ປະທານປະເທດຫວຽດນາມ ສິ້ນສຸດການຢ້ຽມຢາມລາຊະອານາຈັກ ໄທ ຢ່າງເປັນທາງການ ແລະເຂົ້າຮ່ວມສັບປະດາຂັ້ນສູງ ອາເປັກ 2022
ປະທານປະເທດຫວຽດນາມ ປະດັບຫຼຽນໄຊແຮງງານຊັ້ນ I ໃຫ້ທີມຊາດບານເຕະຍິງ | |
ປະທານປະເທດຫວຽດນາມ ຕີລາຄາສູງຈິດໃຈອວ່າຍໜ້າກັບເມືອບ້ານເກີດເມືອງນອນຂອງຊາວຫວຽດນາມ ອາໄສຢູ່ສະຫະພັນລັດເຊຍ |
ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີຕ້ອນຮັບຢ່າງເປັນທາງການ ແລະໄດ້ມີການພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ປຣະຍຸດ ຈັນໂອຊາ ທີ່ສໍານັກງານນາຍົກລັດຖະມົນຕີ ໄທ. ສອງຝ່າຍ ໄດ້ເປັນສັກຂີພິຍານພິທີລົງນາມ ແລະແລກປ່ຽນເອກະສານຮ່ວມມື ແລະເປັນປະທານຮ່ວມກອງປະຊຸມຂ່າວ. ທ່ານປະທານປະເທດ ຫງວຽນຊວນຟຸກ ແລະທ່ານນາຍົກລັດຖະມົນຕີ ໄທ ປຣະຍຸດ ຈັນໂອຊາ ພ້ອມດ້ວຍພັນລະຍາ ໄດ້ຢ້ຽມຊົມຮ້ານວາງສະແດງເຄື່ອງຫັດຖະກຳຂອງ ໄທ ແລະເຂົ້າຮ່ວມງານລ້ຽງ ໂດຍ ທ່ານນາຍົກລັດຖະມົນຕີ ປຣະຍຸດ ຈັນໂອຊາ ແລະພັນລະຍາ ເປັນເຈົ້າພາບຈັດຕັ້ງ.
![]() |
ພິທີສົ່ງ ທ່ານປະທານປະເທດ ຫງວຽນຊວນຟຸກ ແລະພັນລະຍາ ຢູ່ສະໜາມບິນທະຫານອາກາດ ແຫ່ງ ລາຊະອານາຈັກ ໄທ, ບາງກອກ. ພາບ: ສໍານັກຂ່າວສານຫວຽດນາມ. |
ໃນການຢ້ຽມຢາມ, ທ່ານປະທານປະເທດ ຫງວຽນຊວນຟຸກ ແລະພັນລະຍາ ໄດ້ມີການພົບປະກັບພະມະຫາກະສັດ Maha Vajiralongkorn ແລະມະເຫສີ ໄທ; ພົບປະກັບທ່ານ ຊວນ ລີກໄພ ປະທານສະພາແຫ່ງຊາດ ໄທ.
ເນື່ອງໃນໂອກາດຢ້ຽມຢາມ ໄທ ຢ່າງເປັນທາງການ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ໃຊ້ເວລາຕ້ອນຮັບປະທານສະມາຄົມມິດຕະພາບ ຫວຽດນາມ - ໄທ ແລະພົບປະກັບການນໍາບັນດາວິສາຫະກິດ, ກຸ່ມບໍລິສັດແຖວໜ້າຂອງ ໄທ ທີ່ພວມມີການເຄື່ອນໄຫວລົງທຶນດຳເນີນທຸລະກິດຢູ່ ຫວຽດນາມ ຄື: SCG, Amata, CP. ທ່ານປະທານປະເທດ ໄດ້ມີການພົບປະກັບ 350 ວິສາຫະກິດດີເດັ່ນ ຫວຽດນາມ - ໄທ; ເຂົ້າຮ່ວມພິທີເປີດສັບປະດາສິນຄ້າຫວຽດນາມ ຢູ່ ໄທ ແລະໄປຢ້ຽມຢາມ, ພົບປະ ແລະໂອ້ລົມກັບພະນັກງານ, ລັດຖະກອນສະຖານທູດ, ສະຖານກົງສູນໃຫຍ່, ແລະຊາວຫວຽດນາມ ອາໄສ ຢູ່ ໄທ.
ເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດອາເປັກ ຄັ້ງທີ 29, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມວາລະກອງປະຊຸມວົງແຄບຄັ້ງທີ 1; ເຂົ້າຮ່ວມກອງປະຊຸມປຶກສາຫາລືບໍ່ເປັນທາງການລະຫວ່າງຜູ້ນໍາບັນດາພື້ນຖານເສດຖະກິດ ອາເປັກ ແລະແຂກຖືກເຊີນ; ຮັບປະທານອາຫານທ່ຽງ ແລະເຮັດວຽກກັບຜູ້ນຳບັນດາພື້ນຖານເສດຖະກິດ ອາເປັກ ແລະແຂກຖືກເຊີນ.
ຢູ່ນອກສັບປະດາຂັ້ນສູງ ອາເປັກ 2022, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ມີການພົບປະສອງຝ່າຍກັບຜູ້ນຳບັນດາພື້ນຖານເສດຖະກິດສະມາຊິກ ອາເປັກ ຄື: ຈີນ, ອາເມລິກາ, ຟີລິບປິນ, ສິງກະໂປ, ສ.ເກົາຫຼີ, ອົດສະຕາລີ, ການາດາ, ຝຣັ່ງ, ຈີເລ, ເປຣູ ແລະຜູ້ອຳນວຍການໃຫຍ່ ກອງທຶນເງິນຕາສາກົນ (IMF).
ກອງທັບ