08:29 | 16/11/2022

ປະທານ ຫງວຽນເຟືອງງາ ສົ່ງຈົດໝາຍອວຍພອນ ເນື່ອງໃນໂອກາດສະເຫຼີມສະຫຼອງ 72 ວັນມູນເຊື້ອ VUFO

ເນື່ອງໃນໂອກາດສະເຫຼີມສະຫຼອງ 72 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ຈີນ ການນຳ ຫວຽດນາມ ແລະ ຈີນ ແລກປ່ຽນໂທລະເລກຊົມເຊີຍ ເນື່ອງໃນໂອກາດສະເຫຼີມສະຫຼອງ 72 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ຈີນ ການນຳ ຫວຽດນາມ ແລະ ຈີນ ແລກປ່ຽນໂທລະເລກຊົມເຊີຍ
ທ່ານເອກອັກຄະລັດຖະທູດ ຫງວຽນເຟືອງງາ: ວຽກງານການທູດປະຊາຊົນມີຫລາຍເງື່ອນໄຂເພື່ອປະຕິບັດ ແລະ ຊຸກຍູ້ບັນດາການເຄື່ອນໄຫວຢ່າງຮອບດ້ານ ທ່ານເອກອັກຄະລັດຖະທູດ ຫງວຽນເຟືອງງາ: ວຽກງານການທູດປະຊາຊົນມີຫລາຍເງື່ອນໄຂເພື່ອປະຕິບັດ ແລະ ຊຸກຍູ້ບັນດາການເຄື່ອນໄຫວຢ່າງຮອບດ້ານ
ປະທານ ຫງວຽນເຟືອງງາ ສົ່ງຈົດໝາຍອວຍພອນ ເນື່ອງໃນໂອກາດສະເຫຼີມສະຫຼອງ 72 ວັນມູນເຊື້ອ VUFO
ທ່ານນາງ ຫງວຽນເຟືອງງາ ປະທານສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ​ຫວຽດນາມ.

ຮຽນບັນດາສະຫາຍ,

ໃນຕະຫຼອດ 72 ປີຜ່ານມາ, ພາຍໃຕ້ການນຳພາອັນຖືກຕ້ອງ ແລະ ສະຫຼາດ ສ່ອງໄສຂອງພັກ, ດ້ວຍຄວາມສາມັກຄີ, ເປັນເອກະພາບ, ຄວາມມານະພະຍາຍາມຢ່າງໝັ້ນແກ່ນ, ການປະກອບສ່ວນຢ່າງຕັ້ງໜ້າຂອງການນຳ, ພະນັກງານ, ລັດຖະກອນ ແລະ ຜູ້ອອກແຮງງານຮຸ້ນຕ່າງໆຂອງຂອງ​ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ​ຫວຽດນາມ ແລະ ບັນດາ​ອົງການ​ສະມາຊິກ​ຂອງ​ຕົນ, ດ້ວຍ​ການສະໜັບສະໜູນ, ຮ່ວມມືຢ່າງມີປະສິດທິຜົນຂອງບັນດາອົງ ການເຈົ້າໜ້າທີ່ຢູ່ສູນກາງ ແລະ ທ້ອງ​ຖິ່ນ, ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບ​ຫວຽດນາມ ໄດ້ເຕີບໃຫຍ່ເຂັ້ມແຂງເປັນແຕ່ລະກ້າວ, ຍາດ​ໄດ້​​ຜົນງານ​ຫລາຍ​ຢ່າງ, ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ອັນ​ດີງາມ, ​ເສີມ​ຂະຫຍາຍ​ບົດບາດ ​ແລະຖານະທີ່​ຕັ້ງ​ຂອງ​ການທູດປະຊາຊົນ, ​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ບັນ​ດາ​ຜົນ​ສຳ​ເລັດ​ຂອງ​ວຽກ​ງານ​ພົວພັນ​ຕ່າງ​ປະ​ເທດ​ລວມ​ຂອງ​ປະ​ເທດ.

ດ້ວຍ​ຄວາມເອກອ້າງທະນົງ​ໃຈ​ສືບ​ຕໍ່ປະຫວັດສາດແຫ່ງ 72 ປີແຫ່ງການສ້າງສາ ແລະ ພັດທະນາ, ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ຢ່າງ​ເລິກ​ເຊິ່ງວ່າ ພະນັກງານ, ລັດຖະກອນ ​ແລະ ຜູ້ອອກແຮງງານ​ຂອງ​ສະຫະພັນ​ບັນດາ​ອົງການຈັດຕັ້ງ​ມິດຕະພາບຫວຽດນາມ ​ແລະ ບັນດາ​ອົງການ​ສະມາຊິກ​ທຸກຖ້ວນໜ້າ ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ມູນ​ເຊື້ອ​ອັນ​ດີງາມ, ສາມັກຄີ, ເປັນຈິດໜຶ່ງໃຈດຽວ, ແກ້ໄຂຄວາມ​ຫຍຸ້ງຍາກ, ຝຶກຝົນຫຼໍ່ຫຼອມຄຸນທາດ, ຍົກສູງກໍາລັງ​ຄວາມ​ສາມາດ, ຕັ້ງໜ້າປ່ຽນແປງໃໝ່​ເນື້ອ​ໃນ, ວິທີ​ການ ​ແລະ ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຕາມທິດນຳ “​ເປັນເຈົ້າການ, ​ມີໄຫວພິບ, ມີ​ຫົວຄິດ​ປະດິດ​ສ້າງ ​ແລະ ມີ​ປະສິດທິ​ຜົນ”, ບັນລຸ​ໄດ້​ບັນດາ​ຜົນງານ​ໃໝ່​ໃຫຍ່​ຫຼວງ​ກວ່າ​ອີກ​ໃນ​ການ​ປະຕິບັດພາລະ​ໜ້າ​ທີ່​ທີ່​ໄດ້​ຮັບ​ມອບ​ໝາຍ. ​ສົມເປັນກຳລັງ​ຫຼັກ​ແຫຼ່ງ​ໃນ​ວຽກງານການ​ທູດ​ປະຊາຊົນ - ​ແມ່ນ​ໜຶ່ງ​ໃນ 3 ​ເສົາ​ຄ້ຳ​ຂອງພື້ນຖານ​ການ​ທູດ​ຫວຽດນາມ​ຢ່າງ​ຮອບດ້ານ ​ແລະ ທັນ​ສະ​ໄໝ, ປະກອບສ່ວນ​ແທດ​ຈິງ​ເຂົ້າ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຫວຽດນາມ ​ທີ່ໝັ້ນຄົງ ເຂັ້ມແຂງ, ວັດທະນາຖາວອນ ​ແລະ ມີ​ຄວາມຜາສຸກ; ເພີ່ມພູນຄູນສ້າງ​ສັນຕິພາບ ​ແລະ ມິດຕະພາບ​ລະຫວ່າງຊາດຕ່າງໆ​ໃນ​ໂລກ.

ຂໍອວຍພອນໃຫ້ບັນດາສະຫາຍ ແລະ ຄອບຄົວຂອງທ່ານມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດ!

ດ້ວຍຄວາມນັບຖື!

ບູນມີ

Link: https://huunghivietlao.thoidai.com.vn/detail-article-15763.html

In bài biết