07:07 | 09/11/2022

ຫວຽດນາມ - ຟີລິບປີນ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ

ຫວຽດນາມ ແລະ ສິງກະໂປ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ ແລະ ສິງກະໂປ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ
ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ ລະຫວ່າງຫວຽດນາມ ແລະ ລັດເຊຍ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ ລະຫວ່າງຫວຽດນາມ ແລະ ລັດເຊຍ

ທີ່ການພົບປະພາຍຫຼັງພິທີຕ້ອນຮັບ, ຜູ້ຕາງໜ້າບັນດາອົງການ, ກົມກອງກອງທັບປະຊາຊົນຫວຽດນາມ ແລະກໍາລັງປະກອບອາວຸດຟີລິບປີນ ໄດ້ສະເໜີຫຼາຍເນື້ອໃນ ແລະມາດຕະການຮ່ວມມືໃນຫຼາຍຂົງເຂດ, ຄື: ແລກປ່ຽນຄະນະຜູ້ແທນຂັ້ນສູງ, ການຮ່ວມມືດ້ານທະຫານເຮືອ, ບຳລຸງສ້າງ; ແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນ, ປະສົບການໃນການປະຕິບັດງານ ແລະປຶກສາຫາລືສະໜັບສະໜູນເຊິ່ງກັນ ແລະກັນຢູ່ເວທີປາໄສຫຼາຍຝ່າຍ, ພິເສດແມ່ນໃນຂອບເຂດ, ກົນໄກ ອາຊຽນ ເຊິ່ງຫວຽດນາມ ແລະ ຟີລິບປີນ ລ້ວນແຕ່ແມ່ນສະມາຊິກຕັ້ງໜ້າ.

ຫວຽດນາມ - ຟີລິບປີນ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ
ການນໍາສອງກອງທັບກັບບັນດາຜູ້ແທນທີ່ພິທີຕ້ອນຮັບ. ພາບ: qdnd.vn

ທ່ານພົນໂທ ຫງວຽນເຕິນເກືອງ ແລະທ່ານພົນຕີ Bartolome Vicente Bacarro ໄດ້ຕີລາຄາສູງຕໍ່ແນວຄວາມຄິດ, ເນື້ອໃນທີ່ສະເໜີໃນການພົບປະ. ໃນຖານະຕໍາແໜ່ງຂອງຕົນ, ການນໍາສອງຄະນະໄດ້ເຫັນດີເປັນເອກະພາບນຳກັນວ່າ ໃນໄລຍະຈະມາເຖິງຈະຕັ້ງໜ້າຜັນຂະຫຍາຍບັນດາເນື້ອໃນຮ່ວມມືຢ່າງແທດຈິງ ແລະມີປະສິດທິຜົນ, ຮັບປະກັນໃຫ້ແກ່ການພົວພັນມິດຕະພາບລະຫວ່າງກອງທັບປະຊາຊົນຫວຽດນາມ ແລະບັນດາກໍາລັງປະກອບອາວຸດຟີລິບປີນ ຈະສືບຕໍ່ພັດທະນາ, ເພື່ອຜົນປະໂຫຍດຂອງແຕ່ລະປະເທດ, ເພື່ອສັນຕິພາບ, ສະຖຽນລະພາບ ແລະວັດທະນາຖາວອນລວມຂອງພາກພື້ນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນລວມຂອງສອງປະເທດ.

ໃນວັນດຽວກັນ, ກອງບັນຊາການທະຫານເຮືອຟີລິບປີນ ໄດ້ຈັດພິທີຕ້ອນຮັບທ່ານພົນໂທ ຫງວຽນເຕິນເກືອງ ທີ່ມາຢ້ຽມຢາມຢ່າງສົມກຽດ.

ກອ​ງ​ທັບ​

Link: https://huunghivietlao.thoidai.com.vn/detail-article-15701.html

In bài biết