ໂຄສະນາອາຫານ ແລະ ວັດທະນະທຳຫວຽດນາມ ໃຫ້ເພື່ອນມິດ ສະໂລວາເກຍ
ຫວ່າງແລ້ວນີ້, ທ່ານເອກອັກຄະລັດຖະທູດ ຫງວຽນຕ໊ວນ ແລະ ພະນັກງານສະຖານທູດຫວຽດນາມ ປະຈຳ ສະໂລວາເກຍ ໄດ້ໄປມອບຂອງຂວັນການກຸສົນໃຫ້ສະມາຄົມແມ່ຍິງສາກົນຢູ່ Bratislava ເນື່ອງໃນໂອກາດຕະຫຼາດນັດບຸນຄຼິດສມາດ.
ຂອງຂວັນການກຸສົນຄັ້ງນີ້ຂອງສະຖານທູດ ຫວຽດນາມ ປະຈຳ ສະໂລວາເກຍ ແມ່ນບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະຂອງ ຫວຽດນາມ, ປະກອບສ່ວນໂຄສະນາບັນດາເຍື່ອງອາຫານ ແລະ ວັດທະນະທຳ ຫວຽດນາມ ໃຫ້ບັນດາເພື່ອນມິດ ສະໂລວາເກຍ ໃນບັນຍາກາດບຸນຄຼິດສມາດທີ່ອົບອຸ່ນ.
ໂຄສະນາອາຫານ ແລະ ວັດທະນະທຳຫວຽດນາມ ໃຫ້ເພື່ອນມິດ ສະໂລວາເກຍ. ພາບ: thoidai.com.vn
ທ່ານເອກອັກຄະລັດຖະທູດ ຫງວຽນຕ໊ວນ ໄດ້ຕີລາຄາສູງບັນດາການເຄື່ອນໄຫວຂອງສະມາຄົມແມ່ຍິງສາກົນຢູ່ Bratislava.
ງານຕະຫຼາດນັດ ຄຼິດສມາດ Bratislava ແມ່ນກິດຈະກໍາປະຈໍາປີທີ່ຈັດຂຶ້ນໂດຍສໍານັກງານປົກຄອງນະຄອນ Bratislava ເປັນປະທານ. ສະມາຄົມແມ່ຍິງສາກົນ Bratislava ລະດົມບັນດາສະຖານທູດທີ່ Bratislava ມອບຂອງຂວັນ ແລະ ຈະນຳໄປວາງຂາຍໃນງານຕະຫຼາດນັດເພື່ອສ້າງກອງທຶນການກຸສົນ.
ປີນີ້, ສະມາຄົມແມ່ຍິງໄດ້ຮັບການອຸປະຖຳຈາກລັດຖະມົນຕີການຕ່າງປະເທດ Rastislav Kacer, ການສະໜັບສະໜູນຂອງສໍານັກງານປົກຄອງນະຄອນ ແລະ ການປະກອບສ່ວນຢ່າງກະຕືລືລົ້ນຂອງ 16 ສະຖານທູດໃນ ສະໂລວາເກຍ. ຮ້ານຂອງສະມາຄົມແມ່ນເປີດຂາຍຕັ້ງແຕ່ວັນທີ 1 ຫາ 6 ທັນວາ 2022.
ບູນມີ