09:05 | 04/01/2023

ນໍາສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງ ສອງແຂວງ ເທື່ອທຽນເຫ້ວ (ຫວຽດນາມ) ແລະ ສາລະວັນ (ລາວ) ຂຶ້ນສູ່ລະດັບສູງໃໝ່.

ແຂວງ ເທື່ອທຽນເຫ້ວ ມອບເຂົ້າສານໃຫ້ກອງບັນຊາການທະຫານ ແຂວງສາລະວັນ ແລະ ແຂວງເຊກອງ (ລາວ) ແຂວງ ເທື່ອທຽນເຫ້ວ ມອບເຂົ້າສານໃຫ້ກອງບັນຊາການທະຫານ ແຂວງສາລະວັນ ແລະ ແຂວງເຊກອງ (ລາວ)
ສືບຕໍ່ນຳການພົວພັນລະຫວ່າງຊາວໜຸ່ມ ຫວຽດນາມ ແລະ ລາວ ຂຶ້ນສູ່ລະດັບສູງໃໝ່ ສືບຕໍ່ນຳການພົວພັນລະຫວ່າງຊາວໜຸ່ມ ຫວຽດນາມ ແລະ ລາວ ຂຶ້ນສູ່ລະດັບສູງໃໝ່

ທີ່​ການ​​ເຮັດ​ວຽກ, ສະຫາຍ​ເລຂາຄະນະ​ພັກ​ແຂວງ ​ເລ​ເຈື່ອງລຶວ ແລະ ສະຫາຍ​ເລຂາ​ຄະນະ​ພັກ​ແຂວງສາລະວັນ ​ໂພໄຊ ​ໄຊ​ຍະ​ສອນ ​ໄດ້​ປະກາດ​ບັນດາໝາກຜົນ​ທີ່​ບັນລຸ​ໄດ້​ໃນ​ດ້ານ​ເສດຖະກິດ, ສັງຄົມ, ປ້ອງ​ກັນ​ຄວາມ​ສະຫງົບ, ປ້ອງກັນປະເທດຊາດ, ກໍ່ສ້າງ​ພັກ​ຂອງ​ສອງ​ແຂວງ​ໃນ​ໄລຍະ​ຜ່ານ​ມາ. ຕາມ​ນັ້ນ​ແລ້ວ, ​ໃນ​ໄລຍະ​ຜ່ານ​ມາ, ການ​ພົວພັນ​ມິດຕະພາບ​, ຄວາມ​ສາມັກຄີ​ແບບ​ພິ​ເສດ, ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ແຂວງ ​ເທື່ອ​ທຽນ​ເຫ້ວ (ຫວຽດນາມ) ​ແລະ ​ແຂວງ​ສາລະ​ວັນ (ລາວ) ກໍບັນລຸ​ໄດ້​ບັນດາ​ໝາກຜົນໃນ​ທຸກ​ຂົງ​ເຂດ ເປັນຕົ້ນແມ່ນ​ການ​ເມືອງ, ການ​ທູດ, ການປ້ອງກັນຄວາມສະຫງົບ, ການປ້ອງ​ກັນ​ປະ​ເທດ, ​ຊາຍ​ແດນ, ດ່ານຊາຍແດນ, ເສດຖະກິດ, ວັດທະນະທໍາ, ການສຶກສາ, ສາທາລະນະສຸກ ...

ນໍາສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງ ສອງແຂວງ ເທື່ອທຽນເຫ້ວ (ຫວຽດນາມ) ແລະ ສາລະວັນ (ລາວ) ຂຶ້ນສູ່ລະດັບສູງໃໝ່.
ສະຫາຍ​ເລຂາຄະນະ​ພັກ​ແຂວງ ​ເລ​ເຈື່ອງລຶວ ແລະ ສະຫາຍ​ເລຂາ​ຄະນະ​ພັກ​ແຂວງສາລະວັນ ​ໂພໄຊ ​ໄຊ​ຍະ​ສອນ (ພາບ: thuathienhue.gov.vn).

​ເຖິງ​ວ່າ​ໃນສອງປີຜ່ານມາ, ​ເນື່ອງ​ຈາກ​ພະຍາດ​ໂຄ​ວິດ-19 ​ຜັນ​ແປ​ຢ່າງ​ສັບສົນ​ ແຕ່ສອງຝ່າຍກໍ​ໄດ້​ສືບ​ຕໍ່​ຮັກສາ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ດ້ວຍຫຼາຍຮູບ​ແບບຢ່າງມີໄຫວພິບຄ່ອງຕົວ, ຮັກສາ​ການ​ພົວພັນ​ແບ່ງບັນ, ປຸກລະດົມຢ່າງທັນການ ​ແລະ ຊ່ວຍເຫຼືອ​ເຊິ່ງກັນ ​ແລະ ກັນ ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ທີ່​ເກີດ​ຈາກ​ໄພ​ທຳ​ມະ​ຊາດ, ໂລກ​ລະ​ບາດ.

ພ້ອມ​ກັນ​ນັ້ນ, ການ​ພົວພັນ​ທາງ​ການ​ເມືອງ, ການ​ທູດ​ກໍສືບ​ຕໍ່​ໄດ້​ຮັບ​ການ​ເພີ່ມ​ທະວີ ​ແລະ ພັດທະນາ​ເປັນ​ຢ່າງ​ດີ, ນັບ​ມື້​ນັບ​ສະໜິດ​ຕິດແໜ້ນ, ມີຄວາມໄວ້ເນື້ອ​ເຊື່ອມຈໃຈ​, ມີ​ປະສິດທິ​ຜົນ ​ແລະ ​ແທດ​ຈິງ. ການປ້ອງກັນຊາດຢູ່ຊາຍແດນແຂວງ ກໍໄດ້ປັບປຸງ ແລະ ຮັກສາ, ປະກອບສ່ວນສຳຄັນເຂົ້າໃນການກໍ່ສ້າງເສັ້ນຊາຍແດນ ຫວຽດນາມ-ລາວ ສັນຕິພາບ, ໝັ້ນຄົງ, ມິດຕະພາບ, ການຮ່ວມມື ແລະ ພັດທະນາຮອບດ້ານ.

ພ້ອມ​ກັນ​ນັ້ນ, ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການສຶກສາ-ບຳລຸງ​ສ້າງແຫຼ່ງ​ຊັບພະຍາກອນ​ມະນຸດ, ວັດທະນະທຳ, ສາທາລະນະ​ສຸກ... ກໍ​​ມີຄວາມຄືບໜ້າດີ, ປະກອບສ່ວນ​ສຳຄັນ​ເຂົ້າ​ໃນ​ການ​ປະຕິບັດ​ບັນດາ​ເປົ້າ​ໝາຍ​ພັດທະນາ​ເສດຖະກິດສັງຄົມ ​ແລະ ​ເຊື່ອມ​ໂຍງ​ສາກົນທີ່​ທ້ອງ​ຖິ່ນ​ ກໍຄືປະກອບສ່ວນຢ່າງ​ຕັ້ງໜ້າເຂົ້າໃນການປັບປຸງ ​ແລະ ເພີ່ມທະວີ​ສາຍ​ພົວພັນ​ສາມັກຄີ​ແບບ​ພິ​ເສດ​ ຫວຽດນາມ - ລາວ ​ໃຫ້​ນັບ​ມື້​ນັບ​ພັດທະນາ ​ແລະ ​ເຂົ້າສູ່ລວງເລິກ​.

ຢູ່ທີ່ນີ້, ສອງ​ຝ່າຍ​ຍັງ​ໄດ້​ປະກາດ​ໝາກຜົນ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ແຂວງ​ໃນທຸກ​ຂົງ​ເຂດ​ພັດທະນາ​ເສດຖະກິດ, ສັງຄົມ; ການເມືອງ, ການທູດ; ການປ້ອງກັນຄວາມສະຫງົບ, ການປ້ອງກັນຊາດ; ການສຶກສາ, ການບໍລຸງສ້າງແຫຼ່ງຊັບພະຍາກອນມະນຸດ; ບັນດາລາຍການ, ໂຄງການ ພວມໜູນຊ່ວຍແຂວງສາລະວັນ. ພ້ອມທັງຊີ້ໃຫ້ເຫັນເຖິງບັນຫາທີ່ຍັງຄົງຄ້າງ, ມີຄວາມຫຍຸ້ງຍາກ; ສະ​ເໜີ​​ທິດ​ທາງ​ການ​ຮ່ວມ​ມື​ລະຫວ່າງສອງຝ່າຍ​ໃນ​ໄລຍະ​ຈະ​ມາ​ເຖິງ.

ນໍາສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງ ສອງແຂວງ ເທື່ອທຽນເຫ້ວ (ຫວຽດນາມ) ແລະ ສາລະວັນ (ລາວ) ຂຶ້ນສູ່ລະດັບສູງໃໝ່.
ການນໍາແຂວງ, ຄະນະກໍາມະການປົກຄອງແຂວງ ແລະ ການນໍາພະແນກ, ສາຂາ, ຄະນະແຂວງເທື່ອທຽນເຫ້ວ ແລະ ຄະນະຜູ້ແທນຂັ້ນສູງແຂວງສາລະວັນ - (ພາບ: thuathienhue.gov.vn).

ໂດຍຜ່ານ​ການ​ແລກປ່ຽນ, ປຶກສາ​ຫາລື, ສອງຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບ​ບັນດາ​ເນື້ອ​ໃນການຕົກລົງຮ່ວມ​ມື​ໄລຍະ 2022 – 2026. ​ໃນ​ນັ້ນ, ຢືນຢັນ​ວ່າ ສອງຝ່າຍຈະ​ສືບ​ຕໍ່ນໍາສາຍ​ພົວພັນ​ມິດຕະພາບ​, ການ​ຮ່ວມ​ມື​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່. ນັ້ນ​ແມ່ນ, ສອງ​ຝ່າຍ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການ​ເມືອງ, ການ​ທູດ; ການປ້ອງກັນປະເທດ, ການປ້ອງກັນຄວາມສະຫງົບ,ຊາຍແດນ, ດ່ານຊາຍແດນ; ເສດຖະກິດ; ການສຶກສາ ແລະ ບຳລຸງສ້າງ, ຝຶກອົບຮົມພະນັກງານ; ວັດທະນະທຳ, ກິລາ, ການທ່ອງທ່ຽວ, ສາທາລະນະສຸກ ແລະ ບັນດາຂົງເຂດອື່ນໆ…

ຫອມມາລາ

Link: https://huunghivietlao.thoidai.com.vn/detail-article-16134.html

In bài biết