07:54 | 14/09/2022

ລາຍການພົບປະມິດຕະພາບຊາວໜຸ່ມສອງປະເທດ ຫວຽດນາມ-ລາວ

ວົງເງິນການຄ້າຫວຽດນາມ - ລາວ ສືບຕໍ່ເພີ່ມຂຶ້ນ ວົງເງິນການຄ້າຫວຽດນາມ - ລາວ ສືບຕໍ່ເພີ່ມຂຶ້ນ
ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພົບປະເຈລະຈາກັບປະທານສະພາແຫ່ງຊາດແຫ່ງລາຊະອານາຈັກ ກຳປູເຈຍ ປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພົບປະເຈລະຈາກັບປະທານສະພາແຫ່ງຊາດແຫ່ງລາຊະອານາຈັກ ກຳປູເຈຍ
ລາຍການພົບປະມິດຕະພາບຊາວໜຸ່ມສອງປະເທດ ຫວຽດນາມ-ລາວ
ບັນດາຜູ້ແທນເຂົ້າຮ່ວມລາຍການພົບປະມິດຕະພາບຊາວໜຸ່ມສອງປະເທດ ຫວຽດນາມ-ລາວ. ພາບ: baohatinh.vn

ເຂົ້າຮ່ວມລາຍການພົບປະມິດຕະພາບຊາວໜຸ່ມສອງປະເທດ ຫວຽດນາມ-ລາວ ມີການເຂົ້າຮ່ວມຂອງຜູແທນ 120 ຄົນ, ໂດຍສະຫາຍ ມອນໄຊ ລາວມົວຊົ່ງ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເປັນຫົວໜ້າຄະນະ ແລະຊາວໜຸ່ມ, ນັກສຶກສາຫວຽດນາມ ປະມານ 300 ຄົນ.

ນີ້ແມ່ນໂອກາດ ເພື່ອໃຫ້ຊາວໜຸ່ມສອງປະເທດ ຫວນຄືນມູນເຊື້ອສໍາພັນສູ້ຮົບພິເສດ, ການສະໜັບສະໜູນຢ່າງສຸດຈິດສຸດໃຈ, ຖານສະຫາຍອ້າຍນ້ອງລະຫວ່າງສອງພັກ, ສອງລັດ ແລະປະຊາຊົນສອງປະເທດ ໃນສະໄໝຕໍ່ສູ້ຍາດເອົາເອກະລາດໃນເມື່ອກ່ອນ ແລະໃນກິດຈະການສ້າງສາ ແລະພັດທະນາປະເທດຊາດໃນປັດຈຸບັນ.

ລາຍການ ກໍ່ດໍາເນີນພິທີສະຫຼຸບ ແລະມອບລາງວັນການແຂ່ງຂັນຊອກຮູ້ປະຫວັດສາດສາຍພົວພັນແບບພິເສດຫວຽດນາມ-ລາວ; ການພົບປະເຈລະຈາຂັ້ນສູງ ລະຫວ່າງການນໍາສູນກາງຊາວໜຸ່ມສອງປະເທດ, ກອງປະຊຸມສໍາມະນາ “ແນວຄິດຂອງປະທານໂຮ່ຈີມິນ ແລະປະທານ ໄກສອນ ພົມວິຫານ ທີ່ມີຕໍ່ຊາວໜຸ່ມຫວຽດນາມ-ລາວ”, ຊຸດຝຶກອົບຮົມພິເສດກ່ຽວກັບວຽກງານຊາວໜຸ່ມ ແລະຂະບວນການຊາວໜຸ່ມ.

ກອ​ງ​ທັບ​

Link: https://huunghivietlao.thoidai.com.vn/detail-article-15257.html

In bài biết