07:18 | 27/12/2022

ຫວຽດນາມ ກາຍເປັນສະມາຊິກຂອງສະຫະພັນມະຫາສະໝຸດທົ່ວໂລກ

ທ່ານຫງວຽນຝູຈ້ອງ ເລຂາທິການໃຫ່ຍພັກກອມມູນິດ ຫວຽດນາມ ໄດ້ໂອ້ລົມທາງໂທລະສັບ ກັບ ທ່ານເລຂາທີໜຶ່ງພັກກອມມູນິດ ກູບາ, ປະທານປະເທດສາທາລະນະລັດ ກູບາ ທ່ານຫງວຽນຝູຈ້ອງ ເລຂາທິການໃຫ່ຍພັກກອມມູນິດ ຫວຽດນາມ ໄດ້ໂອ້ລົມທາງໂທລະສັບ ກັບ ທ່ານເລຂາທີໜຶ່ງພັກກອມມູນິດ ກູບາ, ປະທານປະເທດສາທາລະນະລັດ ກູບາ
ການທ່ອງທ່ຽວຫວຽດນາມ ກົບມາສ້າງຄວາມປະທັບໃຈ, ຊອກຫາບັນດາບາດກ້າວກະໂດດຂັ້ນຄືນໃໝ່ ການທ່ອງທ່ຽວຫວຽດນາມ ກົບມາສ້າງຄວາມປະທັບໃຈ, ຊອກຫາບັນດາບາດກ້າວກະໂດດຂັ້ນຄືນໃໝ່
ຫວຽດນາມ ກາຍເປັນສະມາຊິກຂອງສະຫະພັນມະຫາສະໝຸດທົ່ວໂລກ
ຂໍ້ລິເລີ່ມສ້າງເປົ້າໝາຍ “30% ເນື້ອທີ່ມະຫາສະໝຸດໄດ້ຮັບການປົກປ້ອງ ໃນປີ 2030”

ກົມ​ອະນຸລັກ​ທຳ​ມະ​ຊາດ ​ແລະ ຊີວະນາໆພັນ (ກົມໃຫຍ່ສິ່ງແວດລ້ອມ) ຫາກໍອອກແຈ້ງການ​ວ່າດ້ວຍລັດຖະບານ​ໄດ້​ມີຂໍ້ຕົກລົງເຫັນດີນະໂຍບາຍເຂົ້າ​ຮ່ວມສະຫະ​ພັນມະຫາ​ສະໝຸດ​ທົ່ວໂລກ (GOA) ຂອງ​ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ ພ້ອມກັນນັ້ນ ກໍສະໜັບສະໜູນຂໍ້ລິເລີ່ມສ້າງເປົ້າໝາຍ “30% ເນື້ອທີ່ມະຫາສະໝຸດໄດ້ຮັບການປົກປ້ອງ ໃນປີ 2030” (ຂໍ້ລິເລີ່ມ 30x30).

ລະອຽດ, ໃນ​ຕອນ​ເຊົ້າ​ວັນ​ທີ 21 ທັນວາ, ຜູ້ຕາງໜ້າ​ກົມ​ອະນຸລັກ​ທຳ​ມະ​ຊາດ ​ແລະ ຊີວະ​ນາໆ​ພັນ ​ເນັ້ນ​ໜັກ​ວ່າ ການ​ກາຍ​ເປັນ​ສະມາຊິກ​ຂອງ GOA ຈະ​ແມ່ນ​ບາດກ້າວ​ໃໝ່​ຂອງ​ຫວຽດນາມ ​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ຄູ່​ຮ່ວມ​ມື​ເພື່ອປົກ​ປັກ​ຮັກສາ​ຊີວະ​ນາໆ​ພັນ, ​ເຊື່ອມ​ຕໍ່​​ກັບ​ປະຊາຄົມສາກົນເພື່ອແລກປ່ຽນປະສົບການ; ຈາກ​ນັ້ນ ກໍຊ່ວຍ​ຍົກ​ສູງ​ທີ່​ຕັ້ງ​ຂອງ​ຫວຽດນາມ​ໃນ​ການ​ອະນຸລັກ​ຮັກສາຊີວະ​ນາໆ​ພັນ​ໃນ​ທົ່ວໂລກ.

ຕາມ​ກົມ​ອະນຸລັກ​ທຳ​ມະ​ຊາດ ​ແລະ ຊີວະ​ນາໆ​ພັນ​, ຂໍ້ລິເລີ່ມ 30x30 ​ແມ່ນ​ໜຶ່ງ​ໃນ​ບັນດາ​ເປົ້າ​ໝາຍ​ສຳຄັນ​ຂອງ​ຂອບ​​ຊີວະ​ນາໆ​ພັນ​ທົ່ວ​ໂລກ, ເພື່ອຮຽກຮ້ອງ​ທົ່ວໂລກ​ອະນຸລັກ​ຮັກສາ 30% ເນື້ອ​ທີ່​ດິນ ​ແລະ ທະ​ເລ​ຂອງ​ໂລກ ​ໂດຍ​ຜ່ານ​ການ​ສ້າງ​ຕັ້ງ​ເຂດ​ສະຫງວນ (PA) ແລະ ບັນດາມາດຕະການອະນຸລັກໃຫ້ມີປະສິດທິຜົນໂດຍອີງໃສ່ເຂດອື່ນໆ (OECMs).

ຂໍ້​ລິເລີ່ມ 30x30 ຄາດ​ວ່າ​ຈະ​ກາຍ​ເປັນ​ທິດ​ທາງ​ໃໝ່, ພິ​ເສດ​ແມ່ນ​ສືບ​ຕໍ່​ຊຸກ​ຍູ້​ທົ່ວໂລກອະ​ນຸ​ລັກ​ຮັກສາສິ່ງ​ແວດ​ລ້ອມ​ທາງ​ທະ​ເລ​ດ້ວຍ​ຜົນງານ​ທີ່​ໃຫຍ່​​ກວ່າ.

ການ​ກາຍເປັນ​ສະມາຊິກ​ຂອງ​ພັນທະ​ມິດ GOA ​ແລະ ​ການເຂົ້າ​ຮ່ວມ​ປະຕິບັດ​ຂໍ້ລິເລີ່ມ 30x30, ຫວຽດນາມ ​ໄດ້​ປະມວມບັນດາເປົ້າໝາຍ​ທີ່​ກ່ຽວຂ້ອງ​ເຂົ້າ​ໃນ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ຊີວະ​ນາໆ​ພັນ, ​ໃນ​ນັ້ນ​ມີ​ການ​ເພີ່ມ​ທະວີ​ເນື້ອ​ທີ່​​ສະຫງວນ​ທາງ​ທະ​ເລ ​ແລະ ​ແຄມ​ທະ​ເລ​ແຕ່ 3 – 5% ​ໃນ​ປີ 2030.

ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ ​ມີບົດບາດແມ່ນອົງການປະສານງານຈັດຕັ້ງປະຕິບັດຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ຊີວະ​ນາໆ​ພັນ​ຮອດ​ປີ 2030, ກໍ​ຄື​ຊຸກຍູ້​ການ​ນຳ​ໃຊ້ OECM ຢູ່ ຫວຽດນາມ ເພື່ອປະກອບສ່ວນ​ເຂົ້າໃນການປະຕິບັດ​ເປົ້າໝາຍຂໍ້ລິເລີ່ມ 30x30 ໃນທົ່ວໂລກໃຫ້ສໍາເລັດຜົນ.

​ໃນ​ກອງ​ປະຊຸມ​ ບັນດາ​ຝ່າຍ​ທີ່ເຂົ້າຮ່ວມສົນທິສັນຍາ​​ຊີວະນາໆພັນ ຄັ້ງທີ 15 ​ເຊິ່ງກໍາລັງ​ດໍາເນີນ​ຢູ່ Montreal (Canada), ເປົ້າໝາຍ​ດັ່ງກ່າວ​ຍັງ​ຈະ​ໄດ້​ຮັບ​ການ​ປຶກສາ​ຫາລື​ຈາກ​ບັນດາ​ຜູ້ນຳ​ໂລກ ​ເພື່ອ​ໃຫ້​ທິດ​ທາງ​ໃນການ​ປົກ​ປັກ​ຮັກສາ​ມະຫາ​ສະໝຸດ​ໃຫ້ມີ​ປະສິດທິ​ຜົນ​ທີ່​ສຸດ.

​ສ່ວນພວກເຮົາ, ໃນ​ເບື້ອງ​ຕົ້ນ, ຫວຽດນາມ ຈະ​ເຂົ້າ​ຮ່ວມ​ບັນດາ​ການ​​ແລກປ່ຽນ​ທີ່​ກ່ຽວຂ້ອງ ​ເພື່ອ​ມີ​ການ​ກະກຽມ​ໃຫ້​ດີ​ທີ່​ສຸດ ກ່ອນ​ທີ່ຈະ​ກາຍເປັນ​ສະມາຊິກ​ຂອງ​ພັນທະ​ມິດ GOA ຢ່າງ​ເປັນ​ທາງ​ການ.

​ຢູ່ນອກ​ກອງ​ປະຊຸມ, ຄະນະ​​ຫວຽດນາມ ກໍຈະເຮັດວຽກສອງຝ່າຍກັບ​ບັນດາ​ອົງຈັດຕັ້ງຄູ່​ຮ່ວມ​ມື ​ເພື່ອ​ລະດົມ​ກຳລັງ​ໜູນ​ຊ່ວຍໃຫ້ ຫວຽດນາມ ປະຕິບັດ​ເປົ້າ​ໝາຍ 30x30 ​ແລະ ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ຊີວະ​ນາໆ​ພັນ​ຮອດ​ປີ 2030, ມຸ່ງ​ໄປ​ເຖິງ​ປີ 2050.

ພາຍຫຼັງ​ ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບິງມິງ ຕົກລົງເຫັນດີນະໂຍບາຍ​​ເຂົ້າຮ່ວມສະຫະ​ພັນ​ມະຫາ​ສະໝຸດ​ໂລກ, ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ຈະສືບ​ຕໍ່​ປະຕິບັດ​ບັນດາລະບຽບການ​ທີ່​ກ່ຽວຂ້ອງ​ເພື່ອ​ຂຶ້ນ​ທະບຽນ​ເຂົ້າ​ຮ່ວມສະຫະ​ພັນ​ນີ້ ຕາມ​​ຂໍ້ຕົກລົງ​​ສາກົນ 2020.

ຫອມມາລາ

Link: https://huunghivietlao.thoidai.com.vn/detail-article-16063.html

In bài biết