10:59 | 10/11/2022

ປະທານປະເທດ ຫວຽດນາມ, ຈີນ ແລະ ນາຍົກລັດຖະມົນຕີ ອາຣັບບີຊະອຸດີ ຢ້ຽມຢາມ ໄທ ຢ່າງເປັນທາງການ ໃນໂອກາດສັບປະດາສຸດຍອດ APEC 2022

ທ່ານເລຂາທິການໃຫຍ່ສະຫະປະຊາຊາດ ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ທ່ານເລຂາທິການໃຫຍ່ສະຫະປະຊາຊາດ ສິ້ນສຸດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ
ຄະນະຜູ້ແທນພັກກອມມູນິດຫວຽດນາມ ຢ້ຽມຢາມ ກໍາປູເຈຍ ຢ່າງເປັນທາງການ ຄະນະຜູ້ແທນພັກກອມມູນິດຫວຽດນາມ ຢ້ຽມຢາມ ກໍາປູເຈຍ ຢ່າງເປັນທາງການ
ໂຄສົກລັດຖະບານ ໄທ ອະນຸຈາ ບູຣະພະໄຈສີ (ພາບ: ThaiGov)
ໂຄສົກລັດຖະບານ ໄທ ອະນຸຈາ ບູຣະພະໄຈສີ (ພາບ: ThaiGov)

ວັນທີ 08 ພະຈິກ, ໂຄສົກລັດຖະບານ ໄທ ອະນຸຈາ ບູຣະພະໄຈສີ ໃຫ້ຮູ້ວ່າ: ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ; ທ່ານປະທານປະເທດ ສີຈີ້ນຜິງ ແລະ ທ່ານນາຍົກລັດຖະມົນຕີ ອາຣັບບີຊະອຸດີ, ຈະໄປຢ້ຽມຢາມປະເທດ ໄທ ຢ່າງເປັນທາງການ ເນື່ອງໃນໂອກາດສັບປະດາສຸດຍອດ ເວທີປາໄວຮ່ວມມືເສດຖະກິດ ອາຊີ - ປາຊີຟິກ (APEC 2022) ເຊິ່ງດຳເນີນໃນລະຫວ່າງວັນທີ 18-19 ພະຈິກ. ພາຍຫຼັງພິທີຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ປຣຸດ ຈັນໂອຊາ ຈັດການເຈລະຈາກັບການນຳ 3 ປະເທດດັ່ງກ່າວ ເພື່ອປຶກສາຫາລືມາດຕະການຊຸກຍູ້ການພົວພັນຮ່ວມມື 2 ຝ່າຍ. ກ່ຽວຂ້ອງເຖິງສັບປະດາສຸດຍອດ APEC, ທ່ານ ອະນຸຈາ ບູຣະພະໄຈສີ ໃຫ້ຮູ້ວ່າ ມາຮອດປະຈຸບັນ, ມີການນຳຂັ້ນສູງ 15 ປະເທດຂອງບັນດາພື້ນຖານເສດຖະກິດສະມາຊິກໄດ້ຢັ້ງຢືນຮັບຄຳເຊື້ອເຊີນເຂົ້າຮ່ວມໃນລະຫວ່າງວັນທີ 18-19 ພະຈິກ.

ວີ​ໂອ​ວີ

Link: https://huunghivietlao.thoidai.com.vn/detail-article-15717.html

In bài biết