ຕາງໜ້າໃຫ້ ​ເອກ​ອັກຄະ​ລັດຖະທູດ​ບັນດາ​ປະ​ເທດ ອາ​ຊຽນ, ທ່ານ​ເອກ​ອັກຄະ​ລັດຖະທູດ ໂດເຊີນຫາຍ ​ໄດ້ສະແດງຄວາມ​ຊົມ​ເຊີຍ ​ໄທ ​ແລະ ທ່ານ​ເອກ​ອັກຄະ​ລັດຖະທູດ Apirat ​ທີ່ໄດ້​ປະຕິບັດ​ໜ້າ​ທີ່​ເປັນ​ປະທານ​ໝູນວຽນ AAC ຢ່າງ​ສຳ​ເລັດ​ຜົນ (ກໍ​ລະ​ກົດ - ທັນວາ 2022).

ຫວຽດນາມ ຮັບຕຳແໜ່ງເປັນປະທານໜູນວຽນ ຄະນະກຳມະການ ອາຊຽນ ຢູ່ ຕວກກີ

ຫວຽດນາມ ຮັບຕຳແໜ່ງເປັນປະທານໜູນວຽນ ຄະນະກຳມະການ ອາຊຽນ ຢູ່ ຕວກກີ. (ພາບ: baoquocte)

ຫຼາຍການ​ເຄື່ອນ​ໄຫວ​​ໄດ້​ຮັບ​ໝາກຜົນ​ຢ່າງ​ຕັ້ງໜ້າ, ​ເຊັ່ນ: ການ​ພົບ​ປະ​ລະຫວ່າງ​ເອກ​ອັກຄະ​ລັດຖະທູດ ​ແລະ ລັດຖະມົນຕີ​ກະຊວງ​ສຶກສາ ຕວກກີ, ​ເຮັດ​ວຽກ​ກັບ​ບັນດາ​ການ​ນຳ​ທ້ອງ​ຖິ່ນ Izmir ກ່ຽວ​ກັບ​ການ​ເຊື່ອມ​ຕໍ່​ເສດຖະກິດ ​ແລະ ການ​ລົງທຶນ, ການຈັດ​ຕັ້ງສັບປະດາອາ​ຊຽນ ຢູ່​ນະຄອນຫຼວງ Ankara... ​ໄດ້​ຊ່ວຍ​ຍົກ​ສູງ​ພາບພົດຂອງ​ສະ​ມາ​ຄົມ​ອາ​ຊຽນ ​ໃຫ້​ປະ​ຊາ​ຊົນ​ຕວກ​ກີ, ເສີມ​ຂະ​ຫຍາຍ​ ແລະ ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ສະ​ຖານ​ທູດ​ອາ​ຊຽນ ​ແລະ ​ອົງ​ການ​ຈັດ​ຕັ້ງ​ທ້ອງ​ຖິ່ນ ​ແລະ ​ວິສາຫະກິດປະເທດປະຈຳຖິ່ນ.

ທ່ານ​ເອກ​ອັກຄະ​ລັດຖະທູດ​ບັນດາ​ປະ​ເທດ ໄດ້ສະແດງຄວາມ​ຊົມ​ເຊີຍ​ສະຖານທູດ​ຫວຽດນາມ ​ແລະ ທ່ານ​ເອກ​ອັກຄະ​ລັດຖະທູດ ໂດເຊີນຫາຍ ໃນບົດບາດ ​ແລະ ໜ້າ​ທີ່​ໃໝ່​ຢູ່ Ankara ​ແລະ ເຊື່ອ​ໝັ້ນ​ວ່າ ຫວຽດນາມ ຈະ​ສຳ​ເລັດ​ວຽກ​ງານ​ເປັນ​ຢ່າງ​ດີ ​ແລະ ຢືນຢັນ​ຈະ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ໃນ​ວຽກ​ງານ​ຮ່ວມ​ຂອງ AAC.

ຫວຽດນາມ ຮັບຕຳແໜ່ງເປັນປະທານໜູນວຽນ ຄະນະກຳມະການ ອາຊຽນ ຢູ່ ຕວກກີ
(ພາບ: baoquocte)

ພາຍຫຼັງພິທີມອບຮັບ, ທ່ານເອກອັກຄະລັດຖະທູດ ໂດເຊີນຫາຍ ​ໄດ້ເປັນປະທານກອງປະຊຸມຄັ້ງທຳອິດຂອງ AAC ໃນອາຍຸປະຈຳການ (ມັງກອນ – ມິຖຸນາ, 2023) ເພື່ອເຫັນດີກັບບັນດາເອກອັກຄະລັດຖະທູດອື່ນໆ ກ່ຽວກັບບັນດາການເຄື່ອນໄຫວຂອງ AAC ໃນໄລຍະຈະມາເຖິງ.

ທີ່​ການ​ພົບ​ປະ, ທ່ານ​ເອກ​ອັກຄະ​ລັດຖະທູດ ໂດເຊີນຫາຍ ​ໄດ້​ສະ​ເໜີ 3 ຂໍ້​ຕົ້ນຕໍ​ເພື່ອ​ແນ​ໃສ່​ສຸມ​ໃສ່, ​ໃນ​ນັ້ນ​ມີ​ສະພາບ​ການ​ເລືອກ​ຕັ້ງ​ປີ 2023 ຢູ່ ຕວກກີ, ​ເພີ່ມ​ທະວີ​ການ​ພົວພັນ ອາ​ຊຽນ - ຕວກກີ, ​ເພີ່ມ​ທະວີ​ການ​ພົວພັນ​ພາຍໃນລະຫວ່າງ ອາ​ຊຽນ.

ຄຳຮຸ່ງ

Link: https://huunghivietlao.thoidai.com.vn/detail-article-16240.html

In bài biết