09:22 | 17/10/2022

ມີຫຼາຍຈຸດໃໝ່ໃນ Festival ດອກໄມ້ ດ່າລາດ 2022

Festival ຄົ້ນຫາ ໝູ່ກາງຈາຍ Festival ຄົ້ນຫາ ໝູ່ກາງຈາຍ
ພິທີໄຂ Festival Namaste ຫວຽດນາມ 2022 ຢູ່ແຂວງ ແຄ໋ງຮ່ວາ ພິທີໄຂ Festival Namaste ຫວຽດນາມ 2022 ຢູ່ແຂວງ ແຄ໋ງຮ່ວາ
Festival ດອກໄມ້ ດ່າລາດ ຄັ້ງທີ 8 (ພາບປະກອບ: qdnd.vn)
Festival ດອກໄມ້ ດ່າລາດ ຄັ້ງທີ 8 (ພາບປະກອບ: qdnd.vn)

ແຂວງ ເລິມດົ່ງ ຫາກໍ່ປະກາດແຜນການຈັດງານ Festival ດອກໄມ້ ດ່າລາດ ຄັ້ງທີ 9 ປີ 2022 ດ້ວຍຫົວຂໍ້ວ່າ “ດ່າລາດ - ນະຄອນ 4 ລະດູດອກໄມ້”, ຄາດວ່າຈະຈັດຂຶ້ນໃນລະຫວ່າງວັນທີ 01 ພະຈິກ - 31 ທັນວາ.

Festival ດອກໄມ້ ດ່າລາດ ຄັ້ງທີ 9 ປີ 2022 ມີຫຼາຍຈຸດທີ່ແຕກຕ່າງກັນເມື່ອທຽບໃສ່ 8 ຄັ້ງກ່ອນ. ຕາມນັ້ນແລ້ວ, ແທນທີ່ຈັດຂຶ້ນໃນປະມານອາທິດໜຶ່ງຄືຊຸມປີກ່ອນ, Festival ດອກໄມ້ ຄັ້ງນີ້ຈະຈັດຂຶ້ນເປັນເວລາ 2 ເດືອນ (ແຕ່ວັນທີ 11 ພະຈິກ ຫາວັນທີ 31 ທັນວາ). ງານ Festival ດອກໄມ້ນີ້ຈະໄດ້ຈັດຂຶ້ນຢ່າງກວ້າງຂວາງຢູ່ທຸກເມືອງ, ນະຄອນພາຍໃນແຂວງ, ລວມມີ 10 ລາຍການຕົ້ນຕໍຈະໄດ້ຈັດຂຶ້ນໃນຕະຫຼອດເວລາຈັດງານບຸນນີ້.

Festival ດອກໄມ້ ດ່າລາດ ແມ່ນການເຄື່ອນໄຫວສຳຄັນ, ເຊິ່ງຈັດຂຶ້ນ 2 ປີເທື່ອໜຶ່ງ ເພື່ອໂຄສະນາ, ດຶງດູດການລົງທຶນ, ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມຂອງທ້ອງຖິ່ນ, ກະຕຸ້ນການທ່ອງທ່ຽວ.

ວີ​ໂອ​ວີ

Link: https://huunghivietlao.thoidai.com.vn/detail-article-15549.html

In bài biết