ອີຢິບແມ່ນຕະຫຼາດໃຫຍ່ ແລະ ເປັນຄູ່ຮ່ວມມືທີ່ມີທ່າແຮງກັບ ຫວຽດນາມ
ເພີ່ມທະວີການຮ່ວມມື້ດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ຫວຽດນາມ ທີ່ ອີຢິບ | |
ຫວຽດນາມ - ອີຢິບ ຕັ້ງໜ້າຜັນຂະຫຍາຍບັນດາມາດຕະການແນໃສ່ຊຸກຍູ້ການຮ່ວມມື |
ໃນຂອບເຂດການຢ້ຽມຢາມເອຢິບ ແຕ່ວັນທີ 27 ຫາວັນທີ 29 ກັນຍາ, ຄະນະຜູ້ແທນຂັ້ນສູງຫວຽດນາມ ນຳໂດຍຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ໄດ້ມີການພົບປະກັບ ບັນດາສະມາຊິກສະພາ ແລະ ຜູ້ແທນຂອງພັກການເມືອງ ໃນເອຢິບ. ເຂົ້າຮ່ວມກອງປະຊຸມເຮັດວຽກຂອງຄະນະປະຕິບັດງານຄະນະພົວພັນຕ່າງປະເທດສູນກາງ ມີທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ອີຢິບ ຫງວຽນຮຸຍຢຸງ.
ທີ່ການເຮັດວຽກ, ທ່ານຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ເຈຶ່ອງກວ່າງຫວ່າຍນາມ ໄດ້ ແຈ້ງໂດຍສັງເຂບກ່ຽວກັບສະພາບການການເມືອງ, ເສດຖະກິດ - ສັງຄົມຂອງ ຫວຽດນາມ, ພິເສດແມ່ນບັນດາຜົນງານທີ່ພົ້ນເດັ່ນຂອງ ຫວຽດນາມ ໃນໄລຍະ 35 ປີຜ່ານມາຂອງການປ່ຽນໃໝ່, ພ້ອມທັງແນະນຳກ່ຽວກັບນະໂຍບາຍການຕ່າງປະເທດຂອງຫວຽດນາມ.
![]() |
ທ່ານຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ເຈຶ່ອງກວ່າງຫວ່າຍນາມ ເນັ້ນໜັກ ອີຢິບແມ່ນຕະຫຼາດໃຫຍ່ ແລະ ເປັນຄູ່ຮ່ວມມືທີ່ມີທ່າແຮງກັບ ຫວຽດນາມ. |
![]() |
ທ່ານຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ເນັ້ນໜັກວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ຕີລາຄາສູງບົດບາດຂອງ ອີຢິບ ໃນພາກພື້ນຕາເວັນອອກກາງ - ອາຟຣິກາ. ດ້ວຍຈຳນວນພົນລະເມືອງກວ່າ 100 ລ້ານຄົນ, ອີຢິບ ແມ່ນຕະຫຼາດໃຫຍ່ ແລະ ເປັນຄູ່ຮ່ວມມືທີ່ມີທ່າແຮງຂອງຫວຽດນາມ.
ທ່ານ ເຈຶ່ອງກວ່າງຫວ່າຍນາມ ເຊື່ອໝັ້ນວ່າ ດ້ວຍຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ຄວາມມຸ່ງມາດປາດຖະໜາອັນຊອບທຳຂອງປະຊາຊົນສອງປະເທດ, ຫວຽດນາມ ແລະ ອີຢິບ ຈະສືບຕໍ່ຍູ້ແຮງການພົວພັນຮ່ວມມືຫຼາຍດ້ານ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາເວທີປາໄສຫຼາຍຝ່າຍ, ພາກພື້ນ ແລະ ສາກົນ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ເພື່ອຄວາມສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາ.
![]() |
![]() |
ທີ່ການພົບປະ, ຜູ້ຕາງໜ້າບັນດາພັກການເມືອງ ແລະ ສະມາຊິກລັດຖະສະພາ ອີຢິບ ສະແດງຄວາມຊົມເຊີຍຕໍ່ບັນດາບາດກ້າວພັດທະນາເສດຖະກິດ - ສັງຄົມທີ່ໜ້າປະທັບໃຈຂອງ ຫວຽດນາມ ແລະ ມີຄວາມສົນໃຈເຖິງນະໂຍບາຍປ່ຽນແປງໃໝ່ ກໍຄືປະສົບການຂອງ ຫວຽດນາມ ໃນຂົງເຂດການເມືອງ, ເສດຖະກິດ, ສັງຄົມ, ວຽກງານກໍ່ສ້າງພັກ ແລະ ການບຳລຸງສ້າງພະນັກງານ.
ຝ່າຍອີຢິບ ກໍໄດ້ແລກປ່ຽນຂໍ້ມູນກ່ຽວກັບສະພາບການເສດຖະກິດ - ສັງຄົມ ກໍ່ຄືກັບບັນດາສິ່ງທ້າທາຍທີ່ອີຢິບ ພວມປະເຊີນໜ້າຢູ່. ແລະຖືວ່າໝາກຜົນແຫ່ງການຮ່ວມມືລະຫວ່າງສອງປະເທດໃນປະຈຸບັນໃນຂົງເຂດເສດຖະກິດ, ການຄ້າ ແລະ ການລົງທຶນຍັງບໍ່ທັນແທດເໝາະກັບຄວາມສາມາດບົ່ມຊ້ອນຂອງສອງປະເທດ, ຝ່າຍອີຢິບ ສະເໜີວ່າ ຫວຽດນາມ ແລະ ອີຢິບ ຕ້ອງຊອກຫາວິທີແກ້ໄຂເພື່ອເພີ່ມທະວີການຮ່ວມມືສອງປະເທດໃນຂົງເຂດທີ່ສອງຝ່າຍມີທ່າແຮງ.
ຄະນະປະຕິບັດງານຄະນະພົວພັນຕ່າງປະເທດສູນກາງ ແລະ ຝ່າຍຕ່າງໆ ກໍ່ໄດ້ປຶກສາຫາລືຫຼາຍບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ ເຊັ່ນ ການປ່ຽນແປງຂອງດິນຟ້າອາກາດ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານ.
![]() |
![]() |
ບັນດາຜູ້ແທນ ໄດ້ຖ່າຍຮູບທີ່ລະນຶກ. |
2 ຝ່າຍເຫັນດີເປັນເອກະສັນວ່າ ຫວຽດນາມ ແລະ ອີຢິບ ຕ້ອງເພີ່ມທະວີການແລກປ່ຽນຄະນະຜູ້ແທນບັນດາຂັ້ນ ແລະ ຕັ້ງໜ້າຊຸກຍູ້ການເຊື່ອມຕໍ່ລະຫວ່າງປະຊາຄົມວິສາຫະກິດຂອງ 2 ປະເທດ, ມີທິດທາງ ແລະ ວິທີແກ້ໄຂເພື່ອເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ຊຸກຍູ້ການຮ່ວມມືໃນທຸກຂົງເຂດໃນໄລຍະຍາວ, ພິເສດແມ່ນໃນຂົງເຂດເສດຖະກິດ, ການຄ້າ, ການລົງທຶນ, ວັດທະນະທຳ, ການທ່ອງທ່ຽວ ແລະ ການແລກປ່ຽນປະຊາຊົນ, ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ.
ຄຳຮຸ່ງ