07:55 | 02/11/2022

ຫວຽດນາມ ເຂົ້າຮ່ວມກອງປະຊຸມວິທະຍາສາດ ແລະ ເຕັກໂນໂລຊີສະບຽງອາຫານທົ່ວໂລກຢູ່ ສິງກະໂປ

ຜະລິດຕະພັນ ແລະ ເຄື່ອງໝາຍການຄ້າ ຫວຽດນາມ ສ້າງຂີດໝາຍຢູ່ ສິງກະໂປ ຜະລິດຕະພັນ ແລະ ເຄື່ອງໝາຍການຄ້າ ຫວຽດນາມ ສ້າງຂີດໝາຍຢູ່ ສິງກະໂປ
ນຳການພົວພັນຄູ່ຮ່ວມມືຍຸດສະສາດ ຫວຽດນາມ - ສິງກະໂປ ພັດທະນາຢ່າງແທດຈິງ, ນັບມື້ນັບເລິກເຊິ່ງ ນຳການພົວພັນຄູ່ຮ່ວມມືຍຸດສະສາດ ຫວຽດນາມ - ສິງກະໂປ ພັດທະນາຢ່າງແທດຈິງ, ນັບມື້ນັບເລິກເຊິ່ງ
ກອງປະຊຸມວິທະຍາສາດ ແລະ ເຕັກໂນໂລຊີສະບຽງອາຫານທົ່ວໂລກ ໄຂຂຶ້ນໃນວັນທີ 31 ຕຸລາ (ພາບ: Lê Dương/ TTXVN)
ກອງປະຊຸມວິທະຍາສາດ ແລະ ເຕັກໂນໂລຊີສະບຽງອາຫານທົ່ວໂລກ ໄຂຂຶ້ນໃນວັນທີ 31 ຕຸລາ (ພາບ: Lê Dương/ TTXVN)

ແຕ່ວັນທີ 31 ຕຸລາ - ວັນທີ 3 ພະຈິກ, ຢູ່ສິງກະໂປ, ໄດ້ຈັດ ກອງປະຊຸມວິທະຍາສາດ ແລະ ເຕັກໂນໂລຊີສະບຽງອາຫານທົ່ວໂລກ (IUFoST World Congress) ດ້ວຍການເຂົ້າຮ່ວມຂອງຜູ້ແທນກ່ວາ 1.200 ທ່ານທີ່ມາຈາກ 60 ປະເທດ, ໃນນັ້ນມີ ຫວຽດນາມ. ດ້ວຍຫົວຂໍ້ “ອະນາຄົດຂອງສະບຽງອາຫານ: ປະດິດຄິດສ້າງ, ຍືນຍົງ ແລະ ສຸຂະພາບ”, ກອງປະຊຸມມີບັນດາວາລະປືກສາຫາລືກ່ຽວກັບບັນດາບາດກ້າວຫຼ້າສຸດໃນວິທະຍາສາດ ແລະ ເຕັກໂນໂລຊີສະບຽງອາຫານ. ປີນີ້, ກອງປະຊຸມວິທະຍາສາດ ແລະ ເຕັກໂນໂລຊີສະບຽງອາຫານທົ່ວໂລກ ໄດ້ຮັບບົດລາຍງານວິທະຍາສາດເກືອບ 1.000 ບົດ.

ສະມາຄົມວິທະຍາສາດ ແລະ ເຕັກໂນໂລຊີສະບຽງອາຫານ ຫວຽດນາມ (VAFoST) ແມ່ນສະມາຊິກຂອງກອງປະຊຸມວິທະຍາສາດ ແລະ ເຕັກໂນໂລຊີສະບຽງອາຫານທົ່ວໂລກແຕ່ປີ 2000, ເຂົ້າຮ່ວມຢ່າງຕັ້ງໜ້າໃນບັນດາກອງປະຊຸມທົ່ວໂລກ, ດ້ວຍພາລະກຳ “ນຳ ຫວຽດນາມ ອອກສູ່ໂລກ ແລະ ເອົາໂລກເຂົ້າ ຫວຽດນາມ ຜ່ານວິທະຍາສາດ ແລະ ເຕັກໂນໂລຊີສະບຽງອາຫານ”. ທີ່ກອງປະຊຸມປີນີ້, ຫວຽດນາມ ມີ 10 ບົດລາຍງານຄົ້ນຄ້ວາວິທະຍາສາດ. ທີ່ກອງປະຊຸມປີນີ້, ຫວຽດນາມ ມີ2 ຜະລິດຕະພັນສະບຽງອາຫານເຂົ້າຮອບຊິງຊະນະເລີດຂອງການເສັງລາງວັນອຸດສາຫະກຳສະບຽງອາຫານທົ່ວໂລກ.

ວີ​ໂອ​ວີ

Link: https://huunghivietlao.thoidai.com.vn/detail-article-15661.html

In bài biết