ງານບຸນຂອງປະຊາຄົມຊາວຫວຽດນາມ ອາໄສ ຢູ່ Malta
ເນື່ອງໃນໂອກາດສະເຫຼີມສະຫຼອງ 77 ປີແຫ່ງວັນຊາດ ຫວຽດນາມ, ຫວ່າງແລ້ວນີ້, ຢູ່ຫໍສະພາແຫ່ງຊາດ Maltese, ນະຄອນ Valletta ໄດ້ດຳເນີນບັນດາເຫດການວັດທະນະທຳ “ພົບກັບຫວຽດນາມ ຢູ່ Malta” ໂດຍສະມາຄົມຊາວ ຫວຽດນາມ ອາໄສຢູ່ Malta ຈັດຕັ້ງພາຍໃຕ້ການອຸປະຖໍາຂອງ ສະຖານທູດຫວຽດນາມ ປະຈໍາ Malta.
ທ່ານ Anglu Farrugia, ປະທານສະພາແຫ່ງຊາດ Malta ກ່າວຄໍາເຫັນທີ່ເຫດການ. |
ທີ່ເຫດການນີ້, ປະຊາຄົມຊາວ ຫວຽດນາມ ອາໄສຢູ່ Malta ແລະ ບັນດາເພື່ອນມິດສາກົນ ມີໂອກາດຊົມບັນດາຈຸດວັດທະນະທຳ, ສິລະປະຂອງ ຫວຽດນາມ ຜ່ານບັນດາຮູບພາບທີ່ເປັນເອກະລັກສະເພາະ ເຊິ່ງສະແດງໃຫ້ເຫັນທັດສະນີຍະພາບ ແລະ ຊີວິດຂອງປະເທດຊາດ ແລະ ປະຊາຊົນຫວຽດນາມ; ເພີດເພີນກັບອາຫານພື້ນເມືອງຫວຽດນາມ.
ເຖິງວ່າສະມາຄົມຊາວຫວຽດນາມ ອາໄສຢູ່ Malta ຫາກໍ່ຮັບການສ້າງຕັ້ງໃນເດືອນ ສິງຫາ 2022, ແຕ່ສະມາຄົມ ຊາວຫວຽດນາມ ອາໄສຢູ່ Malta ກໍໄດ້ມານະພະຍາຍາມກາຍເປັນຊາຍຄາລວມຂອງຊາວ ຫວຽດນາມ ຢູ່ Malta; ປະກອບສ່ວນປົກປັກຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດ; ໂຄສະນາພາບພົດປະເທດ, ປະຊາຊົນ, ວັດທະນະທຳ ແລະ ຮີດຄອງປະເພນີຂອງຫວຽດນາມ. ຜົນສຳເລັດຂອງເຫດການຄັ້ງທຳອິດໂດຍສະມາຄົມຊາວຫວຽດນາມ ອາໄສຢູ່ Malta ຈັດຕັ້ງຈະສ້າງພື້ນຖານໃຫ້ສະມາຄົມສືບຕໍ່ເຄື່ອນໄຫວແລກປ່ຽນວັດທະນະທຳໃນອະນາຄົດ...
ບູນມີ