10:31 | 13/01/2023

ປກສ ແຂວງຄໍາມ່ວນ (ລາວ) ຢ້ຽມຢາມ, ອວຍພອນຕໍາຫຼວດແຂວງກວາງບິ່ງ ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດ ປີເຖາະ 2023

ຫວຽດນາມ ຈະກາຍເປັນປະເທດມີລາຍຮັບສະເລ່ຍສູງໃນປີ 2023, ດ້ວຍລາຍຮັບສະເລ່ຍໃສ່ຫົວຄົນປະມານ 11.000 ໂດລາສະຫະລັດ ຫວຽດນາມ ຈະກາຍເປັນປະເທດມີລາຍຮັບສະເລ່ຍສູງໃນປີ 2023, ດ້ວຍລາຍຮັບສະເລ່ຍໃສ່ຫົວຄົນປະມານ 11.000 ໂດລາສະຫະລັດ
ແລກປ່ຽນປະສົບການໃນທາງດ້ານຮັກສາອະທິປະໄຕ ລະຫວ່າງ ແຂວງຮ່າຕີ໋ງ ແລະ ແຂວງຄໍາມ່ວນ (ລາວ) ແລກປ່ຽນປະສົບການໃນທາງດ້ານຮັກສາອະທິປະໄຕ ລະຫວ່າງ ແຂວງຮ່າຕີ໋ງ ແລະ ແຂວງຄໍາມ່ວນ (ລາວ)

ວັນທີ 7 ມັງກອນ, ຄະນະຜູ້ແທນປ້ອງກັນຄວາມສະຫງົບ ແຂວງຄໍາມ່ວນ, ລາວ ນໍາໂດຍພັນເອກ ທິບພະຈັນ ໂພໄຊ ຫົວໜ້າ ປກສ ແຂວງຄໍາມ່ວນ ໄດ້ຢ້ຽມຢາມ, ອວຍພອນພະນັກງານ, ນັກຮົບຕໍາຫຼວດແຂວງ ກວາງບິ່ງ ເນື່ອງໃນໂອກາດບຸນປີໃໝ່ປີເຖາະ 2023.

ພັນເອກ ທິບພະຈັນ ໂພໄຊ ຫົວໜ້າ ປກສ ແຂວງຄໍາມ່ວນ ສົ່ງຄໍາອວຍພອນປີໃໝ່ມາຍັງພະນັກງານ, ນັກຮົບຕໍາຫຼວດແຂວງກວາງບິ່ງ.

ທີ່ການພົບປະ, ການນໍາຕໍາຫຼວດແຂວງກວາງບິ່ງ ແລະ ປກສ ແຂວງຄໍາມ່ວນ ໄດ້ແລກປ່ຽນ, ແຈ້ງໃຫ້ກັນຊາບບາງຂໍ້ມູນທີ່ກ່ຽວຂ້ອງເຖິງສະພາບເສດຖະກິດ-ສັງຄົມ ຂອງ 2 ແຂວງ; ບາງໝາກຜົນທີ່ພົ້ນເດັ່ນຂອງກໍາລັງ ປສກ ແຂວງ​ຄຳ​ມ່ວນ ແລະ ຕໍາຫຼວດ ແຂວງກວາງ​ບິ່ງ ແລະ ວຽກງານສົມທົບກັນ, ຕໍ່ສູ້ຕ້ານອາດຊະຍະກໍາ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ຢູ່ເສັ້ນ ຊາຍແດນຫວຽດນາມ-ລາວ.

ພ້ອມກັນນັ້ນ, ສອງຝ່າຍກໍເຫັນດີເປັນເອກະພາບ, ຕັດສິນໃຈປະຕິບັດຕາມບົດບັນທຶກຊ່ວຍຈໍາລະຫວ່າງ ປກສແຂວງຄໍາມ່ວນ ແລະ ຕໍາຫຼວດແຂວງກວາງບິ່ງ ໃນວຽກງານຮັບ​ປະ​ກັນຄວາມສະຫງົບແຫ່ງຊາດ, ຮັກສາຄວາມເປັນລະບຽບຮຽບຮ້ອຍທາງສັງຄົມໃຫ້ມີປະສິດທິຜົນ, ພິເສດແມ່ນກ່ຽວກັບວຽກງານປ້ອງກັນ, ຕ້ານອາດຊະຍາກຳຢາເສບຕິດຂ້າມຊາດ, ຮັບປະກັນການປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ສືບຕໍ່ຮັບປະກັນສິດ, ຜົນປະໂຫຍດອັນຊອບທໍາຂອງປະຊາຊົນ​ເມື່ອໄປມາ, ພົບປະແລກປ່ຽນຢູ່ເຂດຊາຍແດນ.

ເນື່ອງໃນໂອກາດບຸນປີໃໝ່ປະຈໍາຊາດຫວຽດນາມ, ທ່ານພັນເອກ ທິບພະຈັນ ໂພໄຊ ໄດ້ອວຍພອນຄະນະພະນັກງານ, ນັກຮົບຕໍາຫຼວດແຂວງກວາງບິ່ງທຸກ​ຖ້ວນ​ໜ້າ ປີໃໝ່ 2023 ປະສົບຜົນສໍາເລັດ, ໂຊກດີ, ມີສຸຂະພາບແຂງແຮງ.

ສະຫາຍຫົວໜ້າຕໍາຫຼວດແຂວງກວາງບິ່ງ, ກໍ່ໄດ້ສົ່ງຄໍາອວຍພອນມາຍັງພະນັກງານ, ນັກຮົບ ປກສ ແຂວງຄໍາມ່ວນ, ລາວ ຈົ່ງ​ມີສຸຂະພາບ​ເຂັ້ມ​ແຂງ, ມີຄວາມຜາສຸກ, ບັນລຸໝາກຜົນທີ່ດີໃນໜ້າ​ທີ່ວຽກງານ ແລະ ອວຍພອນໃຫ້ສາຍພົວພັນທີ່ດີງາມລະຫວ່າງ 2 ແຂວງຄໍາມ່ວນ-ກວາງບິ່ງ, ກໍາລັງ ປກສ ແຂວງຄໍາມ່ວນ ແລະ ຕໍາຫຼວດແຂວງກວາງບິ່ງ ນັບມື້ນັບສະໜິດຕິດພັນ, ຮັດແໜ້ນກວ່າອີກ.

ບູນມີ

Link: https://huunghivietlao.thoidai.com.vn/detail-article-16171.html

In bài biết