16:30 | 20/12/2022

ເປັນເຈົ້າການ, ໄຫວພິບ ແລະ ມີຫົວຄິດປະດິດສ້າງໃນການຈັດຕັ້ງປະຕິບັດການເຄື່ອນໄຫວຂອງສະມາຄົມ ຫວຽດນາມ - ອາ​ເມ​ລິ​ກາ

ຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມມີໄຫວພິບ, ມີຫົວຄິດປະດິດສ້າງ, ເປັນເຈົ້າການ, ຊັກຈູງອາຊຽນຜ່ານຜ່າຄວາມຫຍຸ້ງຍາກ ຫວຽດນາມ ໄດ້ສະແດງໃຫ້ເຫັນຄວາມມີໄຫວພິບ, ມີຫົວຄິດປະດິດສ້າງ, ເປັນເຈົ້າການ, ຊັກຈູງອາຊຽນຜ່ານຜ່າຄວາມຫຍຸ້ງຍາກ
ກອງປະຊຸມການທູດ ຄັ້ງທີ 30 ໃນຫົວຂໍ້  "ທູດຫວຽດນາມ ເປັນເຈົ້າການ, ມີຫົວຄິດປະດິດສ້າງ ແລະ ມີປະສິດທິຜົນ" ກອງປະຊຸມການທູດ ຄັ້ງທີ 30 ໃນຫົວຂໍ້ "ທູດຫວຽດນາມ ເປັນເຈົ້າການ, ມີຫົວຄິດປະດິດສ້າງ ແລະ ມີປະສິດທິຜົນ"

ຫວ່າງແລ້ວນີ້, ຢູ່​ຮ່າ​ໂນ້ຍ, ສະມາຄົມ ຫວຽດນາມ - ອາ​ເມ​ລິ​ກາ (ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ ຫວຽດນາມ) ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສະຫຼຸບ​ວຽກ​ງານ​ປີ 2022 ​ແລະ ທິດ​ທາງ​ການ​ເຄື່ອນ​ໄຫວ​ໃນ​ປີ 2023.

Chủ động, linh hoạt, sáng tạo trong triển khai hoạt động của Hội hữu nghị Việt - Mỹ

ສະມາຄົມ ຫວຽດນາມ - ອາ​ເມ​ລິ​ກາ ​ຈັດ​ຕັ້ງ​ກອງ​ປະຊຸມ​ສະຫຼຸບ​ວຽກ​ງານ​ປີ 2022 ​ແລະ ທິດ​ທາງ​ການ​ເຄື່ອນ​ໄຫວ​ໃນ​ປີ 2023. ພາບ: thoidai.com.vn

ນະທີ່ນີ້, ທ່ານເອກອັກຄະລັດຖະທູດ ຟ້າມກວາງວີງ, ປະທານສະມາຄົມ ຫວຽດນາມ - ອາເມລິກາ ສະເໜີວ່າໃນໄລຍະຈະມາເຖິງ, ສູນກາງສະມາຄົມ ແລະ ບັນດາອົງການສະມາຊິກຄວນເພີ່ມທະວີລັກສະນະເປັນເຈົ້າການ, ໄຫວພິບ ແລະ ມີຫົວຄິດປະດິດສ້າງໃນການຈັດຕັ້ງປະຕິບັດບັນດາການເຄື່ອນໄຫວ ເພື່ອສອດຄ່ອງກັບສະຖານະການ ແລະ ແຫຼ່ງກໍາລັງ.

ໃນປີ 2023, ສະມາຄົມ ຫວຽດນາມ - ອາ​ເມ​ລິ​ກາ ຈະ​ສືບ​ຕໍ່​ດຳ​ເນີນ​ບັນດາ​ການ​ເຄື່ອນ​ໄຫວ​ແລກປ່ຽນ​ຄະນະ​ຜູ້​ແທນ ​ແລະ ການ​ຮ່ວມ​ມື​ປະຊາຊົນລະຫວ່າງ ຫວຽດນາມ - ອາ​ເມ​ລິ​ກາ; ຊຸກຍູ້​ການ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ລະຫວ່າງ​ສະມາຄົມ ຫວຽດນາມ - ອາ​ເມ​ລິ​ກາ ​ແລະສະພາທຸລະກິດ ອາ​ເມ​ລິ​ກາ - ຫວຽດນາມ (UVBC)... ຈັດຕັ້ງການພົບປະກັບສະມາຄົມ ຫວຽດນາມ - ອາ​ເມ​ລິ​ກາ ຢູ່ບັນດາທ້ອງຖິ່ນ ແລະ ເຄືອຂ່າຍສະມາຊິກສະມາຄົມເນື່ອງໃນໂອກາດ ສະເຫຼີມສະຫຼອງ 78 ປີແຫ່ງວັນສ້າງຕັ້ງສະມາຄົມ. ນອກ​ນີ້, ​ໃນ​ປີໜ້າ, ສະມາຄົມ​ຍັງ​ມີ​ແຜນ​ຈະ​ຂະຫຍາຍ​ສະມາຊິກ​ໃໝ່ 2-3 ​ສະມາຊິກ.

ທີ່​ກອງ​ປະຊຸມ, ບັນດາ​ຜູ້​ແທນ​ໄດ້​ແລກປ່ຽນ, ປຶກສາ​ຫາລື ​ແລະ ຍົກອອກ​ຂໍ້​ສະ​ເໜີ​ຫຼາຍຂໍ້ເພື່ອ​ແນ​ໃສ່​ເພີ່ມ​ເຕີມ ​ແລະ ປະຕິບັດສໍາເລັດ​ບົດ​ລາຍວຽກ​ງານ​ສະມາຄົມ​ປີ 2022 ​ແລະ ທິດ​ທາງ​​ວຽກ​ງານຂອງ​ສະມາຄົມ​ໃນ​ປີ 2023.

ບູນມີ

Link: https://huunghivietlao.thoidai.com.vn/detail-article-16015.html

In bài biết