18:54 | 28/09/2022

ສະມາຄົມມິດຕະພາບ ຫວຽດນາມ-ລາວ, ສະຖານທູດລາວ ປະຈຳ ຫວຽດນາມ ຖະຫວາຍທູບທຽນອາໄລຫາວິລະຊົນ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດສອງປະເທດ

ເຮືອນລວມສໍາລັບບັນດາວິລະຊົນ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ ເຮືອນລວມສໍາລັບບັນດາວິລະຊົນ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ
ສະມາຄົມມິດຕະພາບ ມາເລເຊຍ - ຫວຽດນາມ ປະກອບສ່ວນຊຸກຍູ້ການພົວພັນ 2 ຝ່າຍ ສະມາຄົມມິດຕະພາບ ມາເລເຊຍ - ຫວຽດນາມ ປະກອບສ່ວນຊຸກຍູ້ການພົວພັນ 2 ຝ່າຍ

ຕອນເຊົ້າວັນທີ 27 ກັນຍາ, ຢູ່ແຂວງກວາງຈິ, ສະມາຄົມມິດຕະພາບ ຫວຽດນາມ - ລາວ; ສະຖານທູດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ຫວຽດນາມ; ສະຖານກົງສຸນໃຫຍ່ລາວ ປະຈໍາ ນະຄອນ ດ່າໜັງ ໄດ້ໄປສຸສານເຈື່ອງເຊີນ ເພື່ອຖະຫວາຍທູບທຽນ, ດອກໄມ້ ເພື່ອລະນຶກເຖິງດວງວິນຍານວິລະຊົນ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ.

ສຸສານ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ​ເຈື່ອງ​ເຊີນ ​ແມ່ນ​ບ່ອນ​ເຕົ້າ​ໂຮມ 10.333 ຂຸມ​ຝັງ​ສົບ​ຂອງ​ນັກຮົບຜູ້ເສຍສະຫຼະຊີວິດເພື່ອຊາດ ​ປົດ​ປ່ອຍ​ຫວຽດນາມ​ໃຕ້ ​ແລະ ກອງທັບ​ປະຊາຊົນ​ຫວຽດນາມ ບົນ​ເສັ້ນທາງ​ເຈື່ອງ​ເຊີນ - ​ເອີ້ນ​ອີກຊື່ໜຶ່ງ​ວ່າ ​ເສັ້ນທາງ​ໂຮ່ຈິ​ມິນ.

ສະມາຄົມມິດຕະພາບ ຫວຽດນາມ-ລາວ, ສະຖານທູດລາວ ປະຈຳ ຫວຽດນາມ ຖະຫວາຍທູບທຽນອາໄລຫາວິລະຊົນ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດສອງປະເທດ
ບັນດາ​ຜູ້​ແທນ​ໄປ​ວາງ​ພວງມາລາ​ຢູ່​ສຸສານ​ເຈື່ອງ​ເຊີນ (ກວາງ​ຈີ້).

ກ່ອນ​ໜ້າ​ນັ້ນ, ວັນ​ທີ 26 ກັນຍາ, ຢູ່​ສຸສານ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ຫວຽດນາມ - ລາວ (​ອານເຊີນ, ​ແຂວງ ​ເງ້ອານ), ຄະນະ​ຜູ້​ແທນ​ສະມາຄົມ​ມິດຕະພາບ ຫວຽດນາມ - ລາວ; ສະຖານທູດ​ແຫ່ງ​ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ ປະຈຳ​ຫວຽດນາມ ກໍ່​ໄດ້​ຖະຫວາຍ​ທູບ​ທຽນ ​ແລະ ດອກ​ໄມ້ ​ເພື່ອ​ຈາລຶກບຸນຄຸນ​ຕໍ່​ບັນດາ​ວິລະ​ຊົນ​ເສຍ​ສະຫຼະ​ຊີວິດ​ເພື່ອ​ຊາດ 2 ປະ​ເທດ ຫວຽດນາມ - ລາວ.

ສະມາຄົມມິດຕະພາບ ຫວຽດນາມ-ລາວ, ສະຖານທູດລາວ ປະຈຳ ຫວຽດນາມ ຖະຫວາຍທູບທຽນອາໄລຫາວິລະຊົນ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດສອງປະເທດ
ບັນດາ​ຜູ້​ແທນ​ໄປ​ວາງ​ພວງມາລາ​ຢູ່​ສຸສານ​ເຈື່ອງ​ເຊີນ (ກວາງ​ຈີ້).

ນະທີ່ນີ້, ທ່ານ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ຫວຽດນາມ ແສງເພັດ ຮຸ່ງບຸນເຍືອງ ເນັ້ນໜັກວ່າ: ໂດຍສ່ວນຕົວລາວ ແລະ ສະຖານທູດ ລາວ ປະຈຳ ຫວຽດນາມ ຈະສືບຕໍ່ຮັກສາ ແລະ ເສີມຂະຫຍາຍສາຍພົວພັນສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ ຫວຽດນາມ - ລາວ; ພ້ອມ​ກັນ​ນັ້ນ, ​ກໍເປັນ​ຂົວ​ຕໍ່ເພື່ອ​ໃຫ້​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ສອງ​ປະ​ເທດແຕກດອກອອກ​ຜົນ, ຂຽວສົດງົດງາມ ແລະ ຍືນ​ຍົງ​ຄົງຕົວຕະຫຼອດການລະນານ.

ຄຳຮຸ່ງ

Link: https://huunghivietlao.thoidai.com.vn/detail-article-15392.html

In bài biết