08:26 | 15/12/2022

ອິນເດຍ ມີຫຼາຍນະໂຍບາຍສົ່ງເສີມ ແລະ ດຶງດູດການລົງທຶນຕ່າງປະເທດ, ໃນນັ້ນມີປະຊາຄົມວິສາຫະກິດ ຫວຽດນາມ

ແຂກທ່ອງທ່ຽວ ອິນເດຍ ມາ ຫວຽດນາມ ເພີ່ມຂຶ້ນຢ່າງແຮງ ແຂກທ່ອງທ່ຽວ ອິນເດຍ ມາ ຫວຽດນາມ ເພີ່ມຂຶ້ນຢ່າງແຮງ
ອິນເດຍ ປາດຖະໜາຢາກຊຸກຍູ້ການຮ່ວມມືກັບ ຫວຽດນາມ ອິນເດຍ ປາດຖະໜາຢາກຊຸກຍູ້ການຮ່ວມມືກັບ ຫວຽດນາມ
ອິນເດຍ ມີຫຼາຍນະໂຍບາຍສົ່ງເສີມ ແລະ ດຶງດູດການລົງທຶນຕ່າງປະເທດ, ໃນນັ້ນມີປະຊາຄົມວິສາຫະກິດ ຫວຽດນາມ

ຜູ້ຕາງໜ້າ 2 ຝ່າຍລົງນາມໃນບົດບັນທຶກຊ່ວຍຈຳ (ພາບ: TTXVN)

ນີ້ແມ່ນການຢືນຢັນຂອງ ທ່ານ Madan Mohan Sethi, ຫົວໜ້າສະຖານກົງສູນໃຫຍ່ ອິນເດຍ ຢູ່ນະຄອນໂຮ່ຈີມິນ, ທີ່ກອງປະຊຸມສົ່ງເສີມອຸດສາຫະກຳ, ການຄ້າ ຫວຽດນາມ - ອິນເດຍ ໂດຍສະຫະພັນ ອຸດສາຫະກຳ ແລະ ການຄ້າ ຫວຽດນາມ (VCCI) ຢູ່ນະຄອນໂຮ່ຈີມິນ ແລະ ກົງສູນໃຫຍ່ ອິນເດຍ ປະຈຳ ນະຄອນໂຮ່ຈີມິນ ຈັດຕັ້ງຂຶ້ນຕອນແລງວັນທີ 12 ທັນວາ, ຢູ່ທີ່ນະຄອນໂຮ່ຈີມິນ.

ຫົວໜ້າສະຖານກົງສູນໃຫຍ່ ອິນເດຍ ກໍ່ໃຫ້ຮູ້ວ່າ: ປະຊາຄົມວິສາຫະກິດ, ຜູ້ຜະລິດອຸດສາຫະກຳ ແຖວໜ້າຂຶ້ນກັບສະຫະພັນບັນດາຫ້ອງອຸດສາຫະກຳ ແລະ ການຄ້າຂອງບັນດາລັດຄື Telangana ແລະ Andhra Pradesh ມາຫວຽດນາມ ເພື່ອຊອກຫາກາລະໂອກາດລົງທຶນ, ທຸລະກິດ ແລະ ສຳຫຼວດການຕະຫຼາດ. ບາງວິສາຫະກິດ ອິນເດຍ ຕ້ອງການຊອກຫາກາລະໂອກາດຢູ່ຂົງເຂດອຸດສາຫະກຳ, ກໍ່ສ້າງ, ການຢາ… ຢູ່ຕະຫຼາດນະຄອນໂຮ່ຈີມິນເວົ້າສະເພາະ ແລະ ຢູ່ຫວຽດນາມ ເວົ້າລວມ.

ທ່ານ Madan Mohan Sethi ​ໃຫ້​ຮູ້​ວ່າ: ປະຈຸ​ບັນ, ອິນ​ເດຍ ມີ​ຫຼາຍ​ກົນ​ໄກ​ນະ​ໂຍບາຍ​ເພື່ອ​ຊຸກຍູ້ ​ແລະ ດຶງ​ດູດ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ, ​ໃນ​ນັ້ນ​ມີ​ປະຊາ​ຄົມ​ວິ​ສາ​ຫະກິດ ຫວຽດນາມ.ສ່ວນ​ບັນດາ​ອົງການ​ການ​ທູດ ​ແລະ ບັນດາ​ອົງການ​ສົ່ງ​ເສີມ​ການ​ທູດ​ຂອງ​ອິນ​ເດຍ ພວມ​ມານະ​ພະຍາຍາມ​ຢ່າງ​ບໍ່​ຢຸດ​ຢັ້ງ ​ເພື່ອ​ຊຸກຍູ້​ບັນດາ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ດ້ານ​ການ​ຄ້າ, ລະບຽບ​ການ​ຄົນ​ເຂົ້າ​ເມືອງ, ສະໜອງ​ຂໍ້​ມູນ​ຕະຫຼາດ... ​ໃຫ້​ບັນດາ​ວິ​ສາ​ຫະກິດ ​ແລະ ນັກ​ລົງທຶນ​ຕ່າງປະ​ເທດ.​ໃນ​ຂອບ​ເຂດ​ກອງ​ປະຊຸມ, ສະຫະພັນ​ການ​ຄ້າ ​ແລະ ອຸດສາຫະກຳ​ຫວຽດນາມ ຢູ່​ນະຄອນ ​ໂຮ່ຈີ​ມິນ ​ແລະ ສະຫະພັນ​ບັນດາ​ສະພາ​ການ​ຄ້າ ​ແລະ ອຸດສາຫະກຳ​ແຫ່ງ​ລັດ Telangana (FTCCI) ກໍ່​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ເພື່ອ​ຮ່ວມ​ມື​ໜູນ​ຊ່ວຍ​ວິ​ສາ​ຫະກິດ ​ແລະ ຊຸກຍູ້​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ຄ້າລະຫວ່າງສອງຝ່າຍ

Link: https://huunghivietlao.thoidai.com.vn/detail-article-15977.html

In bài biết