13:54 | 15/09/2022

ໄທ ເຊີດຊູການຮ່ວມມືດ້ານອຸດສາຫະກໍາ ກັບຫວຽດນາມ

ອູຣູກວາຍ  ປາດຖະໜາຢາກຊຸກຍູ້ FTA ກັບຫວຽດນາມ ອູຣູກວາຍ ປາດຖະໜາຢາກຊຸກຍູ້ FTA ກັບຫວຽດນາມ
ຜູ້ນຳສະພາແຫ່ງຊາດຮຸງກາຣີ ໄດ້ຕີລາຄາສູງຕໍ່ສາຍພົວພັນທີ່ “ຫາຍາກ” ກັບຫວຽດນາມ ຜູ້ນຳສະພາແຫ່ງຊາດຮຸງກາຣີ ໄດ້ຕີລາຄາສູງຕໍ່ສາຍພົວພັນທີ່ “ຫາຍາກ” ກັບຫວຽດນາມ
ໄທ ເຊີດຊູການຮ່ວມມືດ້ານອຸດສາຫະກໍາ ກັບຫວຽດນາມ
ໄທ ຊຸກຍູ້ການພັດທະນາຂະແໜງອຸດສາຫະກໍາລົດໄຟຟ້າ. ພາບ: Bangkokpost.com

ທີ່ການເຮັດວຽກ, ທ່ານ ຟານຈີ໊ແທ່ັງ ສະເໜີໃຫ້ທ່ານລັດຖະມົນຕີກະຊວງອຸດສາຫະກໍາ ໄທ ສືບຕໍ່ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດຫວຽດນາມ ເຄື່ອນໄຫວ ຢູ່ໄທ, ປະກອບສ່ວນຊຸກຍູ້ການລົງທຶນ, ການຄ້າ, ການທ່ອງທ່ຽວສອງສົ້ນ.

ທ່ານ ຟານຈີ໊ແທ່ັງ ສະເໜີໃຫ້ກະຊວງອຸດສາຫະກໍາໄທ ແລະກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ພິຈາລະນາການເຄື່ອນໄຫວຮ່ວມມືໃນຂົງເຂດອຸດສາຫະກໍາ, ປະກອບສ່ວນເພີ່ມທະວີສາຍພົວພັນຮ່ວມມືດ້ານເສດຖະກິດລະຫວ່າງສອງປະເທດ.

ສ່ວນທ່ານ Suriya Juangroongruangkit ຢັ້ງຢືນວ່າ ນີ້ແມ່ນການເລີ່ມຕົ້ນທີ່ດີ ເພື່ອຊຸກຍູ້ສາຍພົວພັນຮ່ວມມືໃນຂົງເຂດອຸດສາຫະກໍາລະຫວ່າງສອງປະເທດ, ພ້ອມທັງໃຫ້ຮູ້ວ່າ ຈະສືບຕໍ່ສະໜັບສະໜູນ, ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດຂອງຫວຽດນາມ ເຄື່ອນໄຫວຢູ່ໄທ, ປະກອບສ່ວນຊຸກຍູ້ການຮ່ວມມືດ້ານການລົງທຶນ, ການຄ້າ ແລະການທ່ອງທ່ຽວລະຫວ່າງສອງປະເທດ ໃຫ້ຫຼາຍກວ່າອີກ, ທ່ານ ຫວັງວ່າ ສະຖານທູດຫວຽດນາມ ຈະໜູນຊ່ວຍຊຸກຍູ້ການຮ່ວມມືຢ່າງແໜ້ນແຟ້ນກວ່າອີກລະຫວ່າງກະຊວງອຸດສາຫະກໍາ ໄທ ແລະກະຊວງອຸດສາຫະກໍາ ແລະການຄ້າຫວຽດນາມ ໃນໄລຍະຈະມາເຖິງ.

ກອ​ງ​ທັບ​

Link: https://huunghivietlao.thoidai.com.vn/detail-article-15276.html

In bài biết